ໂທລະພາບລັດຖະບານ ຣັດເຊຍ ໄດ້ສະແດງເຫັນວິດີໂອຂອງລັດຖະມົນຕີປ້ອງກັນປະເທດ ທ່ານ ເຊີເກ ຊອຍກູ ໄປຢ້ຽມຢາມກອງທະຫານໃນການປາກົດຕົວຕໍ່ສາທາລະນະຄັ້ງທຳອິດຂອງທ່ານໃນວັນຈັນມື້ນີ້ ນັບຕັ້ງແຕ່ການກໍ່ກະບົດຂອງຫົວໜ້າທະຫານຮັບຈ້າງ ທ່ານ ເຢັຟເກນີ ປຣີໂກຊິນ ແລະ ກອງກຳລັງຂອງລາວເມື່ອບໍ່ດົນມານີ້.
ລາຍງານບໍ່ໄດ້ລະບຸເວລາ ຫຼື ສະຖານທີ່ໆທ່ານ ຊອຍກູ ໄດ້ພົບປະກັບກອງທະຫານ ແລະ ພວກຜູ້ບັນຊາການທີ່ຖືກລະບຸວ່າ ເປັນສ່ວນນຶ່ງຂອງການບຸກລຸກ ຢູເຄຣນ ຂອງ ຣັດເຊຍ.
ສະຫະລັດ ໄດ້ກ່າວໃນວັນອາທິດວານນີ້ວ່າການກໍ່ກະບົດຂອງທ່ານ ປຣີໂກຊິນ ຕໍ່ການນຳພາຂອງກອງທັບ ຣັດເຊຍ ໄດ້ສະແດງໃຫ້ເຫັນ “ຄວາມແຕກແຍກທີ່ຮ້າຍແຮງຫຼາຍ” ໃນການປົກຄອງດົນສອງທົດສະວັດຂອງປະທານາທິບໍດີ ວລາດິເມຍ ປູຕິນ ແລະ “ມີຄວາມສົງໄສຕໍ່ຄຳສັນຍາ” ກ່ຽວກັບ ສົງຄາມດົນ 16 ເດືອນຕໍ່ກັບ ຢູເຄຣນ.”
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ກ່າວໃນລາຍການ This Week ຂອງໂທລະພາບ ABC ວ່າສົງຄາມດັ່ງກ່າວ “ໄດ້ເປັນຄວາມລົ້ມແຫຼວທາງຍຸດທະສາດທີ່ຮ້າຍແຮງ ໃນທົ່ວໜ້າໂດຍລວມສຳລັບທ່ານ ປູຕິນ ເຊັ່ນ ເສດຖະກິດ, ທະຫານ, ຈຸດຢືນດ້ານພູມສາດການເມືອງ.”
ທ່ານ ບລິງເຄັນ ໄດ້ກ່າວ ກ່ຽວກັບ ການປະທ້ວງຂອງທ່ານ ປຣີໂກຊິນ ຕໍ່ທ່ານ ປູຕິນ ວ່າ “ພວກເຮົາກຳລັງເຫັນຄວາມແຕກແຍກປາກົດອອກມາ. ເຂົາເຈົ້າຈະໄປບ່ອນໃດ, ຖ້າມີບ່ອນໄປ, ເວລາໃດທີ່ເຂົາເຈົ້າຈະໄປຮອດ, ມັນຍາກຫຼາຍທີ່ຈະເວົ້າ. ຂ້າພະເຈົ້າບໍ່ຢາກເດົາກ່ຽວກັບມັນ. ແຕ່ຂ້າພະເຈົ້າບໍ່ຄິດວ່າພວກເຮົາຍັງບໍ່ໄດ້ເຫັນການດຳເນີນການຄັ້ງສຸດທ້າຍເທື່ອ.”
ນັກການທູດລະດັບສູງຂອງ ສະຫະລັດ ທີ່ວ່ານັ້ນໄດ້ກ່າວວ່າຜົນຕາມມາ ກ່ຽວກັບ ຄວາມກ້າວໜ້າຂອງກຸ່ມ ແວກເນີ ຂອງທ່ານ ປຣີໂກຊິນ ຕໍ່ ມົສກູ ໃນວັນເສົາທີ່ຜ່ານມາ ກ່ອນການຖອນຕົວຢ່າງກະທັນຫັນກ່ອນໄປຮອດນະຄອນຫຼວງຂອງ ຣັດເຊຍ “ແມ່ນຍັງເປັນພາບທີ່ກຳລັງເໜັງຕີງຢູ່,” ດ້ວຍຜົນທີ່ອອກມາແມ່ນບໍ່ແນ່ນອນ.
ທ່ານ ປູຕິນ ໄດ້ເອີ້ນທ່ານ ປຣີໂກຊິນ, ເຊິງແມ່ນພັນທະມິດທີ່ດົນນານ ທີ່ກອງທະຫານຂອງລາວໄດ້ຕໍ່ສູ້ຄຽງບ່າຄຽງໄຫຼ່ກອງກຳລັງ ຣັດເຊຍ ໃນ ຢູເຄຣນ ນັ້ນວ່າ, ທໍລະຍົດສຳລັບການປີ້ນທາງກັບລະບອບການປົກຄອງຜະເດັດການຂອງທ່ານ. ແລ້ວຕໍ່ມາຜູ້ນຳ ຣັດເຊຍ ໄດ້ກ່າວວ່າທ່ານ ປຣີໂກຊິນ ຈະບໍ່ຖືກລົງໂທດ ແລະ ໄດ້ອະນຸຍາດໃຫ້ລາວໄປປະເທດ ເບລາຣຸສ ທີ່ຢູ່ໃກ້ຄຽງ, ເຊິ່ງແມ່ນພັນທະມິດຂອງ ຣັດເຊຍ, ພາຍໃຕ້ຂໍ້ຕົກລົງທີ່ຖືກເຈລະຈາໂດຍຜູ້ນຳ ເບລາຣຸສ ທ່ານ ອາເລັກແຊນເດີ ລູກາເຊັນໂກ.