ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໘ ກຸມພາ ໒໐໒໕

ເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ທຳລາຍໂຮງໄຟຟ້າຂອງ ຢູເຄຣນ ໃກ້ກັບ ນະຄອນຫຼວງ ກີຢິບ


ສົງຄາມ ຣັດເຊຍ-ຢູເຄຣນ
ສົງຄາມ ຣັດເຊຍ-ຢູເຄຣນ

ຣັດ​ເຊຍ​ ໄດ້ໂຈມ​ຕີ​ສະຖານໂຮງໄຟຟ້າ​ຂອງ​ຢູ​ເຄຣນ​ ໃນ​ສອງພາກພື້ນ ​ລະຫວ່າງ​ນະຄອນຫຼວງ ກີຢິບ ​ແລະ​ຊາຍ​ແດນຕິດກັບ ​ຣັດ​ເຊຍ ​ດ້ວຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ໃນຊ່ວງຂ້າມ​ຄືນທີ່ຜ່ານມາ ​ເຮັດ​ໃຫ້ປະຊາຊົນ​ຫລາຍ​ສິບ​ພັນ​ຄົນ ​ບໍ່​ມີ​ໄຟຟ້າ​ໃຊ້, ​ບໍລິສັດ​ສາຍໄຟຟ້າ​ແຫ່ງ​ຊາດຂອງ​ຢູ​ເຄຣນ ກ່າວ​ໃນ​ວັນ​ສຸກ​ມື້ນີ້, ອີງຕາມອົງການຂ່າວ Reuters.

ຜູ້ປົກຄອງພາກພື້ນເຊີນີຮີຟ (Chernihiv) ກ່າວ​ຕໍ່​ໂທລະພາບ​ແຫ່ງ​ຊາດ​ວ່າ ມີ​ຢ່າງ​ນ້ອຍ 15 ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ​ໂຄງ​ລ່າງ​ພື້ນ​ຖານບາງສ່ວນ ​ແລະ​ຫໍ​ພັກ​ແຫ່ງນຶ່ງ ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ ໃນລະຫວ່າງ​ການ​ໂຈມ​ຕີ​ເມືອງ ໄນຊິນ (Nizhyn) ໂດຍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ເພີ່ມ​ເຕີມ.

ບໍລິສັດ Ukrenergo ກ່າວວ່າ ຜູ້ຊົມໃຊ້ໄຟຟ້າ ຫຼາຍກວ່າ 68,000 ຄົນ ໃນບາງເມືອງຂອງເຂດ ຊິໂຕເມຍ ແລະ ກີຢິບ ບໍ່ມີໄຟຟ້າໃຊ້. ໃນຕອນເຊົ້າ, ຜູ້ຊົມໃຊ້ໄຟຟ້າ ປະມານ 30,000 ຄົນ ຍັງຄົງບໍ່ມີໄຟຟ້າໃຊ້ ຫຼັງຈາກການໂຈມຕີຂອງຣັດເຊຍໃສ່ລະບົບໄຟຟ້າ ເກືອບທຸກມື້ ນັບຕັ້ງແຕ່ລະດູບານໃໝ່.

​ຜູ້ບັນຊາການກອງທັບ​ອາກາດ​ຢູ​ເຄຣນ ກ່າວ​ວ່າ ​ໂດຍ​ລວມ​ແລ້ວ, ​ລະບົບປ້ອງກັນໄພທາງ​ອາກາດ​ຂອງ​ຢູ​ເຄຣນ ​ໄດ້​ທຳລາຍໂດຣນໂຈມຕີຂອງຣັດເຊຍ 20 ລຳ​ໃນ​ຈຳນວນ 22 ລຳ ​ທີ່ຖືກສົ່ງຂຶ້ນໃນຊ່ວງຂ້າມຄືນທີ່ຜ່ານມາ. ໂດຣນ ສ່ວນໃຫຍ່ໄດ້ຖືກຍິງຕົກຢູ່ໃນພາກໃຕ້ຂອງ ເຂດເຄີຊັນ ແລະພາກຕາເວັນອອກສຽງເຫນືອຂອງ ເຂດຊູມີ, ລວມທັງ ສອງລໍາໃນພາກເຫນືອ.

ໜ່ວຍບໍລິການສຸກເສີນກ່າວວ່າ ການໂຈມຕີເມືອງ ເຄີຊັນ ໃນຊ່ວງຂ້າມຄືນ ໄດ້ສ້າງຄວາມເສຍຫາຍໃຫ້ອາຄານທີ່ຢູ່ອາໄສ 6 ຫລັງ ແລະເຮັດໃຫ້ເກີດໄຟໄໝ້ຮຸນແຮງໃນພື້ນທີ່ເປີດ.

ຣັດເຊຍ ໄດ້ໂຈມຕີສະຖານທີ່ດ້ານພະລັງງານໃນທົ່ວຢູເຄຣນ ດ້ວຍລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບ ໃນໄລຍະສອງສາມເດືອນທີ່ຜ່ານມາ, ເຊິ່ງເຮັດໃຫ້ເກີດໄຟຟ້າດັບ ໃນຫຼາຍພາກພື້ນ ແລະ ໄດ້ບັງຄັບໃຫ້ ກີຢິບ ເລີ່ມການນໍາເຂົ້າໄຟຟ້າຈຳນວນຫຼາຍ ຈາກສະຫະພາບຢູໂຣບ.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

KYIV, July 26 (Reuters) - Russia attacked Ukrainian energy facilities in two regions between the capital Kyiv and the Russian border with drones overnight, leaving tens of thousands of people without power, Ukraine's national power grid operator said on Friday.

The governor of one of the regions, Chernihiv, told the national television at least 15 people were wounded and some infrastructure and a dormitory were damaged during an attack on the town of Nizhyn, without giving more details.

More than 68,000 consumers in certain districts of Zhytomyr and Kyiv regions lost power, Ukrenergo said. In the morning, about 30,000 consumers were still without power after what were the latest of near daily Russian attacks on the power system since the spring.

Overall, Ukrainian air defences destroyed 20 out of 22 Russian attack drones launched overnight, Ukraine's air force chief said. Most of the drones were shot down in the southern Kherson and northeastern Sumy regions, along with the two in the north.

The emergency service said an overnight attack on Kherson had damaged six residential buildings and caused significant fires in open areas.

Russia has attacked energy facilities across Ukraine with missiles and drones over the past few months, causing blackouts in many regions and forcing Kyiv to start large-scale electricity imports from the European Union.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG