ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນບໍ່ມີຄົນຂັບ ຂອງຣັດເຊຍ ໂຈມຕີສະຖານທີ່ ທີ່ເຊື່ອມໂຍງກັບກຸ່ມຊາດນິຍົມຢູເຄຣນ


ຜູ້ຊາຍຄົນນຶ່ງ ຢືນຢູ່ຂ້າງຫໍພິພິດຕະພັນ ທີ່ອຸທິດໃຫ້ກັບທ່ານ ໂຣແມນ ຊູຄີວິຈ (Roman Shukhevych), ຜູ້ນຳກອງກຳລັງກະບົດຢູເຄຣນ (UPA), ທີ່ໄດ້ຖືກທຳລາຍໂດຍການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ, ທ່າມກາງການໂຈມຕີຢູເຄຣນຂອງຣັດເຊຍ ໃນເມືອງ ລະວີບ, ຢູເຄຣນ,​ ວັນທີ 1 ມັງກອນ 2024.
ຜູ້ຊາຍຄົນນຶ່ງ ຢືນຢູ່ຂ້າງຫໍພິພິດຕະພັນ ທີ່ອຸທິດໃຫ້ກັບທ່ານ ໂຣແມນ ຊູຄີວິຈ (Roman Shukhevych), ຜູ້ນຳກອງກຳລັງກະບົດຢູເຄຣນ (UPA), ທີ່ໄດ້ຖືກທຳລາຍໂດຍການໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບຂອງຣັດເຊຍ, ທ່າມກາງການໂຈມຕີຢູເຄຣນຂອງຣັດເຊຍ ໃນເມືອງ ລະວີບ, ຢູເຄຣນ,​ ວັນທີ 1 ມັງກອນ 2024.

ເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ໄດ້ໂຈມຕີມະຫາວິທະຍາໄລ ແລະຫໍພິພິທະພັນ ທີ່ເຊື່ອມໂຍງກັບບັນດາຜູ້ປົກປັກຮັກສາ ເອກະລັກແຫ່ງຊາດຂອງຢູເຄຣນທີ່ໂດດເດັ່ນທີ່ສຸດ ໃນສະຕະວັດທີ 20 ສອງຄົນ ໃນວັນຈັນວານນີ້, ເຮັດໃຫ້ປະຊາຊົນໃນທ້ອງຖິ່ນ ປະຕິຍານວ່າຈະສ້ອມແປງຄວາມເສຍຫາຍດັ່ງກ່າວ, ອີງຕາມລາຍ ງານຂອງອົງການຂ່າວຣອຍເຕີສ໌.

ການໂຈມຕີແຫ່ງທີນຶ່ງ ໃນເບື້ອງຕົ້ນ ໄດ້ສ້າງຄວາມເສຍຫາຍ ໃຫ້ບັນດາປ່ອງ ຢ້ຽມ ແລະເກືອບທັງໝົດຂອງຫລັງຄາ ມະຫາວິທະຍາໄລ ການກະເສດ ແຫ່ງຊາດ, ທີ່ຢູ່ນອກເມືອງ ລະວີບ (Lviv) ທາງພາກຕາເວັນຕົກຂອງຢູເຄຣນ, ບ່ອນທີ່ ທ່ານ ສເຕຟານ ບັນເດຣາ (Stepan Bandera) ວີລະຊົນໃນຢູເຄຣນ ແຕ່ເປັນຜູ້ຮ້າຍຕາມການສຶກສາຂອງ ວັງເຄຣມລິນ.

ການໂຈມຕີດັ່ງກ່າວ ແມ່ນກົງກັບກັບ ວັນເກີດຄົບຮອບ 115 ປີຂອງ ທ່ານບັນເດຣາ.

ການໂຈມຕີແຫ່ງທີສອງ, ໄດ້ທຳລາຍຫໍພິພິທະພັນທີ່ຢູ່ໃກ້ໆ ທີ່ອຸທິດໃຫ້ ທ່ານ ໂຣແມນ ຊູຄີວິຈ (Roman Shukhevych).

​ຜູ້​ຊາຍ​ທັງ​ສອງທ່ານ ​ເປັນບຸກຄົນ​ສຳຄັນ ​ໃນ​ການ​ຕໍ່ຕ້ານຊາດນິຍົມ ​ຕໍ່​ການ​ປົກ ຄອງ​ຂອງ​ໂຊ​ວຽດ ​ແລະ​ມີຄວາມກ່ຽວຂ້ອງ​ກັບ​ກອງທັບ​ກະບົດ​ຢູເຄຣນຫຼື UPA, ທີ່​ຕໍ່ສູ້​ກັບ​ກອງກຳລັງ​ໂຊ​ວຽດ ​ໃນ​ສົງຄາມ​ໂລກ​ຄັ້ງ​ທີ 2.

"ນີ້ແມ່ນອາຄານທີ່ ທ່ານ ສເຕຟານ ບັນເດຣາ (Stepan Bandera) ເຂົ້າຮຽນ. ມີປ້າຍອະນຸສອນ ທີ່ອຸທິດໃຫ້ກັບທ່ານ ບັນເດຣາ ແລະຮູບປັ້ນກໍ່ຄືກັນ," ທ່ານນາງໂຊເຟຍ ຊໂດໂຣວິກ (Sofia Zdorovyk) ອາຍຸ 82 ປີ ກ່າວ ໃນຂະນະທີ່ປະຊາຊົນ ກຳລັງເກັບມ້ຽນຊາກຫັກພັງທີ່ຢູ່ອ້ອມໆ ທ່ານນາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG