ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍກ່າວວ່າ
ຝ່າຍຕາເວັນຕົກໄດ້ໃຫ້ “ແບບຢ່າງທີ່ບໍ່ດີ” ໂດຍໃຫ້ການສະໜັບ
ສະໜຸນແກ່ພວກປະທ້ວງຢູເຄຣນທີ່ຣັດເຊຍ ກ່າວຫາວ່າເປັນການ
ກໍ່ລັດຖະປະຫານ “ທີ່ບໍ່ຖືກຕ້ອງຕາມລັດຖະທຳມະນູນ” ນັ້ນ.
ທ່ານ Lavrov ໃຫ້ຄວາມເຫັນດັ່ງກ່າວ ໃນວັນພຸດມື້ນີ້ທີ່ກຸງ Madrid
ໂດຍຢືນຄຽງຂ້າງ ກັບລັດຖະມົນຕີຕ່າງປະເທດ Jose Manuel
Garcia-Margallo ແຫ່ງປະເທດສະເປນ. ທ່ານ Lavrov ຈະພົບ
ປະກັນກັບທ່ານ John Kerry ລັດຖະມົນຕີຕ່າງປະເທດສະຫະລັດ
ໃນຕອນບ່າຍມື້ນີ້ ທີ່ກຸງປາຣີບ່ອນທີ່ພວກເຈົ້າໜ້າທີ່ທັງສອງຈະເຂົ້າ
ຮ່ວມໃນກອງປະຊຸມວ່າດ້ວຍເລບານອນນັ້ນ.
ບັນດາຜູ້ນຳຝ່າຍຕາເວັນຕົກ ໄດ້ຮຽກຮ້ອງໃຫ້ລົດຜ່ອນຄວາມເຄັ່ງຕຶງລົງ ທີ່ເກີດຂຶ້ນເວລາ
ກຳລັງຂອງຣັດເຊຍເຄື່ອນເຂົ້າໄປໃນແຫຼມ Crimea ຂອງຢູເຄຣນໃນທ້າຍສັບປະດາຜ່ານ
ມານີ້. ຝ່າຍຕາເວັນຕົກໄດ້ສະເໜີແນະວ່າ ວິກິດການດັ່ງກ່າວ ສາມາດແກ້ໄຂໄດ້ ຖ້າຫາກ
ຣັດເຊຍຖອນກຳລັງຂອງຕົນກັບຄືນເຂົ້າຄ້າຍ ໃນແຫຼມ Crimea ແລະອະນຸຍາດໃຫ້ພວກ
ເຈົ້າໜ້າທີ່ສັງເກດການນາໆຊາດເຂົ້າໄປກວດກາເບິ່ງ.
ແຕ່ທ່ານ Lavrov ກ່າວໃນວັນພຸດມື້ນີ້ວ່າ ຣັດເຊຍບໍ່ສາມາດສັ່ງການພວກກຳລັງທີ່ນິຍົມຣັດ
ເຊຍໃນແຫຼມ Crimea ໄດ້ ຊຶ່ງທ່ານບັນລະຍາຍວ່າ ເປັນ “ກຳລັງປ້ອງກັນຕົນເອງນັ້ນ” ກັບ
ຄືນສູ່ຄ້ຍຂອງພວກເຂົາເຈົ້າ ເພາະວ່າ ພວກເຂົາເຈົ້າບໍ່ແມ່ນກຳລັງຂອງຣັດເຊຍ. ທ່ານກ່າວ
ຕໍ່ໄປວ່າ ພວກທະຫານກອງທັບເຮືອຂອງຣັດເຊຍທີ່ປະຈຳຢູ່ທະເລດຳແມ່ນຢູ່ໃນທີ່ໝັ້ນຂອງ
ຕົນຕາມປົກກະຕິ.
ແລະທ່ານ Lavrov ກ່າວຕື່ມວ່າ ການອະນຸຍາດ ໃຫ້ພວກເຈົ້າໜ້າທີ່ສັງເກດການນາໆຊາດ
ເຂົ້າໄປໃນແຫຼມ Crimea ນັ້ນບໍ່ແມ່ນການຕັດສິນໃຈຂອງຣັດເຊຍແຕ່ມັນເປັນການຕັດສິນ
ໃຈຂອງຢູເຄຣນ ແລະເຈົ້າໜ້າທີ່ຂອງ Crimea .
ອົງການເນໂຕ ກ່າວໃນວັນອັງຄານວານນີ້ວ່າ ການມີໜ້າຂອງທະຫານຣັດເຊຍໃນຢູເຄຣນ
ແມ່ນ “ມີຜົນຢ່າງຮ້າຍແຮງຕໍ່ຄວາມປອດໄພ ແລະສະຖຽນລະພາບໃນຂົງເຂດຢູໂຣບ- ອັດ
ລັງຕິກ”.
ກຸ່ມພັນທະມິດເນໂຕແລະຣັດເຊຍໄດ້ຕົກລົງທີ່ຈະພົບປະກັນໃນວັນພຸດມື້ນີ້ທີ່ກຸງ Brussels
ເພື່ອທຳການໂອ້ລົມກັນ ກ່ຽວກັບວິກິດການໃນຢູເຄຣນ ອັນເປັນການພົບປະກັນຢ່າງເປີດ
ເຜີຍຄັ້ງທຳອິດຂອງເຂົາເຈົ້າ ນັບແຕ່ວິກິດການໃນ Crimeaເລີ້ມຂຶ້ນ.