ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານປູຕິນ ສາມາດຍາດໄດ້ 88 ເປີເຊັນ ໃນການລົງຄະແນນ ທີ່ຈະຂະຫຍາຍການປົກຄອງຂອງທ່ານຕໍ່ໄປ


ສະມາຊິກຂອງຄະນະກໍາມະການເລືອກຕັ້ງຢູ່ໃນທ້ອງຖິ່ນ ເອົາບັດລົງຄະແນນສຽງງອອກຈາກຫີບບັດ, ລຸນຫຼັງສະຖານທີ່ເລືອກຕັ້ງປິດລົງໃນມື້ສຸດທ້າຍ ຂອງການເລືອກຕັ້ງປະທານາທິບໍດີຣັດເຊຍ, ໃນນະຄອນເຊັນ ປີເຕີສເລີກ, ວັນທີ 17 ມີນາ 2024.
ສະມາຊິກຂອງຄະນະກໍາມະການເລືອກຕັ້ງຢູ່ໃນທ້ອງຖິ່ນ ເອົາບັດລົງຄະແນນສຽງງອອກຈາກຫີບບັດ, ລຸນຫຼັງສະຖານທີ່ເລືອກຕັ້ງປິດລົງໃນມື້ສຸດທ້າຍ ຂອງການເລືອກຕັ້ງປະທານາທິບໍດີຣັດເຊຍ, ໃນນະຄອນເຊັນ ປີເຕີສເລີກ, ວັນທີ 17 ມີນາ 2024.

ຣັດເຊຍ ໄດ້ປະກາດວ່າ ປະທານາທິບໍດີ ວລາດີເມຍ ປູຕິນ ກຳລັງໄດ້ຮັບ 88 ເປີເຊັນຂອງຄະແນນສຽງ ໃນການນັບຄະແນນສຽງຄັ້ງທຳອິດສໍາລັບການເລືອກຕັ້ງປະທານາທິບໍດີ ໃນວັນອາທິດວານນີ້, ເຊິ່ງເປັນການເຄື່ອນໄຫວທີ່ເຮັດໃຫ້ຜູ້ມີສິດລົງຄະແນນສຽງທັງຫຼາຍ ບໍ່ມີທາງເລືອກອັນແທ້ຈິງໃດເລີຍ ມີແຕ່ຜູ້ປົກຄອງປະເທດແບບຜະເດັດການ ຜູ້ເຊິ່ງໄດ້ປາບປາມປະຊາຊົນທີ່ຄັດຄ້ານຕົນ ແບບໂຫດຮ້າຍທາລຸນ.

ການ​ເລືອກ​ຕັ້ງ​ເປັນ​ເວລາ 3 ວັນ ​ທີ່ໄດ້​ເລີ້​ມຂຶ້ນ​ ໃນ​ວັນ​ສຸກ​ແລ້ວ​ນີ້ ​ເພື່ອ​ຂະຫຍາຍເວລາ​ການ​ປົກຄອງ​ປະເທດຂອງ​ ທ່ານ ປູຕິນ ​ເປັນ​ເວລາ 24 ປີແລ້ວ ຕື່ມ​ອີກ 6 ປີ, ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ແວດ​ລ້ອມ​ທີ່​ມີ​ການ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ ​ໂດຍບໍ່ອະນຸຍາດໃຫ້ມີການວິຈານກ່ຽວກັບ ທ່ານ ປູຕິນ ຫຼື ​ສົງຄາມ​ຂອງ​ທ່ານ​ໃນ​ຢູ​ເຄຣນ ຈາກສັງຄົມ.

ສັດຕູທາງດ້ານການເມືອງທີ່ຮ້າຍແຮງທີ່ສຸດຂອງ ທ່ານ ປູຕິນ, ຄື ທ່ານອາເລັກເຊ ນາວາລນີ, ກໍໄດ້ເສຍຊີວິດຢູ່ໃນຄຸກອາກຕິກເມື່ອເດືອນແລ້ວນີ້, ແລະນັກວິຈານຄົນອື່ນໆ ແມ່ນຢູ່ໃນຄຸກ ຫຼື ຖືກເນລະເທດ. ແຕ່ກໍາລັງໃສ່ໃຈຕໍ່ຄໍາຮ້ອງຂໍທາງດ້ານການເມືອງສຸດທ້າຍຂອງ ທ່ານ ນາວາລນີ, ບັນດາຜູ້ລົງຄະແນນສຽງພາກັນໄປປາກົດຕົວຢູ່ສະຖານທີ່ປ່ອນບັດຫຼາຍແຫ່ງໃນຫຼາຍເມືອງໃຫຍ່ໆຂອງຕອນທ່ຽງ ແລ້ວພາກັນລຽນແຖວຍາວເພື່ອສະແດງອອກເຖິງສັນຍາລັກ ໃນເວລາຕອນທ່ຽງຕົງ ເພື່ອປ່ອນບັດຂອງເຂົາ, ຖ້າການລົງຄະແນນສຽງທີ່ບໍ່ມີປະໂຫຍດດັ່ງກ່າວນີ້ ຕໍ່ຕ້ານ ທ່ານ ປູຕິນ ອາຍຸ 71 ປີ.

ບັນດາເພື່ອນຮ່ວມງານທັງຫຼາຍຂອງນັກວິຈານຂັ້ນສູງ ທ່ານນາວາລນີ ຕໍ່ທ່ານ ປູຕິນນັ້ນ ໄດ້ຊຸກຍູ້ໃຫ້ປະຊາຊົນເຂົ້າຮ່ວມໃນການປະທ້ວງ, ເຊິ່ງ ທ່ານ ນາວາລນີ ເອງ ກໍໄດ້ຮັບຮອງບໍ່ດົນກ່ອນທີ່ທ່ານຈະເສຍຊີວິດ ຢ່າງກະທັນຫັນຢູ່ຄຸກໄຊບີເຣຍ ໃນເດືອນກຸມພາທີ່ຜ່ານມາ.

ອົງການຂ່າວ Reuters ໄດ້ລາຍງານຜົນອື່ນໆ ໂດຍຜູ້ສະໝັກຈາກພັກຄອມມິວນິສ ທ່ານນິໂກລາຍ ຄາຣີໂຕນອບວ໌ (Nikolai Kharitonov) ນໍາມາເປັນອັນດັບ 2 ດ້ວຍຄະແນນສຽງຕ່ຳກວ່າ 4 ເປີເຊັນ, ສ່ວນຜູ້ມາໃໝ່ ທ່ານວລາດິສລາບ ດາວານໂກບ (Vladislav Davankov) ນໍາມາເປັນທີ 3, ແລະນັກຊາດນິຍົມທີ່ສຸດ ທ່ານເລໂອນີດ ສລັດສກີ (Leonid Slutsky) ມາເປັນອັນດັບ 4.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG