ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນລົບ ຣັດເຊຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ ນັກບິນສອງຄົນ ເສຍຊີວິດ


ເຮືອບິນລົບອາຍພົ່ນ Su-30 ຂອງຊີເຣຍ ຢູ່ຖານທັບອາກາດ
ຮເມມິມ (Hmeimim), ຊີເຣຍ, 18 2016.
ເຮືອບິນລົບອາຍພົ່ນ Su-30 ຂອງຊີເຣຍ ຢູ່ຖານທັບອາກາດ ຮເມມິມ (Hmeimim), ຊີເຣຍ, 18 2016.

ກະຊວງປ້ອງກັນປະເທດຂອງຣັດເຊຍ ໄດ້ກ່າວວ່າ ເຮືອບິນລົບຣັດເຊຍ ໄດ້ປະສົບອຸບັດຕິ
ເຫດຕົກ ໃນວັນພະຫັດມື້ນີ້ ບໍ່ດົນຫລັງຈາກໄດ້ບິນຂຶ້ນ ຈາກຖານທັບອາກາດໃນຊີເຣຍ ຊຶ່ງໄດ້ເຮັດໃຫ້ນັກບິນທັງສອງຄົນ ເສຍຊີວິດ.

ຖະແຫຼງການສະບັບນຶ່ງຂອງກະຊວງດັ່ງກ່າວ ທີ່ນຳອອກເຜີຍແຜ່ ໂດຍສື່ມວນຊົນຣັດເຊຍ ໄດ້ລະບຸວ່າ ເຮືອບິນລົບອາຍພົ່ນ Su-30 ໄດ້ປະສົບອຸບັດຕິເຫດຕົກ ໃນທະເລເມດີແຕ
ເຣນຽນ ຫຼັງຈາກທີ່ໄດ້ບິນຂຶ້ນ ຈາກຖານທັບອາກາດຮເມມິມ (Hmeimim) ທີ່ຕັ້ງຢູ່ແຄມ
ຝັ່ງທະເລທາງພາກຕາເວັນຕົກສຽງເໜືອຂອງຊີເຣຍ.

ຕໍ່ມາ ໄດ້ລະບຸວ່າ ເຮືອບິນລົບລຳດັ່ງກ່າວ ບໍ່ໄດ້ຖືກຍິງ ແລະວ່າ ຂໍ້ມູນໃນຂັ້ນຕົ້ນ
ໄດ້ສະແດງໃຫ້ເຫັນວ່າ ການຕົກຂອງເຮືອບິນນີ້ ແມ່ນວ່າ ນົກໄດ້ບິນຕຳເຄື່ອງຈັກ.

ກອງກຳລັງຣັດເຊຍ ໄດ້ເຂົ້າຮ່ວມການເຮັດສົງຄາມໃນຊີເຣຍ ນັບຕັ້ງແຕ່ ເດືອນກັນຍາ
ປີ 2015 ເປັນຕົ້ນມາ ເພື່ອສະໜັບສະໜຸນກອງກຳລັງຂອງປະທານາທິບໍດີຊີເຣຍ
ທ່ານບາຊາ ອາລ-ອາຊາດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG