ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ​ເມືອງ Murmansk ​ສັ່ງ​ໃຫ້​ຂັງ ພວກ​ປະ​ທ້ວງ​ ຕໍ່​ອີກ


ຕໍາຫລວດກໍາລັງຢຶນຍາມ ຫ້ອງຂັງນັກເຄື່ອນໄຫວ Greenpeace ທ້າວ Rsustan Yakuchev
ຕໍາຫລວດກໍາລັງຢຶນຍາມ ຫ້ອງຂັງນັກເຄື່ອນໄຫວ Greenpeace ທ້າວ Rsustan Yakuchev
ສານ​ແຫ່ງ​ນຶ່ງ​ໃນ​ເມືອງ Murmansk ​ໄດ້​ສັ່ງ​ໃຫ້ພວກ​ປະ​ທ້ວງ​
ແປດ​ຄົນສຸດ​ທ້າຍ ​ທີ່​ພະຍາຍາມ​ເຮັດ​ໃຫ້ວຽກ​ງານ​ຂອງ​ບ່ອນ​
ຂຸດ​ນໍ້າມັນ ຢູ່​ຂົ້ວ​ໂລກ​ເໜືອ ຢຸດ​ເຊົາ​ນັ້ນ ​ໃຫ້​ຢູ່​ໃນ​ຄຸ​ກ​ອີກ​ສອງ
​ເດືອນຕໍ່​ໄປ.

ອີກ​ຊາວ​ສອງ​ຄົນ ທີ່​ເປັນ​ຜູ້​ຕ້ອງ​ສົງ​ໄສ ​ໄດ້​ຖືກ​ສັ່ງ​ໃຫ້​ຢູ່​ໃນ​ຄຸກ​ອາ
ທິດ​ແລ້ວ​ນີ້ ​ໃນ​ຂະນະ​ທີ່ບັນດາເຈົ້າ​ໜ້າທີ່ ທໍາ​ການ​ສືບສວນ​ການ​
ກ່າວ​ຫາເປັນ​ໂຈນ​ທະ​ເລ.

ບັນດາ​ນັກ​ເຄື່ອນ​ໄຫວ​ຈາກ​ເຮືອ Greenpeace ​ຊື່ວ່າ Arctic
Sunrise
​ໄດ້​ພະຍາຍາມ​ຂື້ນ​ໄປ​ເທິງ​ຖານ​ບ່ອນ​ຂຸດ​ນໍ້າມັນ
Gazprom ທີ່​ລັດຖະບານ ຣັດ​ເຊຍ ​ເປັນ​ເຈົ້າ​ຂອງ ເມື່ອເກືອບ​ສອງອາທິດ​ກ່ອນ.

ໜ່ວຍ​ຍາມຮັກສາ​ຄວາມ​ປອດ​ໄພປະກອບ​ອາວຸດ ​ໄດ້​ຫັກ​ຫ້າມ​ເຂົາເຈົ້າ​ໄວ້ ເຊື່ອ​ວ່າພວກ​
ນັກ​ເຄື່ອນໄຫວເຫຼົ່າ​ນັ້ນອາດ​ເປັນພວກ​ໂຈນ​ທະ​ເລ.

ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ​ໄດ້​ກ່າວແລ້ວ​ວ່າ ​30 ຄົນ​ບໍ່​ແມ່ນ​ພວກ​
ໂຈນ​ທະ​ເລ ​ແຕ່ເວົ້າ​ວ່າ ​ເຂົາ​ເຈົ້າ​ໄດ້​ຝ່າຝືນ ກົດໝາຍ​ນາໆ​ຊາດ ​ແລະ​ໄດ້​ເຮັດ​ໃຫ້​ພວກ​ພະ
ນັກງານຢູ່​ຖານຂຸດ​ນໍ້າມັນ ​ແລະ​ເຂົາ​ເຈົ້າເອງຢູ່​ໃນຂັ້ນ​ອັນຕະລາຍ.

Greenpeace ກ່າວ​ວ່າ ຖານ​ຂຸດ​ນໍ້າມັນດັ່ງກ່າວ ເປັນ​ໄພ​ສ່ຽງຕໍ່​ອັນ​ຕະລາຍຮ້າຍ​ແຮງ ​ແກ່
​ຝັ່ງ​ທະ​ເລຂ້ົວໂລກເໜືອ ຖ້າ​ຫາກ​ເກີດ​ມີ​ນໍ້າມັນ​ຮົ່ວ​ໄຫຼອອກ​ມາ.
XS
SM
MD
LG