ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ທີ່ມີຄວາມເຫັນແຕກຕ່າງຊາວຣັດເຊຍ ຖືກຕັດສິນຂັງຄຸກ 7 ປີ ສຳລັບສິລະປະການປະທ້ວງ

ນັກສິລະປິນຣັດເຊຍ ນາງ ສາຊາ ສໂກຈີເລັນໂກ, ທີ່ຖືກກ່າວຫາວ່າເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ເປັນຄວາມຈິງ ກ່ຽວກັບກອງທັບຣັດເຊຍ ທີ່ປ່ຽນປ້າຍລາຄາຂອງຮ້ານຂາຍເຄື່ອງ ເປັນຂໍ້ຄວາມວິຈານການຮຸກຮານຢູເຄຣນ, ນັ່ງຢູ່ໃນຄຸກຂອງຈໍາເລີຍໃນລະຫວ່າງການໄຕ່ສວນຄໍາຕັດສິນຂອງນາງທີ່ ເຊນປີເຕີສະເບີກ ໃນວັນທີ 16 ພະຈິກ 2023.

ສານຣັດເຊຍ ໃນວັນພະຫັດວານນີ້ ໄດ້ຕັດສິນໂທດຂັງຄຸກ ນັກສິລະປິນ​ທີ່ປະທ້ວງ​ຄົນ​ນຶ່ງ ເປັນເວລາ 7 ປີ ສຳລັບການປ່ຽນປ້າຍ ລາຄາຮ້ານຂາຍເຄື່ອງ ເປັນສະຕິກເກີ ຕໍ່ຕ້ານສົງຄາມ ຊຶ່ງຖືເປັນການຄຸກຄາມ ຜູ້ທີ່ມີຄວາມເຫັນແຕກຕ່າງ ໃນປະເທດ ຄັ້ງຫຼ້າສຸດ ໃນຂະນະທີ່ປະເທດປະເຊີນກັບການຕອບໂຕ້ຢ່າງຮຸນແຮງຈາກນາໆຊາດ ຕໍ່ການຮຸກຮານຢູເຄຣນຢ່າງຕໍ່ເນື່ອງ.

ໃນເດືອນເມສາ ປີ 2022, ຫຼາຍກວ່ານຶ່ງເດືອນຫຼັງຈາກສົງຄາມຣັດເຊຍ - ຢູເຄຣນ ໄດ້ລະເບີດຂຶ້ນ, ນາງ ສາຊາ ສໂກຈີເລັນໂກ (Sasha Skochilenko) ໄດ້ຢູ່ພາຍໃຕ້ການຄວບຄຸມໂຕຂອງຕໍາຫຼວດໃນ ເຊນປີເຕີສະເບີກ (St. Petersburg) ໂດຍຖືກຂໍ້ຫາວ່າ ເຜີຍແຜ່ຂໍ້ມູນ ທີ່ບໍ່ເປັນຄວາມຈິງ ສຳລັບງານສິລະປະການປະທ້ວງຂອງນາງ.

ປ້າຍນ້ອຍໆແຜ່ນນຶ່ງ ອ່ານເປັນພາສາຣັດເຊຍວ່າ “ກອງທັບຣັດເຊຍ ໄດ້ຖິ້ມລະເບີດໃສ່ໂຮງຮຽນສິລະປະໃນເມືອງມາຣິອູໂປລ (Mariupol). ມີປະມານ 400 ຄົນ ໄດ້ລີ້ຢູ່ໃນນັ້ນ ຈາກການຍິ່ງຖະຫຼົ່ມ”. ປ້າຍອີກແຜ່ນນຶ່ງກ່າວ “ທະ ຫານເກນຊາວຣັດ​ເຊຍ ກຳລັງ​ຖືກ​ສົ່ງ​ໄປ​ຢູ​ເຄຣນ. ຊີວິດຂອງລູກຫຼານຂອງພວກເຮົາຄືລາຄາຂອງສົງຄາມຄັ້ງນີ້.”

ຄົນຊື້ເຄື່ອງຢູ່ຮ້ານຂາຍເຄື່ອງ ໄດ້ເຕືອນເຈົ້າໜ້າທີ່ທ້ອງຖິ່ນ ທີ່ໄດ້ຈັບຕົວ ນາງສໂກຈີເລັນໂກ ທັນທີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG