ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດຣັດເຊຍ ເຕີບໂຕຊ້າລົງ ໃນຂະນະທີ່ ວິກິດການຢູເຄຣນ ແກ່ຍາວອອກໄປ (ວີດີໂອ)


ລັດຖະມົນຕີເສດຖະກິດຣັດເຊຍ Alexei Ulyukayev ກ່າວຄຳປາໄສຕໍ່ກອງປະຊຸມ ການຄ້າໂລກ ທີ່ເກາະບາຫຼີ, ອິນໂດເນເຊຍ, ວັນທີ 4 ທັນວາ, 2013.
ລັດຖະມົນຕີເສດຖະກິດຣັດເຊຍ Alexei Ulyukayev ກ່າວຄຳປາໄສຕໍ່ກອງປະຊຸມ ການຄ້າໂລກ ທີ່ເກາະບາຫຼີ, ອິນໂດເນເຊຍ, ວັນທີ 4 ທັນວາ, 2013.
ເສດຖະກິດ​ຂອງຣັດ​ເຊຍ​ ​ເຕີບ​ໂຕ​ຊ້າລົງ ​ໃນ​ຊ່ວງ 3​ ເດືອນ
​ທຳ​ອິດ​ຂອງ​ປີ​ນີ້ ໃນ​ຂະນະ​ທີ່ຄວາມ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ວິ​ກິດ
​ການໃນ​ຢູ​ເຄຣນ ​ເຮັດ​ໃຫ້​ພວກ​ນັກ​ລົງທຶນ ​ມີ​ຄວາມ​ເປັນ​ຫ່ວງ
​ນັ້ນ.

ທ່ານ Alexi Ulyukayev ລັດຖະມົນຕີ​ເສດຖະກິດຣັດ​ເຊຍ
ກ່າວ​ວ່າ ​ເສດຖະກິດ​ໄດ້​ຂະ​ຫຍາ​ຍ​ໂຕ​ອອກ ແຕ່​ພຽງ​ 0.8 ​ເປີ​
ເຊັນເທົ່າ​ນັ້ນ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້. ການ​ຄາດ​ຄະ​ເນ
​ຕ່າງໆ​ກ່ອນ​ໜ້າ​ນີ້ ​ເວົ້າ​ວ່າ ​ເສດຖະກິດຣັດ​ເຊຍຈະ​ຂະຫຍາຍ​
ໂຕ​ອອກ ​ໃນ​ອັດຕາ 2.5 ​ເປີ​ເຊັນ.

ສະຫະລັດ​ແລະ​ສະຫະພາບ​ຢູ​ໂຣບ​ໄດ້​ກັກ​ຊັບ​ສິນ​ຂອງ​ພວກ​ສ່ວນ​ບຸກຄົນຣັດ​ເຊຍ
​ບາງ​ຄົນ​ ໃນ​ຂະນະ​ທີ່ກຳລັງ​ພິຈາລະນາ​ເພີ່ມ​ການ​ລົງ​ໂທດ​ຂຶ້ນ​ອີກ ​ເພື່ອ​ຍັບ​ຍັ້ງ​ຄວາມ​
ເຄັ່ງ​ຕຶງ​ກ່ຽວ​ກັບ​ສະຖານະ​ການໃນ​ພາກ​ຕາ​ເວັນ ​ອອກ​ຂອງ​ຢູ​ເຄຣນນັ້ນ.

ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ລົງ​ໂທດ​ທີ່​ເຂັ້ມ​ງວດ​ຂຶ້ນ ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ ​ເປັນ​ການ​
ພຽງພໍ​ສຳ​ຫລັບຂັດຂວາງ​ການ​ລົງ ທຶນ ທີ່​ທ່ານ Ulyukayev ​ເວົ້າ​ວ່າ ​ໄດ້​ຫລຸດ​ລົງ
4.8 ​ເປີ​ເຊັນ​ ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້.

ທະນາຄານ​ໂລກ ​ໄດ້​ທຳນາຍ​ວ່າ ​ເສດຖະກິດ​ຂອງຣັດ​ເຊຍ​ສາມາດ​ຫົດ​ໂຕ​ເຂົ້າ​
ເກືອບ 2 ​ເປີ​ເຊັນ​ໃນ​ປີ​ນີ້ ຖ້າ​ຄວາມ​ບໍ່​ໝັ້ນຄົງ​ໃນ​ຢູ​ເຄຣນດຳ​ເນີນສືບ​ຕໍ່​ໄປ ​ແລະ
​ພວກ​ປະ​ເທດ​ຝ່າ​ຍຕາ​ເວັນ​ຕົກ ລົງ​ໂທດຣັດ​ເຊຍ​ຕື່ມ​ອີກ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບວີກິດການຢູເຄຣນ ສ້າງຄວາມເສຍຫາຍ ແກ່ເສດຖະກິດຣັດເຊຍ:
XS
SM
MD
LG