ເຈົ້າໜ້າທີ່ກ່າວວ່າ ຣັດເຊຍ ໄດ້ສົ່ງໂດຣນຫຼາຍລໍາບຸກເຂົ້າໂຈມຕີ ຢູເຄຣນ ໃນຕອນແລງຂອງວັນສຸກມື້ນີ້ (ຕາມເວລາຢູ່ໃນທ້ອງຖິ່ນ) ສົ່ງຜົນເຮັດໃຫ້ມີຜູ້ບາດເຈັບ 4 ຄົນ, ໂດຍເຮັດໃຫ້ໂຮງໝໍ ແລະສາງເກັບເມັດພືດ ຢູ່ໃນພູມິພາກ ໂອເດສຊາ ຕອນໃຕ້ ໄດ້ຮັບຄວາມເສຍຫາຍ, ອີງຕາມການລາຍງານຂອງອົງການຂ່າວຣອຍເຕີ້ສ.
ກອງທັບອາກາດກ່າວວ່າ ລະບົບປ້ອງກັນໄພທາງອາກາດ ສາມາດຍິງໂດຣນຂອງຣັດເຊຍຕົກ 59 ລໍາ ຈາກທັງໝົດ 102 ລໍາ. ພວກເຂົາເຈົ້າກ່າວວ່າ ໂດຣນ 37 ລໍາແມ່ນ “ສູນຫາຍ,” ເຊິ່ງອ້າງເຖິງການໃຊ້ສົງຄາມອິເລັກໂທຣນິກເພື່ອປ່ຽນເສັ້ນທາງຂອງໂດຣນ.
ໂດຣນຂອງ ຣັດເຊຍ ໄດ້ສ້າງຄວາມເສຍຫາຍຢູ່ໃນພູມິພາກ ຊູມີ ທີ່ຕັ້ງຢູ່ທາງທິດຕາເວນອອກສຽງເໜືອ, ພູມິພາກໂອເດສຊາ ທີ່ຕັ້ງຢູ່ທາງພາກໃຕ້ ແລະ ພູມິພາກ ເຊີຣ໌ຄາຊີ ທີ່ຕັ້ງຢູ່ທາງພາກກາງ.
ຜູ້ປົກຄອງພາກພື້ນຟອເດຊາ ທ່ານ ໂອເລ ຄີບເປີ ກ່າວວ່າ ມີຜູ້ບາດເຈັບທີ່ເປັນພົນລະເຮືອນ 4 ຄົນ ລວມເຖີງແພດ 1 ຄົນ ຈາກການໂຈມຕິດ້ວຍໂດຣນໃສ່ເມືອງ ຊໍໂນມອສຄ໌ (Chornomorsk).
ການໂຈມຕີດັ່ງກ່າວ ຍັງເຮັດໃຫ້ໄຟຟ້າມອດໃນບາງສ່ວນຂອງເມືອງ ແລະສ້າງຄວາມເສຍຫາຍໃຫ້ກັບໂຮງໝໍຂອງເມືອງ, ອາຄານຫ້ອງການ, ໂຮງເກັບເມັດພືດ, ບ້ານພັກອາໄສ ແລະ ລົດບັນທຸກຫຼາຍຄັນ, ອີງຕາມການກ່າວຜ່ານ Telegram ຂອງ ທ່ານ ໂອເລ ຄີບເປີ.
ເຈົ້າໜ້າທີ່ຢູ່ພາກພື້ນ ຢູ່ໃນພູມິພາກ ເຊີກາຊີ ທີ່ຕັ້ງຢູ່ທາງພາກກາງ ກ່າວວ່າເສດຊາກຂອງໂດຣນ ໄດ້ສ້າງຄວາມເສຍຫາຍໃຫ້ກັບອາຄານອາພາດທ໌ເມັນແຫ່ງນຶ່ງທີ່ຕັ້ງຢູ່ໃນຂົງເຂດກັ່ງກ່າວ.
ຜູ້ປົກຄອງພາກພື້ນກ່າວໃນວັນສຸກມື້ນີ້ວ່າ ໃນຂະນະດຽວກັນ, ໂຮງກັ່ນນໍ້າມັນແຫ່ງນຶ່ງໃນພູມິພາກ ໂວລໂກກຣາດ (Volgograd) ທີ່ຕັ້ງຢູ່ທາງພາກໃຕ້ຂອງຣັດເຊຍ ໄດ້ເກີດໄຟໄໝ້ລຸນຫຼັງການໂຈມຕີດ້ວຍໂດຣນຂອງ ຢູເຄຣນ ໃນຕອນກາງຄືນ, ແຕ່ຂະນະນີ້ ໄຟໄດ້ຖືກມອດໄປແລ້ວ.
ຜູ້ປົກຄອງພາກພື້ນ, ທ່ານ ອັນເດຣ ໂບຊາໂຣບ (Andrei Bocharov) ກ່າວໃນຖະແຫຼງການຜ່ານແອັບສົ່ງຂໍ້ຄວາມ Telegram ວ່າ ລະບົບປ້ອງກັນໄພທາງອາກາດຂອງ ຣັດເຊຍ ສາມາດການຂັບໄລ່ການໂຈມຕີພູມິພາກຂອງຕົນ ດ້ວຍໂດຣນຈໍານວນ 8 ລໍາ.
ທ່ານກ່າວວ່າ “ຈາກເສດຊາກຂອງໂດຣລໍານຶ່ງທີ່ຕົກລົງມາ ເຮັດໃຫ້ໄຟໄໝ້ໂຮງກັ່ນນໍ້າມັນແຫ່ງນຶ່ງ, ແລະໄຟກໍຖືກມອດລົງຢ່າງໄວວາ. ໃນນັ້ນ ມີພະນັກງານຂອງໂຮງກັ່ນນໍ້າມັນຄົນນຶ່ງໄດ້ຮັບບາດເຈັບ ແລະຖືກສົ່ງໄປຮັກສາໂຕຢູ່ໂຮງໝໍ.”
ອ່ານຂ່າວເປັນພາສາອັງກິດ
Russia launched a barrage of drones on Ukraine in an overnight attack on Friday, injuring
four people and damaging a hospital and a grain warehouse in the southern Odesa region, officials said.
Ukraine's air defenses shot down 59 of 102 Russian drones, the air force said. It said that 37 drones were "lost," referring to the use of electronic warfare to redirect them.
Russian drones caused damage in the northeastern Sumy region, the Odesa region in the south and the central Cherkasy Region.
Oleh Kiper, the Odesa regional governor, said that four civilians, including a doctor, were injured in drone attacks targeting the city of Chornomorsk.
The strikes also partially disrupted electricity supplies in the city and damaged the city's hospital, an administrative building, a grain warehouse, a residential house, and several trucks, he said on the Telegram app.
Regional officials in the central Cherkasy region said that drone debris damaged an apartment building in the region.
Meanwhile, an oil refinery in Russia's southern Volgograd region caught fire after an overnight Ukrainian drone attack, but the blaze has now been put out, the regional governor said on Friday.
Andrei Bocharov, the governor, said in a statement on the Telegram messaging app that Russian air defenses had repelled an attack on his region by eight drones.
"As a result of falling debris from one of the drones, a fire broke out on the territory of an oil refinery, which was promptly extinguished. One injured refinery worker was hospitalized," he said.
ຟໍຣັມສະແດງຄວາມຄິດເຫັນ