ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຣັດເຊຍ ຮຽກຮ້ອງ ໃຫ້ເປີດ ການໂອ້ລົມ ລະຫວ່າງ ພັກຝ່າຍ ຂັດແຍ້ງ ໃນຢູເຄຣນ (ສະໄລດ໌/ວີດີໂອ)


ທະຫານລັດຖະບານຢູເຄຣນ ຍາມດ່ານກວດແຫ່ງນຶ່ງ ຢູ່ໃກ້ກັບ ບ້ານ Dolina, ໃນພາກຕາເວັນອອກຂອງຢູເຄຣນ ວັນທີ 1 ພຶດສະພາ, 2014.
ທະຫານລັດຖະບານຢູເຄຣນ ຍາມດ່ານກວດແຫ່ງນຶ່ງ ຢູ່ໃກ້ກັບ ບ້ານ Dolina, ໃນພາກຕາເວັນອອກຂອງຢູເຄຣນ ວັນທີ 1 ພຶດສະພາ, 2014.
ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov
ຮຽກຮ້ອງ​ໃຫ້ເປີດການ​ໂອ້​ລົມ​ສົນທະນາ​ກັນ​ ລະຫວ່າງ​ຝ່າຍ
​ລັດຖະບານ​ Kyiv ແລະ​ພວກ​ຫົວ​ແບ່ງ​ແຍກດິນແດນ ​ນິຍົມ
ຣັດ​ເຊຍ​ ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງຢູ​ເຄຣນທີ່​ທ່ານ​
ກ່າວ​ວ່າ:

ຣັດ​ເຊຍ​ເຊື່ອ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ ລະຫວ່າງ​
ບັນດາ​ເຈົ້າ​ໜ້າ​ທີ່​ ​Kyiv ແລະ​ພວກ​ຝ່າຍ​ຄ້ານ​ຂອງ​ເຂົາ​
ເຈົ້າ​ສາມາດ​ຈັດ​ຕັ້ງ​ຂຶ້ນ​ໄດ້ຫຼື​ເລີ້ມ​ໃນ​ຂອບ​ຂອງ​ອົງການ​
ເພື່ອ​ຄວາມ​ປອດ​ໄພ​ແລະ​ການ​ຮ່ວມ​ມື​ກັນໃນ​ຢູ​ໂຣບນັ້ນ.
ພວກ​ເຮົາ​ຫວັງ​ວ່າ ພວກ​ຄູ່​ພາຄີ​ຂອງ​ເຮົາ ເພື່ອນ​ຮ່ວມ​
ງານ​ຝ່າຍ​ຕາ​ເວັນ​ຕົກ​ຂອງ​ເຮົາ​ຈະ​ປະປ່ອຍ​ໃຫ້​ປະຊາຊົນ​ຢູ​ເຄຣນຈັດ​ຕັ້ງ​ການ​ໂອ້​ ລົມ​ສົນທະນາ​ກັນ​ນີ້ໂດຍ​ບໍ່ມີ​ອຸບປະສັກ​ຂັດຂວາງ​ທີ່​ສຳຄັນໆໃດໆ​.”


ລັດຖະມົນຕີ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ຖ້ອຍ​ຖະ​ແຫຼ​ງດັ່ງກ່າວ​ໃນ​ລະ​ຫວ່າງ​ການ​ຢ້ຽມຢາມ Peru.

​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ທ້ອງ​ຖິ່ນ ກ່າວ​ໃນ​ວັນ​ພຸດ​
ວານ​ນີ້​ວ່າ ພວກ​ມື​ປືນ​ນິຍົມຣັດ​ເຊຍ​ຈຸ​ນຶ່ງ​ໄດ້​ເຂົ້າ​ຄວບ​ຄຸມ​ຕຶກໂຮງການ​ສະພາ​ປົກ
ຄອງ​ເມືອງ​ ໃນ​ເມືອງ Horlivka ​ທີ່​ມີ​ປະຊາຊົນ 290 ພັນ​ຄົນ​ ທາງ​ພາກ​ເໜືອ​ຂອງ​
ເມືອງ Donetsk ຊຶ່ງເປັນສູນ​ກາງ​ອຸດສາຫະກຳ​ນັ້ນ. ປັດຈຸບັນ​ນີ້ ພວກ​ຫົວ​ແບ່ງ​ແຍກ
​ດິນແດນໄດ້​ຄວບ​ຄຸມ​ປະມານ​ສິບ​ກວ່າ​ຫົວ​ເມືອງ​ ​ໃນເຂດອຸດສາຫະກຳທາງ​ພາກ​ຕາ
​ເວັນ​ອອກ​ຂອງ​ຢູ​ເຄຣນ ຮວມທັງ​ເມືອງ Donetsk ບ່ອນ​ທີ່​ພວກ​ກະບົດ​ໄດ້​ກຳນົດ​ໃຫ້
ມີການ​ລົງ​ປະຊາ​ມະຕິ​ ກ່ຽວ​ກັນ​ການ​ແຍກ​ໂຕ​ອອກ ໃສ່​ວັນ​ທີ 11 ​ເດືອນ​ນີ້.
CN-Analyst: Ukrainian Separatists Aim to Swap Hostages
please wait

No media source currently available

0:00 0:02:07 0:00

ການ​ລົງ​ປະຊາ​ມະຕິ​ໃນ​ທຳນອງ​ດຽວ​ກັນ​ນີ້​ໄດ້​ມີຂຶ້​ນໃນ​ເດືອນ​ແລ້ວ​ນີ້ ທີ່​ໄດ້ພາ​ໃຫ້
ຣັດ​ເຊຍປະກາດຮວມເອົາແຫລມ​ໄຄຣ​ເມຍເຂົ້າເປັນດິນແດນ ສ່ວນນຶ່ງຂອງຕົນນັ້ນ.
Fears Russia-NATO Tensions Could Disrupt Afghan Withdrawal
please wait

No media source currently available

0:00 0:03:10 0:00

ປະທານາທິບໍດີ​ຮັກສາ​ການ​ຊົ່ວຄາວ​ຂອງ​ຢູ​ເຄຣນ ທ່ານ Oleksandr Turchynov ​
ໄດ້​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ “ຊ່ອຍ​ເຫຼືອຫຍັງ​ບໍ່​ໄດ້” ​ໃນ​ການ​ປາບ​ຂະ​ບວນ
ການແບ່ງ​ແຍກດິນແດນ​ນິຍົມຣັດ​ເຊຍທີ່​ພວມ​ເພີ່ມ​ຂຶ້ນ​ເລື້ອຍໆ​ ໃນ​ສອງ​ຂົງເຂດ​
ທາງພາກ​ຕາ​ເວັນ​ອອກຂອງປະເທດ ​ແລະ​ບໍ່​ສາມາດ​ຄວບ​ຄຸມພວກ​ທະຫານ​ຂອງ
​ຕົນ​ໄດ້.
ukraine1may14
please wait
Embed

No media source currently available

0:00 0:01:48 0:00

Russian Foreign Minister Sergei Lavrov has called for talks between Kyiv and pro-Russian separatists in southeastern Ukraine.

"Russia believes that this dialogue between the authorities in Kyiv and their opponents could be established, or launched in the framework of the Organization for Security and Cooperation in Europe. We hope that our partners, our Western colleagues allow Ukrainians to establish this dialogue without major impediment.''

The prime minister spoke during a visit to Peru.

In eastern Ukraine, local authorities said Wednesday pro-Russian gunmen seized control of a city council building in Horlivka, a city of 290,000 residents north of the industrial hub of Donetsk. Separatists now control about a dozen cities in Ukraine's industrial east, including Donetsk, where rebels have set a referendum on secession for May 11.

A similar vote last month led to Russia's annexation of the Crimean peninsula.

Ukraine's interim president Oleksandr Turchynov has said his government is "helpless" to quell the growing pro-Russian separatist movement in two eastern regions and cannot control its own troops.

Meanwhile, the International Monetary Fund slashed Russia's growth forecast for 2014 from 1.3 percent to 0.2 percent. The IMF says its decision took into account "the significant level of uncertainty" related to geopolitical tensions and sanctions against Russia for its role in the Ukraine crisis.

XS
SM
MD
LG