ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສານຣັດເຊຍ ສັ່ງໃຫ້ຂັງຄຸກ ທ່ານນາວາລນີ ຜູ້ວິຈານທ່ານປູຕິນ 30 ວັນ


ທ່ານ ອາເລັກເຊ ນາວາລນີ ຜູ້ນຳຝ່າຍຄ້ານຂອງຣັດເຊຍ ຖືກພວກເຈົ້າໜ້າທີ່ນໍາຕົວອອກໄປຈາກຫ້ອງຮັບຟັງຄະດີຂອງສານຢູ່ເມືອງ Khimki ໃນເຂດຊານເມືອງຂອງນະຄອນຫລວງມົສກູ, ວັນທີ 18 ມັງກອກ 2021 (ພາບຖ່າຍໂດຍ Evgeny Feldman/Meduza/Handout)
ທ່ານ ອາເລັກເຊ ນາວາລນີ ຜູ້ນຳຝ່າຍຄ້ານຂອງຣັດເຊຍ ຖືກພວກເຈົ້າໜ້າທີ່ນໍາຕົວອອກໄປຈາກຫ້ອງຮັບຟັງຄະດີຂອງສານຢູ່ເມືອງ Khimki ໃນເຂດຊານເມືອງຂອງນະຄອນຫລວງມົສກູ, ວັນທີ 18 ມັງກອກ 2021 (ພາບຖ່າຍໂດຍ Evgeny Feldman/Meduza/Handout)

ສານຣັດເຊຍ ໃນວັນຈັນວານນີ້ ໄດ້ຕັດສິນໂທດ ທ່ານ ອາເລັກເຊ ນາວາລນີ (Navalny) ຜູ້ນຳຝ່າຍຄ້ານໃຫ້ຖືກຈໍາຄຸກ 30 ວັນຢູ່ທີ່ນະຄອນຫຼວງມົສກູໃນຂໍ້ຫາລະເມີດລະບຽບການຝາກໂທດ, ເຊິ່ງເປັນການກໍານົດຂັ້ນຕອນສຳລັບການດຳເນີນຄະດີໃນເວລາຕໍ່ໄປ ເຊິ່ງອາດສາມາດສົ່ງນັກວິຈານທີ່ໃຊ້ສິດໃຊ້ສຽງຮຸນແຮງທີ່ສຸດ ຕໍ່ວັງເຄຣັມລິນ ໄປຈໍາຄຸກເປັນເວລາຫຼາຍປີ.

ຄຳຕັດສິນຂອງສານໄດ້ມີຂຶ້ນໃນເວລາບໍ່ຮອດນຶ່ງມື້ ຫລັງຈາກທ່ານາວາລນີໄດ້ຖືກກັກຂັງ ເມື່ອເດີນທາງໄປຈາກເຢຍຣະມັນເຖິງສະໜາມບິນມົສກູ, ເຊິ່ງເປັນການສິ້ນສຸດການພັກຟື້ນທີ່ຍາວນານຂອງທ່ານ ຢູ່ຕ່າງປະເທດຫລັງຈາກຖືກໂຈມຕີດ້ວຍສານພິດ ຢູ່ໃນເຂດໄຊເບີເຣຍ ໃນເດືອນສິງຫາທີ່ຜ່ານມານັ້ນ.

ທ່ານ ນາວາລນີ ຢືນຢັນວ່າຫ້ອງການບໍລິການດ້ານຄວາມປອດໄພຂອງຣັດເຊຍ, ໂດຍໄດ້ຮັບການໜູນຫລັງຈາກປະທານາທິບໍດີ ວລາດິເມຍ ປູຕິນ (Vladimir Putin) ທີ່ດໍາລົງຕໍາແໜ່ງມາເປັນເວລາຍາວນານນັ້ນ ເປັນຜູ້ຢູ່ເບື້ອງຫຼັງຂອງຄວາມພະຍາຍາມໃນການລອບສັງຫານທີ່ກ່ຽວພັນກັບການໃຊ້ສານພິດໂນວີຈອກ (Novichok) ທໍາລາຍລະບົບປະສາດຊະນິດນຶ່ງຂອງທະຫານສະໄໝໂຊວຽດ.

ການສືບສວນຂອງສື່ມວນຊົນທີ່ເປັນອິດສະຫຼະໄດ້ເວົ້າຢ່າງລະອຽດກ່ຽວກັບການເຝົ້າຕິດຕາມເບິ່ງທ່ານນາວາລນີ ຢ່າງຫລວງຫລາຍ ໃນຫລາຍວັນ ແລະຫລາຍອາທິດທີ່ພາໃຫ້ເກີດການໂຈມຕີນັ້ນ.

ທ່ານປູຕິນຮັບຮູ້ວ່າ ລັດຖະບານຂອງທ່ານໄດ້ຕິດຕາມບຸກຄົນສໍາຄັນຈາກຝ່າຍຄ້ານ, ແຕ່ທ່ານກໍກ່າວວ່າທ່ານ ນາວາລນີ ແມ່ນບໍ່ມີຄວາມສຳຄັນທາງການເມືອງພຽງພໍທີ່ຈະເຮັດໃຫ້ລັດຖະບານຕ້ອງການຢາກໃຫ້ລາວຕາຍ.

ສະຖານະການຢູ່ອ້ອມຮອບການດຳເນີນຂັ້ນຕອນທາງກົດໝາຍໃນວັນອັງຄານມື້ນີ້ ແມ່ນຜິດປົກກະຕິຫລາຍ ເມື່ອທຽບໃສ່ມາດຕະຖານຂອງຣັດເຊຍ.

ເຈົ້າໜ້າທີ່ໄດ້ຫັນເອົາສະຖານີຕຳຫຼວດເຂດຊານເມືອງຂອງມົສກູ ບ່ອນທີ່ຜູ້ນຳຝ່າຍຄ້ານໄດ້ຖືກຄຸມຂັງບໍ່ຮອດ 24 ຊົ່ວໂມງນັ້ນ ໃຫ້ເປັນຫ້ອງສານຊົ່ວຄາວ.

ທ່ານ ນາວາລນີ ແລະທີມງານດ້ານກົດໝາຍຂອງທ່ານໄດ້ຮັບແຈ້ງການໃຫ້ຊາບລ່ວງໜ້າໜ້ອຍດຽວ ກ່ຽວກັບການຮັບຟັງຄະດີດັ່ງກ່າວ, ຊຶ່ງກົງກັນຂ້າມກັບພວກນັກຖ່າຍຮູບໃນອົງການສື່ມວນຊົນຂອງລັດຖະບານຣັດເຊຍ ຜູ້ທີ່ຢູ່ໃນໜ້າທີ່ຖ່າຍທຳການພິຈາລະນາເລື້ອງດັ່ງກ່າວ ໃນຂະນະທີ່ມັນດໍາເນີນໄປ.

ທ່ານ ນາວາລນີບອກວ່າ ການດຳເນີນຂັ້ນຕອນດັ່ງກ່າວແມ່ນການດໍາເນີນຄວາມພະຍາຍາມຂົ່ມຂູ່ທີ່ຮຸນແຮງ ຂອງທ່ານປູຕິນ ແລະພັນທະມິດຂອງທ່ານ.

ທ່ານນາວາລນີ ກ່າວໃນວິດີໂອທີ່ເອົາລົງໃນສື່ສັງຄົມອອນລາຍທີ່ສົ່ງອອກມາຈາກຫ້ອງສານວ່າ "ຂ້ອຍໄດ້ເຫັນຄວາມຍຸດຕິທໍາແບບຕະຫລົກຫລາຍຢ່າງ.” “ອັນນີ້ແມ່ນຢູ່ເໜືອຄວາມສູງຂອງການບໍ່ມີກົດໝາຍອີກ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG