ກອງທັບ ຢູເຄຣນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ກອງກຳລັງ ຣັດເຊຍ ໄດ້ໂຈມຕີປະເທດດັ່ງກ່າວ ໃນຄືນວານນີ້ດ້ວຍໂດຣນ 14 ລຳ ແລະ ລູກສອນໄຟ 6 ລູກ.
ກອງທັບອາກາດຂອງ ຢູເຄຣນ ໄດ້ກ່າວວ່າ ລະບົບປ້ອງກັນໄພທາງອາກາດຂອງຢູເຄຣນ ໄດ້ຍິງໂດຣນ 9 ລຳຈາກ 14 ລຳຕົກ, ດ້ວຍການສະກັດກັ້ນເກີດຂຶ້ນໃນພາກພື້ນ ຄາກີບ ແລະ ດິນິບໂປຣເປຕຣອບ. ຢູເຄຣນ ຍັງໄດ້ທຳລາຍລູກສອນໄຟ 3 ລູກ, ອີງຕາມການກ່າວຂອງກອງທັບ.
ການໂຈມຕີຄັ້ງຫຼ້າສຸດນີ້ ໄດ້ເກີດຂຶ້ນໃນຂະນະທີ່ບັນດາຜູ້ນຳຢູໂຣບ ກະກຽມທີ່ຈະເຕົ້າໂຮມກັນໃນວັນຈັນມື້ນີ້ ຢູ່ນະຄອນຫຼວງ ປາຣີ ເພື່ອສົ່ງຂໍ້ຄວາມທີ່ຊັດເຈນໃຫ້ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ ແລະ ຕອບໂຕ້ຕໍ່ການບັນຍາຍຂອງວັງເຄຣັມລິນວ່າ ຣັດເຊຍ ແມ່ນກຳລັງຈະຊະນະສົງຄາມທີ່ຕອນນີ້ ກ້າວເຂົ້າສູ່ປີທີສາມ, ອີງຕາມການກ່າວຂອງ ຝຣັ່ງ.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ເຊື້ອເຊີນບັນດາຄູ່ຮ່ວມຕຳແໜ່ງຂອງທ່ານໃນຢູໂຣບ ມາທຳນຽບ ເອລີເຊ ສຳລັບການປະຊຸມເຮັດວຽກທີ່ຖືກແຈ້ງໃນໄລຍະສັ້ນ ຫຼັງຈາກ, ສິ່ງທີ່ໆປຶກສາຂອງທ່ານເວົ້າວ່າ, ເປັນການຮຸກຮານທີ່ຮຸນແຮງຂຶ້ນຂອງຣັດເຊຍ ໃນສອງສາມອາທິດທີ່ຜ່ານມາ.
ທ່ານ ຈິມ ໂອໄບຣເອັນ ຮອງລັດຖະມົນຕີການຕ່າງປະເທດ ສະຫະລັດ ທີ່ຮັບຜິດຊອບສຳລັບບັນຫາ ຢູໂຣບ ແລະ ຢູໂຣບເອເຊຍ ຈະເປັນຕົວແທນໃຫ້ ສະຫະລັດ, ແລະ ການາດາ ຈະເປັນຕົວແທນໂດຍລັດຖະມົນຕີ ປ້ອງກັນປະເທດ ທ່ານ ບິລ໌ ແບຼ.
ທີ່ປຶກສາປະທານາທິບໍດີ ຝຣັ່ງ ໄດ້ກ່າວຕໍ່ບັນດານັກຂ່າວໃນກອງປະຊຸມລາຍງານວ່າ “ພວກເຮົາຢາກສົ່ງຂໍ້ຄວາມທີ່ຊັດເຈນຫຼາຍໃຫ້ທ່ານ ປູຕິນ, ວ່າທ່ານຈະບໍ່ຊະນະ ໃນຢູເຄຣນ.”
ຟໍຣັມສະແດງຄວາມຄິດເຫັນ