ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານ​ຣັດ​ເຊຍ ​ປະ​ຕິ​ເສດ​​ການຂໍອຸ​ທອນ ​ຂອງທ່ານນາວາລນີ ຕໍ່​ການ​ຕັດ​ສິນ ທີ່​ເວົ້າ​ວ່າ ທ່ານ​ໄດ້​ສໍ້​ໂກງ ແລະ ໝິ່ນ​ປະໝາດ​ສານ


ພາບ​ຂອງທ່ານ Alexey Navalny, ​ຜູ້​ນຳ​ຝ່າຍ​ຄ້ານ​ທາງ​ການ​ເມືອງທີ່​ເຫັນ​ຢູ່​ໃນ​ຈໍ​ໂທ​ລະ​ພາບ ຂະ​ນະ​ທີ່​ທ່ານປາ​ກົດ​ໂຕ​ຢູ່​ໃນການ​ເຊື່ອມ​ຕໍ່​ທາງ​ວີ​ດິ​ໂອທີ່ສະ​ໜອງ​ໃຫ້​ໂດຍອົງການ​ບໍ​ລິ​ການດ້ານ​ດັດ​ສັນ​ດານ​ຂອງ​ສະ​ຫະ​ພັນ​ຣັດ​ເຊຍ ຢູ່​ໃນ​ຫ້ອງ​ສານ ​ນະ​ຄອນຫຼວງມົ​ສ​ກູ, ວັນ​ທີ 18 ຕຸ​ລາ, 2022.
ພາບ​ຂອງທ່ານ Alexey Navalny, ​ຜູ້​ນຳ​ຝ່າຍ​ຄ້ານ​ທາງ​ການ​ເມືອງທີ່​ເຫັນ​ຢູ່​ໃນ​ຈໍ​ໂທ​ລະ​ພາບ ຂະ​ນະ​ທີ່​ທ່ານປາ​ກົດ​ໂຕ​ຢູ່​ໃນການ​ເຊື່ອມ​ຕໍ່​ທາງ​ວີ​ດິ​ໂອທີ່ສະ​ໜອງ​ໃຫ້​ໂດຍອົງການ​ບໍ​ລິ​ການດ້ານ​ດັດ​ສັນ​ດານ​ຂອງ​ສະ​ຫະ​ພັນ​ຣັດ​ເຊຍ ຢູ່​ໃນ​ຫ້ອງ​ສານ ​ນະ​ຄອນຫຼວງມົ​ສ​ກູ, ວັນ​ທີ 18 ຕຸ​ລາ, 2022.

ສານ​ອຸທອນ​ແຫ່ງ​ນຶ່ງ​ໃນ​ມົສກູ ​ໄດ້​ປະຕິ​ເສດ​ການ​ເຄື່ອນ​ໄຫວ​ຂອງ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​, ທ່ານອາ​ເລັກ​ເຊ ນາ​ວາ​ລ​ນີ (Alexey ນາວາລນີ) ​ເພື່ອ​ໃຫ້​ມີ​ການ​ຕັດສິນ​ລົງ​ໂທດ​ຈຳ​ຄຸກຂອງທ່ານ 9 ປີ ​ໃນ​ຂໍ້​ຫາ​ສໍ້​ໂກງ​ເງິນ ແລະ​ໝິ່ນ​ປະ​ໝາດ​ສານ ເປັນ​ໂມ​ຄະ.

ສານ​ອຸທອນ​ແຫ່ງ​ທີ​ສອງ​ຂອງເຂ​ດ​ອຳ​ນາດ​ຕຸ​ລາ​ການທົ່ວ​ໄປ​ໃນ​ນະຄອນຫຼວງຂອງຣັດ​ເຊຍ ໄດ້​ປະກາດ​ການ​ຕັດສິນຂອງ​ຕົນ ​ໃນ​ວັນ​ອັງຄານ​ວານ​ນີ້.

ທ່ານນາວາລນີ ທີ່ເຂົ້າຮ່ວມການ​ຮັບ​ຟັງ​ຄະ​ດີໂດຍຜ່ານການເຊື່ອມຕໍ່ວິດີໂອ ຈາກຫ້ອງ​ຄຸມ​ຂັງຂອງ​ທ່ານ ແລະທີມງານຈຳ​ເລີຍຂອງທ່ານຢືນຢັນວ່າ ຄໍາຕັດສິນແລະ ການລົງໂທດທີ່ມີ​ຕໍ່ໃຫ້ຜູ້ອອກ​ປາກ​ອອກ​ສຽງຕຳ​ໜິວັງເຄ​ຣັມ​ລິນຢ່າງ​ແຮງໃນເດືອນມີນາຜ່ານ​ມາ ຂະນະທີ່ທ່ານຖືກຈໍາຄຸກ​ຢູ່ແລ້ວ ຍ້ອນ​ຄະ​ດີ​ອື່ນ​ອີກຕ່າງຫາກນັ້ນ ແມ່ນຜິດກົດຫມາຍ ແລະຄວນຈະຖືກຍົກເລີກ.

ສານເຂດເລ​ຟໍ​ຕອຟ​ໂວ (Lefortovo) ໃນນະ​ຄອນ​ຫລວງ​ມົ​ສ​ກູ ໄດ້ຕັດສິນໃຫ້ທ່ານນາວາລນີ ຖືກໂທດຈໍາຄຸກ 9 ປີ ໃນວັນທີ 22 ມີນາຜ່ານ​ມານ, ຫຼັງຈາກພົບວ່າ ທ່ານມີຄວາມຜິດໃນຂໍ້ຫາສໍ້ໂກງເງິນ ແລະໝິ່ນ​ປະ​ໝາດສານ ຊຶ່ງ​ເປັນ​ການກ່າວຫາທີ່ທ່ານ ແລະຜູ້ສະຫນັບສະຫນູນຂອງທ່ານ ໄດ້ປະຕິເສດເລື້ອຍມາໂດຍ​ເວົ້າວ່າ ມັນມີ​ຈຸດ​ປະ​ສົງທາງດ້ານການເມືອງ.

ທ່ານນາວາລນີ ໄດ້ຖືກຈັບໃນເດືອນມັງກອນປີກາຍນີ້ ເມື່ອທ່ານໄປ​ເຖິງ​ນະ​ຄອນ​ຫລວງ​ມົ​ສ​ກູຈາກເຢຍຣະມັນ, ບ່ອນທີ່ທ່ານໄດ້ຮັບການປິ່ນປົວສໍາລັບການໂຈມຕີດ້ວຍສານພິດ ໂດຍສິ່ງທີ່ຫ້ອງທົດລອງຢູ​ໂຣບກ່າວວ່າ ເປັນສານທຳ​ລາຍປະສາດຂອງໂຊວຽດ.

ພາບ​ໃນ​ແຟມ​ສະ​ແດງ​ໃຫ້​ເຫັນ​ສະ​ຖານ​ທີ່​ຄຸມ​ຂັງ​ບ່ອນ​ທີ່ທ່ານ Alexey Navalny, ຜູ້​ນຳ​ຝ່າຍ​ຄ້ານ​ທາງ​ການ​ເມືອງ​ຂອງ​ຣັດ​ເຊຍ​ຖືກ​ຂັງ​ຢູ່ໃນ​ເຂດ Vladimir ຂອງ​ຣັດ​ເຊຍ, ວັນ​ທີ 7 ຕຸ​ລາ, 2022.
ພາບ​ໃນ​ແຟມ​ສະ​ແດງ​ໃຫ້​ເຫັນ​ສະ​ຖານ​ທີ່​ຄຸມ​ຂັງ​ບ່ອນ​ທີ່ທ່ານ Alexey Navalny, ຜູ້​ນຳ​ຝ່າຍ​ຄ້ານ​ທາງ​ການ​ເມືອງ​ຂອງ​ຣັດ​ເຊຍ​ຖືກ​ຂັງ​ຢູ່ໃນ​ເຂດ Vladimir ຂອງ​ຣັດ​ເຊຍ, ວັນ​ທີ 7 ຕຸ​ລາ, 2022.

ຫຼັງຈາກນັ້ນ, ທ່ານໄດ້ຖືກຕັດສິນຈໍາຄຸກ 2 ປີ​ເຄິ່ງ ສໍາລັບການລະເມີດຂໍ້​ກຳ​ໜົດຂອງການຝາກ​ໂທດທີ່​ມີກ່ອນຫນ້ານັ້ນ ຍ້ອນວ່າທ່ານໄດ້ໄປຮັບການປິ່ນປົວຢູ່ຕ່າງປະເທດ. ການ​ຕັດສິນ​ໂທດ​ຂັ້ນຕົ້ນ​ແມ່ນ​ຖືກ​ເບິ່ງ​ກັນ​ຢ່າງ​ກວ້າງຂວາງ​ວ່າ​ ເປັນ​ກໍ​ລະ​ນີທີ່ບໍ່​ຖືກ​ຕ້ອງ, ​ມີ​ເຫດຜົນ​ທາງ​ການ​ເມືອງ.

ທ່ານນາວາລນີ ໄດ້ຖິ້ມໂທດໃສ່ປະທານາທິບໍດີຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ສໍາລັບການວາງຢາພິດຕໍ່ທ່ານ ດ້ວຍສານພິດທີ່ເປັນແບບສານ​ທຳ​ລາຍ​ປະ​ສາດໂນ​ວິ​ຊົກ (Novichok). ວັງເຄ​ຣັມ​ລິນໄດ້ປະຕິເສດວ່າ ຕົນບໍ່​ມີບົດບາດໃດໆ ໃນການໂຈມຕີດັ່ງ​ກ່າວ.

ອົງການຈັດຕັ້ງສາກົນຖືວ່າທ່ານນາວາລນີເປັນນັກໂທດການເມືອງ. ສະຫະພາບ​ຢູ​ໂຣບ, ​ປະທານາທິບໍດີ​ສະ​ຫະ​ລັດ, ທ່ານ​ໂຈ ໄບ​ເດັນ ​ແລະ​ເຈົ້າ​ໜ້າ​ທີ່​ສາກົນ​ອື່ນໆ​ໄດ້​ຮຽກຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ປ່ອຍ​ຕົວ​ຜູ້​ຕຳ​ໜິວິຈານ​ວັງເຄ​ຣັມ​ລິນ ອາຍຸ 46 ປີ ຄົນ​ນັ້ນ.

ປັດຈຸບັນທ່ານນາວາລນີ ພວມ​ຮັບ​ໃຊ້​ໂທດຢູ່ບ່ອນ​ຄຸມ​ຂັງ​ໃນເມືອງໂປກ​ຣອ​ຟໃນເຂດວ​ລາ​ດິ​ເມຍ ຊຶ່ງຢູ່ປະມານ 200 ກິໂລແມັດຫ່າງ​ຈາກ​ນະ​ຄອນ​ຫລວງ​ມົ​ສະ​ກູ​ໄປ​ທາງທິດຕາເວັນອອກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG