ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ໂຈມ​ຕີ​ພາກ​ພື້ນ ໂອ​ເດ​ຊາ ດ້ວຍ​ໂດ​ຣນ


ລົດ​ຖືກ​ເຜົາ​ໄໝ້​ຢູ່​ສະ​ຖານ​ທີ່​ຂອງ​ການ​ໂຈມ​ຕີ​ໂດຍ ຣັດ​ເຊຍ ຢູ່​ຕະຫຼາດ​ໃນ​ເມືອງ ຄອ​ສ​ຕຽນ​ຕິ​ນິບ​ກາ, ຢູ​ເຄ​ຣນ, 6 ກັນ​ຍາ 2023.
ລົດ​ຖືກ​ເຜົາ​ໄໝ້​ຢູ່​ສະ​ຖານ​ທີ່​ຂອງ​ການ​ໂຈມ​ຕີ​ໂດຍ ຣັດ​ເຊຍ ຢູ່​ຕະຫຼາດ​ໃນ​ເມືອງ ຄອ​ສ​ຕຽນ​ຕິ​ນິບ​ກາ, ຢູ​ເຄ​ຣນ, 6 ກັນ​ຍາ 2023.

ກອງ​ທັບ​ຢູ​ເຄ​ຣນ​ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ລະ​ບົບ​ປ້ອງ​ກັນໄພ​ທາງ​ອາ​ກາດ​ຂອງ​ເຂົາ​ເຈົ້າ​ໄດ້​ທຳ​ລາຍ​ໂດ​ຣນ 25 ຈາກ 33 ລຳ​ທີ່ ຣັດ​ເຊຍ ໄດ້​ໃຊ້​ເພື່ອ​ໂຈມ​ຕີ​ພາກ​ພື້ນ ຊູ​ມີ ແລະ ໂອ​ເດ​ຊາ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ.

ທ່ານ ໂອ​ເລ ຄີ​ເປີ, ຜູ້​ປົກ​ຄອງ​ພາກ​ພື້ນ ໂອ​ເດ​ຊາ, ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໄດ້​ຕົກ​ຖືກ​ເຂດ ອິ​ສ​ເມ​ລ ເປັນ​ຄັ້ງ​ທີ​ສີ່​ໃນ​ຫ້າ​ວັນ, ເຮັດ​ໃຫ້​ຄົນ​ນຶ່ງ​ບາດ​ເຈັບ.

ທ່ານ ຄີ​ເປີ ໄດ້​ກ່າວ​ວ່າ​ ການ​ໂຈມ​ຕີ​ນັ້ນ ຍັງ​ໄດ້​ເຮັດ​ໃຫ້​ສະ​ຖານ​ທີ່​ພື້ນ​ຖານ​ໂຄງ​ລ່າງ​ຕ່າງໆ​ຂອງ​ທ່າ​ເຮືອ ແລະ ຕຶກ​ອາ​ຄານ​ບໍ​ລິ​ຫານຫຼັງ​ນຶ່ງ​ ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ວ່າ​ພວກ​ເຂົາ​ໄດ້​ທຳ​ລາຍ​ໂດ​ຣນ​ຂອງ ຢູ​ເຄ​ຣນ ສອງ​ລຳ​ຢູ່​ເໜືອ​ພາກ​ພື້ນ ຣອ​ສ​ຕອ​ຟ, ພ້ອມ​ກັບໃນ​ເມືອງ ບ​ຣຽນ​ສ໌ ແລະ ອີກ​ເມືອງ​ນຶ່ງ​ຢູ່​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນຫຼວງ ມົ​ສ​ກູ.

ເຈົ້າ​ຄອງ​ນະ​ຄອນຫຼວງ ມົ​ສ​ກູ ທ່ານ ເຊີ​ເກ ໂຊ​ເບຍ​ນິນ ໄດ້​ກ່າວ​ໃນ Telegram ວ່າ​ຊິ້ນ​ສ່ວນ​ຈາກ​ໂດ​ຣນ​ທີ່​ຖືກ​ຍິງ​ຕົກ​ໄດ້​ຕົກ​ລົງ​ໃນ​ເມືອງ ຣາ​ເມັນ​ສ​ກີ ແຕ່ບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ຫຼື ​ມີຜູ້​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ໃດໆ.

ຢ່າງ​ໜ້ອຍ 17 ຄົນ​ໄດ້​ເສຍ​ຊີ​ວິດ ແລະ ເກືອບ​ສາມ​ສິບ​ຄົນ​ຕື່ມ​ອີກ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ເມື່ອ​ວັນ​ພຸດ​ວານນີ້ ຢູ່​ສູນ​ກາງ​ຕະຫຼາດ​ໃນ​ເມືອງ ຄອ​ສ​ຕ​ຽນ​ຕີ​ນິບ​ກາ ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ ອີງ​ຕ​າມ​ການ​ກ່າວ​ຂອງ​ບັນ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ.

ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ປະ​ນາມ​ການ​ໂຈມ​ຕີ​ດັ່ງ​ກ່າວ, ໂດຍ​ເວົ້າ​ວ່າ​ຕະຫຼາດ, ຮ້ານ​ຄ້າ ແລະ ຮ້ານ​ຂາຍ​ຢາ​ໄດ້​ຖືກ​ໂຈມ​ຕີ​ໃນ​ເມືອງ​ອຸດ​ສາ​ຫະ​ກຳ​ທີ່​ຕັ້ງ​ຢູ່​ໃກ້​ແນວ​ໜ້າ​ຂອງ​ການ​ຕໍ່​ສູ້​ໃນ​ປັດ​ຈຸ​ບັນ, ປະ​ມານ 30 ກິ​ໂລ​ແມັດ ​ຈາກ​ເມືອງ ບາກ​ມຸດ, ບ່ອນ​ທີ່​ໄດ້​ມີ​ການ​ຕໍ່​ສູ້​ຢ່າງ​ໜັກ​ ເປັນ​ເວ​ລາຫຼາຍເດືອນ.

ທ່ານ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ນະ​ຄອນຫຼວງ ກີ​ຢິບ ວ່າ “ຜູ້​ທີ່​ຮູ້​ຈັກ​ສະ​ຖານ​ທີ່ນີ້​ດີ​ຈະ​ຮູ້​ວ່າ​ມັນ​ແມ່ນ​ເຂດ​ພົນ​ລະ​ເຮືອນ. ມັນ​ບໍ່​ໄດ້​ມີ​ໜ່ວຍ​ທະ​ຫານ​ໃດໆ​ຢູ່​ໃກ້​ຄຽງ.”

ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ຜີ​ຮ້າຍ ຣັດ​ເຊຍ ນີ້​ຕ້ອງ​ຖືກ​ເອົາ​ຊະ​ນະ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ຢູ​ເຄ​ຣນ ທ່ານ ອີ​ຮໍ ຄ​ລີ​ເມັນ​ໂກ ໄດ້​ລົງຮູບທີ່​ສະ​ແດງ​ໃຫ້​ເຫັນ​ພະ​ນັກ​ງານ​ກູ້​ໄພ​ທຳ​ການ​ຄົ້ນ​ຫາ​ໃນ​ຊາກ​ຫັກ​ພັງ ແລະ ຫາມ​ສົບ​ຜູ້​ເສຍ​ຊີ​ວິດ​ໃນ​ຊົບ​ສີ​ດຳ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG