ນາຍົກລັດຖະມຸນຕີ ຢູເຄຣນ ທ່ານ Mykola Azarov ກ່າວວ່າ
ການເຊັນສັນຍາຊ່ວຍເຫລືອສະບັບໃໝ່ ກັບຣັດເຊຍ ຈະອໍາ
ນວຍໃຫ້ຢູເຄຣນ ສາມາດຟື້ນຟູເສດຖະກິດຂອງຕົນຄືນມາໄດ້
ແລະຫລີກລ່ຽງການລົ້ມລະລາຍ ແຕ່ວ່າ ການປະທ້ວງສະໜັບ
ສະໜູນສະຫະພາບຢູໂຣບ ຍັງສືບຕໍ່ຢູ່ໃນກຸງ Kiev ແລະໃນ
ເມືອງອື່ນໆຂອງຢູເຄຣນ.
ທ່ານ Azarov ໄດ້ຖະແຫລງໃນວັນພຸດມື້ນີ້ ນຶ່ງມື້ຫລັງຈາກ
ປະທານາທິ ບໍດີ ຣັດເຊຍ ທ່ານ Vladimir Putin ແລະ ປະທາ
ນາທິບໍດີຢູເຄຣນ ທ່ານ Viktor Yanukovych ໄດ້ສົນທະນາ
ກັນທີ່ ກຸງມົສກູ ຊຶ່ງທ່ານ Putin ໄດ້ໃຫ້ຄໍາໝັ້ນສັນຍາ ທີ່ຈະລຸດ
ລາຄາແກັສທໍາມະຊາດ ທີ່ສົ່ງໃຫ້ ຢູເຄຣນນັ້ນ ລົງນຶ່ງສ່ວນສາມ
ແລະໃຫ້ເງິນກູ້ຢືມ 15 ພັນລ້ານໂດລາ.
ຜູ້ນໍາຝ່າຍຄ້ານ ທ່ານ Vitaly Kitschko ສະແດງປະຕິກິລິຍາ
ຕໍ່ຂ່າວດັ່ງກ່າວ ດ້ວຍຄວາມສົງໄສບໍ່ແນ່ໃຈໃນວັນອັງຄານວານນີ້
ແລະໄດ້ ກ່າວຕໍ່ພວກສະໜັບສະໜູນທ່ານວ່າ ປະທານາທິບໍດີ
Yanukovych ໄດ້ມອບຜົນປະໂຫຍດແຫ່ງຊາດຂອງຢູເຄຣນ ຕະຫລອດທັງເອກກະລາດ
ແລະໂອກາດທຸກຢ່າງສໍາລັບຊີວິດທີ່ດີຂຶ້ນ ຂອງຊາວຢູເຄຣນນັ້ນ ໃຫ້ແກ່ຣັດເຊຍ.
ການປະທ້ວງລັດຖະບານ ໃນຢູເຄຣນ ໄດ້ເລີ້ມຂື້ນເດືອນນຶ່ງທີ່ຜ່ານມາ ເວລາທ່ານ
Yanukovych ປະຕິເສດ ທີ່ຈະເຊັນສັນຍາການຄ້າ ກັບ ສະຫະພາບຢູໂຣບ ເພື່ອເລືອກ
ເອົາການຜູກສາຍພົວພັນທີ່ໃກ້ຊິດຍິ່ງຂຶ້ນ ກັບຣັດເຊຍ. ນີ້ແມ່ນວິກິດການ ດ້ານການເມືອງ
ທີ່ໃຫຍ່ທີ່ສຸດຂອງຢູເຄຣນ ໃນຮອບສິບປີທີ່ຜ່ານມາ.