ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປູຕິນ ປະນາມກຸ່ມແວກເນີ​ຢ່າງ​ແຮງ ໃນການ​ກໍ່​ກະ​ບົດ ແຕ່​ຍົກ​ໂທດ​ໃຫ້​ພວກ​ທະ​ຫານ ທີ່​ກະ​ທຳ​ຜິດ


ຮູບພາບຈາກວີດີໂອ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ຖະແຫລງຕໍ່ປະເທດຊາດ ໃນມົສກູ ວັນທີ 26 ພຶດສະພາ 2023
ຮູບພາບຈາກວີດີໂອ ປະທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ຖະແຫລງຕໍ່ປະເທດຊາດ ໃນມົສກູ ວັນທີ 26 ພຶດສະພາ 2023

ຢູ່ໃນຄຳ​ປາ​ໄສຕໍ່ປະເທດຣັດເຊຍ, ປະທານາທິບໍດີຣັດເຊຍ ທ່ານ ວລາດີເມຍ ປູຕິນ ໄດ້ປະນາມພວກ​ກະ​ບົດ ແວກ​ເນີ​ ຢ່າງ​ຮຸນ​ແຮງ​ໂດຍ​ໄດ້​ເອີ້​ນ​ພວກ​ເຂົາ​ວ່າ "ພວກ​ທໍ​ລະ​ຍົດ.” ຜູ້ນຳຣັດເຊຍກ່າວວ່າ ພວກຜູ້​ຈັດ​ການ​ກະ​ບົດ​ໄດ້ຂີ້ຕົວະຕໍ່ປະ ຊາຊົນຂອງຕົນເອງ ແລະ “ຜັກ​ດັນເຂົາເຈົ້າໄປ​ຊູ່ຄວາມຕາຍ, ຖືກ​ຍິງ​ໃສ່, ແລະ ຍິງ​ໃສ່​ຄົນ​ຂອງ​ຕົນ​ເອງ,” ມັນ​ໄດ້ສະທ້ອນໃຫ້​ເຫັນ​ຄວາມ​ຜິດ​ສຳ​ລັບ​ການ​ບຸກ​ໂຈມ​ຕີ​ເມືອງ ຣອ​ສ​ຕອ​ຟ ທີ່​ຢູ່​ພາກ​ໃຕ້​ຂອງ​ພວກນັກລົບແວກເນີ, ຊຶ່ງພວກ ເຂົາໄດ້ຍຶດ​ເປັນ​ເວ​ລາ​ຊົ່ວ​ຄາວ ໃນ​ລະ​ຫວ່າງ​ການເດີນທາງໄປສູ່ ມົສກູ ຂອງ​ພວກ​ເຂົາ.

ທ່ານປູຕິນ ໄດ້ເຊື້ອເຊີນພວກທະຫານແວກເນີ ແລະ ຜູ້ບັນຊາການເຂົາເຈົ້າ ຜູ້ທີ່ທ່ານຮ້ອງວ່າ “ຄົນຮັກຊາດ” ມາຮ່ວມກອງທັບຣັດເຊຍ ດ້ວຍ​ການເຊັນສັນ​ຍາກັບກະຊວງປ້ອງກັນປະເທດ ຣັດ​ເຊຍ ຫລືບັນດາອົງການບັງ​ຄັບ​ໃຊ້ກົດໝາຍ ອື່ນໆ. ທ່ານຍັງໄດ້ໃຫ້ທາງເລືອກແກ່ເຂົາເຈົ້າ ຖ້າຫາກວ່າເຂົາເຈົ້າຢາກກັບຄືນ ໄປຫາຄອບຄົວ ແລະໝູ່ເພື່ອນເຂົາເຈົ້າ ຫລືຍ້າຍໄປຢູ່ ເບລາຣຸສ ຖ້າເຂົາເຈົ້າ ຫາກເລືອກເອົາ.

ຜູ້ນຳຣັດເຊຍບໍ່ໄດ້ກ່າວເຖິງຫົວໜ້າແວກເນີ ທ່ານເຢັບເກນີ ປຣີໂກຊິນ ຜູ້ນຳ ພາການ​ປະ​ຕິ​ວັດ. ເຖິງຢ່າງໃດກໍ່​ຕາມ, ທ່ານໄດ້ກ່າວວ່າພວກ​ຜູ້​ຈັດ​ການ​ກະ​ບົດ​ນີ້​ໄດ້​ທໍ​ລະ​ຍົດ​ຕໍ່ “ປະ​ເທດ​ຂອງ​ເຂົາ​ເຈົ້າ, ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ, ທໍ​ລະ​ຍົດ​ຕໍ່​ຜູ້​ທີ່​ຖືກ​ນຳ​ເຂົ້າ​ມາ​ສູ່​ອາ​ຊະ​ຍາ​ກຳ​ດັ່ງ​ກ່າວ.”

ທ່ານຍັງກ່າວວ່າຜ່ານການປະ​ຕິ​ວັດດັ່ງກ່າວ, ພວກ​ຜູ້​ຈັດ​ການ​ໄດ້​ເຮັດ​ໃຫ້ສັດຕູ ຂອງຣັດເຊຍ ໄດ້​ຮັບໃນສິ່ງທີ່ເຂົາເຈົ້າຕ້ອງການ, “ເພື່ອທະຫານຣັດເຊຍຂ້າກັນ ເອງ, ສະ​ນັ້ນ​ເຈົ້າ​ໜ້າ​ທີ່ກອງ​ທັບ ແລະ ພົນ​ລະ​ເຮືອນ ຣັດ​ເຊຍ ຈະຕາຍ, ສະນັ້ນໃນທີ່ສຸດ ຣັດເຊຍ ກໍ​ຈະເສຍໄຊ, ຈົມ​ຢູ່​ໃນ​ການ​ຕໍ່​ສູ້​ທີ່ນອງ​ເລືອດ​ຂອງ​ພົນ​ລະ​ເຮືອນ.”

ທ່ານປູຕິນຍັງໄດ້ກ່າວວ່າ ທ່ານໄດ້ຕັ້ງໃຈປ່ອຍໃຫ້ການ​ກະ​ບົດ 24 ຊົ່ວ​ໂມງ​ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ​ໂດຍ​ພວກ​ທະ​ຫານ​ບ້ານ ແວກ​ເນີ ດຳເນີນຕໍ່ໄປດົນ​ເທົ່າທີ່ເຮັດ ໄດ້ ເພື່ອຫລີກຫລ່ຽງການນອງເລືອດ ແລະນັ້ນໄດ້ບັງຂັໍບການທ້ອນໂຮມຊາດ. ທ່ານ​ໄດ້​ກ່າວ​ວ່າ “ເວລາໄດ້ເປັນທີ່ຕ້ອງການ ລວມ​ຢູ່​ໃນສິ່ງອື່ນໆ, ເພື່ອໃຫ້ພວກ ທີ່ໄດ້ເຮັດຄວາມຜິດພາດ ມີໂອກາດກັບຄືນມາໃນຄວາມສຳນຶກເຂົາເຈົ້າ ເພື່ອຮູ້ວ່າການກະ​ທຳ​ຂອງເຂົາເຈົ້າໄດ້ຖືກປະຕິເສດຢ່າງ​ແຮງໂດຍສັງຄົມ ແລະ ການພະ​ຈົນ​ໄພ​ທີ່ເຂົາເຈົ້າໄດ້ມີ​ສ່ວນ​ຮ່ວມ​ແມ່ນ​ມີ​ຜົນ​ຕາມ​ມາ​ທີ່​ໜ້າ​ເສົ້າ​ໃຈ ແລະ ທຳ​ລາຍ​ລ້າງ​ສຳ​ລັບ​ ຣັດ​ເຊຍ ແລະ ສຳ​ລັບ​ລັດ​ຂອງ​ພວກ​ເຮົາ.”

ທ່ານປຣີໂກຊິນ ໃນວັນຈັນທີ່ຜ່ານມາໄດ້ໃຫ້​ຄຳ​ເຫັນ​ຕໍ່ ສາທາລະນະເປັນເທື່ອ ທຳອິດ ນັບແຕ່ໄດ້ມີການກໍ່​ກະ​ບົດໄລຍະສັ້ນໆ ທີ່ທ່ານໄດ້ເລີ້ມຂຶ້ນຕໍ່​ການ​ນຳທາງ​ທະ​ຫານຂອງຣັດເຊຍ.

“ພວກເຮົາບໍ່ໄດ້ມີເປົ້າໝາຍທີ່ຈະໂຄ່ນລົ້ມລະບອບການ​ປົກ​ຄອງ​ໃນປັດຈຸບັນ ແລະລັດຖະບານທີ່ຖືກເລືອກຕັ້ງຢ່າງ​ຖືກ​ຕ້ອງຕາມກົດໝາຍ” ທີີ່ທ່ານໄດ້ກ່າວ ຢູ່ໃນຂໍ້​ຄວາມ​ດົນ 11 ນາທີ ທີ່​ຖືກ​ເປີດ​ເຜີຍ​ຢູ່​ໃສແອັບ​ພ​ລີ​ເຄ​ຊັ້ນ​ສົ່ງ​ຂໍ້​ຄວາມ Telegram.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG