ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍ ​ຢູ່​ທີ່ເກົາຫຼີເໜືອ ເພື່ອສະເຫຼີມສະຫຼອງວັນຄົບຮອບສະ​ຫງົບ​ເສິກ


ໃນຮູບພາບນີ້ ເຜີຍແຜ່ໂດຍອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງຣັດເຊຍ ທ່ານເຊີເກ ຊອຍກູ (ຂວາ) ໄດ້ຮັບການຕ້ອນຮັບຈາກລັດຖະມົນຕີກະຊວງປ້ອງກັນປະເທດຂອງເກົາຫຼີເໜືອ ທ່ານກັງ ຊຸນ ນາມ ຢູ່ສະໜາມບິນສາກົນພຽງຢາງ ໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 25 ກະລະກົດ 2023
ໃນຮູບພາບນີ້ ເຜີຍແຜ່ໂດຍອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ, ລັດຖະມົນຕີກະຊວງປ້ອງກັນປະເທດຂອງຣັດເຊຍ ທ່ານເຊີເກ ຊອຍກູ (ຂວາ) ໄດ້ຮັບການຕ້ອນຮັບຈາກລັດຖະມົນຕີກະຊວງປ້ອງກັນປະເທດຂອງເກົາຫຼີເໜືອ ທ່ານກັງ ຊຸນ ນາມ ຢູ່ສະໜາມບິນສາກົນພຽງຢາງ ໃນນະຄອນຫຼວງພຽງຢາງ, ເກົາຫຼີເໜືອ, ວັນທີ 25 ກະລະກົດ 2023

ເກົາຫຼີ​ເໜືອ​ໄດ້​ຕ້ອນຮັບ​ຜູ້​ແທນ ​ທີ່​ໄດ້ຮັບ​ເຊີນ​ຈາກຣັດ​ເຊຍ​ແລະ​ຈີນ ​ໃນ​ອາທິດ​ນີ້​ເພື່ອການ​ສະ​ເຫຼີມສະຫຼອງວັນຄົບຮອບ 70 ປີ ​ທີ່ຕົນໄດ້ປະກາດເອງວ່າ ເປັນ “ວັນແຫ່ງໄຊຊະນະ,” ​ຊຶ່ງເປັນ​ການ​ເຄື່ອນ​ໄຫວ​ທີ່​ພິ​ເສດ​ໃນແງ່ຂອງການ​ປິດ​ດ່ານ​ຊາຍ​ແດນ​ທີ່​ດຳ​ເນີນ​ໄປ​ຢ່າງຕໍ່ເນື່ອງນັບ​ແຕ່​ຕົ້ນ​ປີ 2020 ຫຼັງຈາກ​ການ​ລະບາດໃຫຍ່​ຂອງ​ພະຍາດ​ໂຄ​ວິດ-19.

ວັນ​ທີ 27 ກໍລະກົດ​ປີ 1953 ​ແມ່ນ​ວັນ​ເຊັນ​ສັນຍາ​ສະ​ຫງົບ​ເສິກ ​ທີ່​ມີ​ການ​ເຈລະຈາ​ຍາວ​ນານ​ ເພື່ອ​ຢຸດຕິ​ສົງຄາມ​ເກົາຫຼີ. ເກົາຫຼີເໜືອ ອ້າງວ່າ ສົງຄາມ 1950-1953 ໄດ້ເລີ່ມຂຶ້ນໂດຍສະຫະລັດ ແລະເກົາຫຼີໃຕ້, ແລະໃນທີ່ສຸດຕົນກໍໄດ້ຮັບໄຊຊະນະ.

ສື່​ມວນ​ຊົນ​ທາງການຂອງ​ລັດຖະ​ບານ​ເກົາຫຼີ​ເໜືອ​ ໄດ້​ພິມ​ເຜີຍ​ແຜ່​ຮູບ​ພາບ​ຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ທ່ານເຊີເກ ຊອຍກູ (Sergei Shoigu) ​ເດີນທາງຮອດ​ສະໜາມ​ບິນ​ສາກົນ​ພຽງ​ຢາງ​ໃນ​ຄືນ​ກ່ອນ ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ທ່ານກັງ ຊຸນ ນາມ (Kang Sun Nam) ຄູ່ຮ່ວມ​ຕຳ​ແໜ່​ງ​ເກົາຫຼີ​ເໜືອ.

“ພາລະກິດ​ແຫ່ງຄວາມປາດຖະໜາດີ​ຂອງ​ກອງທັບ ​ແລະປະຊາຊົນຣັດ​ເຊຍ ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຍຸດ​ທະ​ສາດ ​ແລະ ​ແບບ​ດັ້ງ​ເດີມ​ຂອງ ສປປ ​ເກົາຫຼີ ແລະ ຣັດ​ເຊຍ... ເພື່ອຕອບສະໜອງຄວາມຕ້ອງການຂອງຍຸກສະໄໝ, ອົງການຂ່າວ KCNA ກ່າວ​.

ສປປ ເກົາຫຼີ ຫຼື ສາທາລະນະລັດ ປະຊາທິປະໄຕປະຊາຊົນເກົາຫຼີ ເປັນຊື່ທາງການຂອງເກົາຫຼີເໜືອ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG