ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານຣັດເຊຍ ສັ່ງປ່ອຍ ນັກດົນຕີຣ໊ອກພັງຄ໌ ຄົນນຶ່ງ ແຕ່ຈໍາຄຸກສອງຄົນ (ສະໄລດ໌)


ຄະນະວົງດົນຕີເພງຣ໊ອກພັງຄ໌ "Pussy Riot" ຈາກຊ້າຍ ໄປຂວາ ຄື ນາງ Yekaterina Samutsevich, ນາງ Maria Alyokhina ​ແລະນາງ Nadezhda Tolokonnikova
ຄະນະວົງດົນຕີເພງຣ໊ອກພັງຄ໌ "Pussy Riot" ຈາກຊ້າຍ ໄປຂວາ ຄື ນາງ Yekaterina Samutsevich, ນາງ Maria Alyokhina ​ແລະນາງ Nadezhda Tolokonnikova
ສານ​ອຸທອນ​ແຫ່ງ​ນຶ່ງ​ຂອງຣັດ​ເຊຍ ​ໄດ້​ປ່ອຍ​ຕົວ​ນັກ​ດົນຕີ​ຄົນ​ນຶ່ງ​ໃນ​ຈໍານວນ ສາມ​ຄົນ​ຂອງ​ວົງດົນຕີ​ເພງຣ໊ອກພັງຄ໌ ຄະນະ Pussy Riot ທີ່​ມີ​ນັກ​ດົນຕີເປັນແມ່ຍິງ​ທັງ​ໝົດ ​ແຕ່​ກໍ​ໄດ້ຕັດ​ສິນ​ເຫັນ​ພ້ອມ​ໃຫ້​ຈໍາ​ຄຸກອີກ​ສອງ​ຄົນ​ ​ໃນຂໍ້​ຫາ​ທຳ​ການ​ປະ​ທ້ວງ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ ທີ່​ພະ​ວິຫານໃຫຍ່ແຫ່ງ​ນຶ່ງ​ໃນ ນະຄອນຫຼວງ Moscow.

ຜູ້​ພິພາກສາ​ ທີ່​ສານ​ນະຄອນ Moscow ​ໄດ້​ອອກ​ຄຳ​ຕັດສິນ​ຝາກ​ໂທດແກ່​ນາງ Yekaterina Samutsevich ​ໂດຍ​ກ່າວ​ວ່າ ນາງ​ໄດ້​ຖືກ​ໂຍນ​ອອກ​ຈາກວິຫານ​ດັ່ງກ່າວ​ໂດຍ​ພວກ​ຄົນ​ຍາມ ກ່ອນ​ທີ່​ນາງ​ຈະເຂົ້າຮ່ວມ​ສະ​ແດງ​ດົນຕີ ​ແຕ່​ຜູ້​ພິພາກສາ​ໄດ້ຕັດສິນເຫັນ​ພ້ອມ ​ໃຫ້ຈໍາ​ຄຸກ​ສອງ​ປີ ແກ່​ນາງ Maria Alyokhina ​ແລະນາງ Nedezhda TolokonnikovaD

ອົງການ​ນີລະ​ໂທດ​ກໍາ​ສາກົນ ​ໄດ້​ເອີ້ນ​ການ​ຕັດສິນໂດຍສານ​ດັ່ງກ່າວ ວ່າ​ບໍ່ຈິງໃຈ ​ໂດຍ​ກ່າວ​ວ່າ ການ​ຕັດສິນ​ໃດໆ ​ທີ່​ເຮັດໃຫ້ການ​ກັກ​ຂັງ​ທີ່​ບໍ່​ຖືກຕ້ອງ ສັ້ນ​ລົງ​ຂອງ​ແມ່ຍິງທັງ​ສາມ​ຄົນ​ນັ້ນ ​ກໍ​ໜ້າ​ຍິນ​ດີ​ນໍາ​ຢູ່ ​ແຕ່​ຄວາມ​ຍຸຕິ​ທໍາບໍ່​ໄດ້ມີຂຶ້ນເມື່ອ​ວັນ​ພຸດນັ້ນ​ເລີຍ. ກຸ່ມປົກ​ປ້ອງ​ສິດ​ທິດັ່ງກ່າວ​ເວົ້າ​ວ່າ ລັດ​ຖະບານ ຣັດ​ເຊຍ​ໄດ້​ນໍາໃຊ້​ຂໍ້​ຈໍາກັດ​ຮັດ​ແຄບສິດ​ເສລີພາບ​ໃນ​ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ຊຸດ​ໃໝ່ຈຳນວນ​ນຶ່ງ ໃນ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ​ແລະ​ແມ່ຍິງ​ຈຸນີ້ກໍ​ບໍ່​ໜ້າ​ຈະຖືກ​ດໍາ​ເນີນ​ຄະດີ​ແຕ່ຫົວທີ​ຢູ່​ແລ້ວ.

​ນັກ​ດົນ​ຕີ​ຍິງ​ທັງ​ສາມ​ຄົນ ຖືກ​ຕັດສິນວ່າ​ກະທໍາ​ຜິດ​ໃນ​ເດືອນສິງຫາ​ຜ່ານ​ມາ ​ໃນ​ຂໍ້ເປັນ​ນັກ​ເລງ​ອັນທະ​ພານທີ່​ມີ​ຈຸດປະສົງ​ຈະ​ສ້າງ​ຄວາມ​ຄຽດ​ຊັງ​ທາງ​ດ້ານ ສາສະໜາ. ​ແມ່ຍິງ​ທັງ​ສາມ ​ໄດ້​ໂຕ້​ແຍ້​ງຕໍ່​ສານ​ເມື່ອ​ວັນ​ພຸດ​ວານ​ນີ້​ວ່າ ການ ສະ​ແດງ​ດົນຕີ ​ທີ່​ບໍ່​ໄດ້​ຕຽມ​ມາກ່ອນຂອງ​ພວກ​ເຂົາ​ເຈົ້ານັ້ນ​ ແມ່ນມີເນື້ອ​ໄນ​ໄປ​ໃນ​ທາງ​ການ​ເມືອງ​ ​ແລະບໍ່ແມ່ນ​ການ​ໂຈມ​ຕີ​ຕໍ່​ສາສະໜາ​ເລີຍ.

ເບິ່ງສະໄລດ໌ກ່ຽວກັບການປະກົດຕົວຈອງຄະນະວົງດົນຕີ Pussy Riot ທີ່ສານໃນມົສກູ

XS
SM
MD
LG