ປະທານາທິບໍດີຢູເຄຣນ ກ່າວໃນຄຳປາໄສແລງວັນພະຫັດວານນີ້ວ່າ ທ່ານໄດ້ສັ່ງປົດນາຍພົນອະວຸໂສ 2 ຄົນອອກຈາກຕຳແໜ່ງ.
ປະທານາທິບໍດີໂວໂລດີເມຍ ເຊເລນສ໌ກີ ເອີ້ນນາຍພົນທັງສອງ ວ່າ “ຂາດການເປັນຜູ້ນຳ.” ນາຍພົນຄົນນຶ່ງ ແມ່ນແມ່ນຫົວໜ້າດ້ານຄວາມໝັ້ນຄົງພາຍໃນ ຢູ່ສູນກາງສືບລັບໃຫຍ່ ຂອງປະເທດ ໃນຂະນະທີ່ອີກຄົນນຶ່ງ ເປັນຫົວໜ້າສືບລັບເຂດເມືອງເຄີຊອນ.
ຜູ້ນຳຂອງຢູເຄຣນກ່າວວ່າ ທ່ານ “ບໍ່ມີເວລາ ທີ່ຈະມາເວົ້າເລື້ອງພວກຄົນຂາຍຊາດ ແຕ່ເທື່ອລະເລັກລະນ້ອຍພວກເຂົາຈະຖືກລົງໂທດ.”
ເຈົ້າໜ້າທີ່ຢູເຄຣນກ່າວວ່າ ກຳລັງທະຫານຣັດເຊຍໄດ້ຢຶດເອົາການຊ່ວຍເຫຼືອທາງດ້ານມະນຸດສະທຳ 14 ໂຕນ ຈາກຂະບວນລົດ 12 ຄັນໃນວັນພະຫັດວານນີ້ໃນພາກໃຕ້ຂອງຢູເຄຣນ. ການຊ່ວຍເຫຼືອດັ່ງກ່າວແມ່ນຮວມທັງຢາປົວພະຍາດແລະ ອາຫານການກິນ.
ສ່ວນລົດອີກຂະບວນນຶ່ງທີ່ປະກອບດ້ວຍລົດເມ 45 ຄັນທີ່ສົ່ງໄປຍົກຍ້າຍພົນລະເຮືອນອອກຈາກເມືອງທ່າມາຣີອູໂປລນັ້ນ ໄດ້ຖືກສັ່ງໃຫ້ຢຸດ ໂດຍທະຫານຣັດເຊຍໃນວັນພະຫັດ ກ່ອນທີ່ຈະເດີນທາງໄປຮອດເມືອງດັ່ງກ່າວ. ຍັງບໍ່ທັນເປັນຈະແຈ້ງເທື່ອວ່າເວລາໃດ ຫຼືຂະບວນລົດທີ່ວ່ານີ້ຈະໄດ້ຮັບອະນຸຍາດໃຫ້ເດີນທາງຕໍ່ຫຼືບໍ່.
ນຶ່ງມື້ຫຼັງຈາກເຈົ້າໜ້າທີ່ຢູເຄຣນກ່າວວ່າ ຣັດເຊຍໄດ້ລະເມີດຄຳໝັ້ນສັນຍາຂອງຕົນທີ່ໄດ້ໃຫ້ໄວ້ ຊຶ່ງຈະຫຼຸດຜ່ອນການປະຕິບັດງານທາງທະຫານ ຢູ່ໃນເຂດຊານເມືອງຂອງນະຄອນຫຼວງກີຢິບ ສະຫະລັດແລະເທດພັນທະມິດຕາເວັນຕົກຍັງສືບຕໍ່ມີຄວາມສົງໄສກ່ຽວກັບການໃຫ້ຄຳໝັ້ນສັນຍາຂອງຣັດເຊຍ.
ໜ່ວຍສືບລັບຂອງອັງກິດ ໄດ້ເຕືອນໃນວັນພະຫັດວານນີ້ວ່າ ກຳລັງທະຫານຣັດເຊຍສ່ວນໃຫຍ່ໃກ້ໆນະຄອນຫຼວງກີຢິບນັ້ນ ຍັງຮັກສາທີ່ໝັ້ນຢູ່ກັບທີ່ “ເຖິງແມ່ນໄດ້ມີການຖອນກຳລັງທະຫານແບບຈຳກັດພຽງເລັກນ້ອຍອອກໄປ.”
ພົນອາກາດຕີມິກ ສມີດທ໌ (Mick Smeath) ທູດທະຫານຂອງອັງກິດ ກ່າວວ່າ “ມີທ່າທາງວ່າຈະເກີດການສູ້ລົບກັນຢ່າງໜັກ ຢູ່ໃນເຂດຊານເມືອງ ໃນອີກສອງສາມມື້ຂ້າງໜ້ານີ້.”
ສ່ວນເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ທ່ານນຶ່ງ ກ່າວເຖິງການເຄື່ອນໄຫວຂອງກຳລັງທະຫານຣັດເຊຍວ່າ “ບໍ່ມີຫຍັງຫຼາຍ” ໂດຍເຕືອນວ່າ ກຳລັງທະຫານຣັດເຊຍຍັງສືບຕໍ່ແນເປົ້າໝາຍການໂຈມຕີໃສ່ນະຄອນຫຼວງກີຢິບ ແລະຫົວເມືອງໃນພາກເໜືອ ດ້ວຍການໂຈມຕີທາງອາກາດແລະປືນໃຫຍ່.