ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກ​ລົງ​ທຶນ​ ອາ​ເມ​ຣິ​ກາ ຈະ​ຖືກ​ກັກ​ຂັງ​ຈົນ​ຮອດ ວັນ​ທີ 13 ເມ​ສາ

ທ່ານ ໄມ​ເກີ​ລ ຄາ​ລ​ເວ ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດລົງ​ທຶນເອກ​ກະ​ຊົນຊື່​ວ່າ ຫຸ້​ນ​ສ່ວນ ບາຣິງ ໂວ​ສ​ຕັອກ ຄາ​ປີ​ຕາ​ລ (Baring Vostok Capital Partners) ແລະ​ເປັນ​ນັກ​ລົງ​ທຶນ ອາ​ເມ​ຣິ​ກັນ ທີ່ກຳ​ລັງ​ຖືກ​ດຳ​ເນີນ​ຄະ​ດີ. ວັນ​ທີ 15, ກຸມ​ພາ 2019.

ສານ​ຣັດ​ເຊຍ​ແຫ່ງ​ນຶ່ງໄດ້​ສັ່ງ​ໃຫ້ ​ທ່ານໄມ​ເກີ​ລ ຄາ​ລ​ເວ ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດລົງ​ທຶນເອກ​ກະ​ຊົນ
ຊື່​ວ່າ ຫຸ້​ນ​ສ່ວນ ບາຣິງ ໂວ​ສ​ຕັອກ ຄາ​ປີ​ຕາ​ລ (Baring Vostok Capital Partners)
ແລະ​ເປັນ​ນັກ​ລົງ​ທຶນອາ​ເມ​ຣິ​ກັນ ຜູ້​ນຶ່ງ​ທີ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ ແລະ ມີ​ຢູ່​ດົນ​ນານ​ທີ່​ສຸດ
​ຂອງ​ປະ​ເທດນັ້ນ, ​ຖືກ​ຄວບ​ຄຸມ​ຕົວ​ດົນ​ເກືອບ​ສອງ​ເດືອນ ໃນ​ຂໍ້​ຫາ​ຍັກ​ຍອກ​ເງິນ.

ຜູ້​ພິ​ພາກ​ສາສານ ມົສ​ກູ​ ບາ​ສ​ແມນ​ນີ ທ່ານ​ ອາ​ເທີ​ຣ ຄາປອຟ ໄດ້​ສັ່ງ​ໃຫ້​ທ່ານ​ ຄາ​ລ​ເວ
ຖືກ​ຄວບ​ຄຸມ​ຕົວ​ຈົນຮອດວັນທີ 13 ເດືອນ​ເມ​ສາ, ໂດຍໂຕ້​ຖຽງ​ວ່າຂໍ້​ກ່າວ​ຫາ​ທີ່​ຮ້າຍ​ແຮງ​
ເຮັດ​ໃຫ້​ທ່ານມີ​ຄວາມ​ສ່ຽງ​ທີ່​ຈະ​ລັກ​ໜີ.

ທະ​ນາຍ​ຄວາມ​ຂອງທ່ານ ​ຄາ​ລ​ເວ ກ່າວ​ວ່າ ນັກ​ລົງ​ທຶນຢືນ​ຢັນ​ຄວາມ​ບໍ​ລິ​ສຸດຂອງ​ທ່ານ
ແລະ ​ຈະຂໍ​ອຸ​ທອນ. ຈຳ​ເລີຍອີກ​ສີ່​ຄົນ​ໃນ​ຄະ​ດີ ໄດ້​ຖືກ​ສັ່ງ​ໃຫ້​ຢູ່​ໃນ​ການ​ກັກ​ຂັງສອງ​
ເດືອນ​ ກ່ອນ​ການໄຕ່​ສວນ.

ໂຄ​ສົກ​ຍິງ​ຂອງ​ສານປະ​ຈຳ​ເຂດ ​ມົ​ສ​ກູ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ໄດ້​ປະ​ກາດ​ວ່າ ທ່ານ​
ຄາ​ລ​ເວ ໄດ້​ຖືກ​ກັກ​ຂັງ​ກັບ​ບັນ​ດາ​ສະ​ມາ​ຊິກ​ຄົ​ນ​ອື່ນໆ​ຂອງ​ບໍ​ລິ​ສັດ ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​
ມາ ໃນ​ຂໍ້​ສົງ​ໄສ​ລັກເງິນ 37.5 ລ້ານ​ໂດ​ລາ ຫຼື 2.5 ຣູ​ເບີລ, ເປັນຂໍ້​ກ່າວ​ຫາ​ທີ່​ມີ​ໂທດຂັງ​
ຄຸກ​ເຖິງ 10 ປີ​.

​ທ່ານໄມ​ເກີ​ລ ຄາ​ລ​ເວ ຜູ້​ກໍ່​ຕັ້ງ​ບໍ​ລິ​ສັດລົງ​ທຶນເອກ​ກະ​ຊົນ ຊື່​ວ່າ ຫຸ້​ນ​ສ່ວນ ບາຣິງ ໂວ​ສ​ຕັອກ ຄາ​ປີ​ຕາ​ລ (Baring Vostok Capital Partners) ກາງ ກຳ​ລັງ​ຖືກ​ນຳ​ພາ​ໂຕ​ຂຶ້​ນ​ສານ ທີ່​ໍ​ນະ​ຄອນ​ມົ​ສ​ກູ ວັນ​ທີ 15 ກຸມ​ພາ 2019.

ທ່ານ​ຄາ​ລ​ເວ ອາ​ຍຸ 51 ປີ ເປັນຫຸ້ນ​ສ່ວນອາ​ວຸ​ໂສ ຜູ້​ທີ່​ໄດ້ກໍ່​ຕັ້ງ​ບໍ​ລິ​ສັດ​ບາ​ຣິງ ໂວ​ສ​ຕັອກ
ໃນ​ປີ 1994. ອີງ​ຕາມ​ເວັບ​ໄຊຂອງ​ບໍ​ລິ​ສັດ ຊຶ່ງ​ເປັນ​ກຸ່ມ​ບໍ​ລິ​ສັດລົງ​ທຶນເອກ​ກະ​ຊົນດັ່ງ
​ກ່າວ ທີີ່ຖື​ກອງ​ທຶນ​ຫຼາຍກວ່າ 3.5 ພັນ​ລ້ານ​ໂດ​ລາ ໃນ​ຂໍ້​ຕົກ​ລົງ​ສັນ​ຍາ ແລະ​ຄວ​ບ​ຄຸ​ມ
​ຫຸ້ນ​ສ່ວນ​ຢູ່​ໃນ​ທະ​ນາ​ຄານ​ ໂວ​ສ​ຕ້ອຈ໌ນີ (Vostochny) ​ຂອງຣັດ​ເຊຍ ທີ່​ເນັ້ນ​ໜັກ​ໃສ່
ຕະຫຼາດ​ ໄຊ​ບີ​ເຣຍ ແລະ ​ຕາ​ເວັນ​ອອກໄກ.

ຖະ​ແຫຼງ​ການ​ຢູ່​ໃນ​ເວັບ​ໄຊ​ບາ​ຣິງ ໂວ​ສ​ຕັອກ ກ່າວ​ວ່າ ບໍ​ລິ​ສັດ “ເຊື່ອ​ວ່າ​ການ​ກັກ​ຂັງ
​ບັນ​ດາ​ພະ​ນັກ​ງານ ແລະ​ການ​ກ່າວ​ຫາ​ຕ່າງໆທີ່​ຖືກ​ຕັ້ງ​ຂຶ້ນ​ນັ້ນ ເປັນ​ຜົນ​ມາ​ຈາກ​ການ
​ຄັດ​ແຍ້ງ​ກັບ​ບັນ​ດາຫຸ້ນ​ສ່ວນຂອງ ທະ​ນະ​ຄານ​ ໂວ​ສ​ຕັອ​ກ​ນີ. ພວກ​ເຮົາ​ມີ​ຄວາມ​ເຊື່ອ​
ໝັ້ນ​ໃນ​ຄວາມ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ ໃນການ​ກະ​ທຳ​ຂອງພະ​ນັກ​ງານຂອງ​ພວກ​ເຮົາ
ແລະ​ຈະ​ປ້ອງ​ກັນສິດ​ທິຂອງ​ເຂົາ​ເຈົ້າຢ່າງ​ສຸດ​ຂີດ. ກິດ​ຈະ​ການ​ຂອງ​ ບາ​ຣິງ ໂວ​ສ​ຕັອກ
ໃນ​ສະ​ຫະ​ພັນຣັດ​ເຊຍ ໄດ້​ປະ​ຕິ​ບັດ​ຕາມກົດ​ໝາຍ​ທຸກ​ຂໍ້​ຢ່າງ​ເຕັ​ມ​ທີ່.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG