ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສານ​ຣັດ​ເຊຍ ປະ​ຕິ​ເສດ ບໍ່​ໃຫ້ ​​ປະ​ກັນ​ໂຕ ອະ​ດີດ ​ທະ​ຫານ​ມາ​ຣິນ ສ​ຫລ ທີ່​ຖືກ​ກ່າວ​ຫາວ່າ ​ເປັນສອດ​ແນມ


ອະ​ດີດ​ທະ​ຫານ​ມາ​ຣິນ ສ​ະຫະລັດ ທ່ານ​ພອ​ລ ວີ​ແລນ ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ຣັດ​ເຊຍ ວັນ​ທີ 22 ມັງ​ກອນ 2019.
ອະ​ດີດ​ທະ​ຫານ​ມາ​ຣິນ ສ​ະຫະລັດ ທ່ານ​ພອ​ລ ວີ​ແລນ ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ຣັດ​ເຊຍ ວັນ​ທີ 22 ມັງ​ກອນ 2019.

ສານ​ຢູ່​ຣັດ​ເຊຍ​ໄດ້​ປະ​ຕິ​ເສດ​ການ​ປະ​ກັນໂຕ​ຜູ້​ຊາຍ​ອາ​ເມ​ຣິ​ກັນ ທີ່​ກຳ​ລັງ​ຖືກ​ກັກ​ໂຕ ໃນ
​ຂໍ້​ກ່າວ​ຫາ​ສືບ​ລັບ.

ທ່ານ​ພອ​ລ ວີ​ແລນ ອະ​ດີດ​ທະ​ຫາ​ນ​ມາ​ຣິນ ໄດ້ໄປ​ປາ​ກົດ​ໂຕ​ຢູ່​ສ​ານ​ໃນ​ນະ​ຄອນ​ຫຼວງ​
ມົ​ສ​ກູ ໃນ​ວັນ​ອັງ​ຄານ​ວານ​ນີ້ ເພື່ອ​ຂໍ​ອຸ​ທອນ ຕໍ່ການ​ກັກ​ຂັງ​ຂອງ​ທ່ານ ຫຼັງ​ຈາກ​ໄດ້​ຖືກ​
ຈັບ​ໃນ​ຖານ​ສົງ​ໄສເປັນ​ສອດ​ແນມ ເມື່ອ​ເດືອນ​ທັນ​ວາ​ທີ່​ຜ່ານ​ມາ.

​ຜູ້​ພ​າກ​ສາ ​ໄດ້​ຕັດສິນ​ໃຫ້​ ທ່ານວິ​ແລນ ຕ້ອງ​ຢູ່​ໃນ​ຄຸກ​ຢ່າງ​ໜ້ອຍ​ຈົນ​ກວ່າ​ທ້າຍ​ເດືອນ​ກຸມ​
ພາ. ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດໃນ​ການ​ສືບ​ລັບ ທ່ານ​ອາດ​ຈະຖືກ​ຕັດ​ສິນ
ລົງ​ໂທດ​ ໃຫ້​ຕິດ​ຄຸກ​ເຖິງ 20 ປີ​.

ນ້ອງຊາຍຝາ​ແຝດຂອງ​ທ່ານ​ວີ​ແລນ ຄື​ທ່ານ​ເດ​ວິດ ໄດ້​ອອກຖະ​ແຫຼງ​ການຂອງ​ຄອບ​ຄົວ
ຫຼັງ​ຈ​າກ​ການ​ດຳ​ເນີນ​ຄະ​ດີ​ຂອງສານໄດ້​ສິ້ນ​ສຸດ​ລົງ.

“ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຍັງ​ຂາດ​ລາຍ​ລະ​ອຽດ​ໃດໆ​ຈາກ​ລັດ​ຖະ​ບານຣັດ​ເຊຍ ກ່ຽວ​ກັບ​ວ່າ
​ເປັນ​ຫຍັງ ທ່ານ​ພອ​ລ ​ຈຶ່ງຄິດ​ວ່າ​ເປັນ​ນັກ​ສືບ ແລະ​ແມ່ນ​ໃຜ​ເປັນ​ຜູ້​ກ່າວ​ຫາລັກເອົາ​ຄວາມ
​ລັບ​ຂອງ​ປະ​ເທດຕໍ່ລາວ ພວກ​ເຮົາ​ແນ່ນອນ​ວ່າ ລາວ​ຖືກກັ່ນ​ແກ້ງ ແລະ​ບໍ່​ມີ​ຄວາມ​ຜິດ​ໃນ​
ການ​ສືບ​ລັບ. ໂຊກ​ບໍ່​ດີ ການ​ຕັດ​ສິນ​ມື້​ນີ້​ພຽງ​ແຕ່​ຢັ້ງ​ຢືນ​ວ່າ ທ່ານ​ພອ​ລ​ ​ຍັງຈະ​ຖືກ​ກັກຂັງ
​ທີ່​ບໍ່​ມີ​ຄວາມ​ຜິດ ຢູ່​ຕໍ່​ໄປ​ອີກ​ຫຼາຍ​ເດືອນ.”

ທ່ານ​ພອ​ລ ວິນ​ແລນ ເບິ່ງ​ອອກ​ຈາກ​ຫ້ອງ​ແກ້ວ​ກັກ​ຂັງ ລົມ​ກັບ​ທະ​ນາຍ​ຄວາມ​ຂອງ​ທ່ານ ໃນ​ນະ​ຄອນ​ຫຼວງ​ມົ​ສ​ກູ ໃນ​ທີ 22 ມັງ​ກອນ 2019.
ທ່ານ​ພອ​ລ ວິນ​ແລນ ເບິ່ງ​ອອກ​ຈາກ​ຫ້ອງ​ແກ້ວ​ກັກ​ຂັງ ລົມ​ກັບ​ທະ​ນາຍ​ຄວາມ​ຂອງ​ທ່ານ ໃນ​ນະ​ຄອນ​ຫຼວງ​ມົ​ສ​ກູ ໃນ​ທີ 22 ມັງ​ກອນ 2019.

ຖະ​ແຫຼງ​ການ​ກ່າວ​ວ່າ ທ່ານ​ພອ​ລ​ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ສຸ​ຂະ​ພາບ​ຂອງ​ທ່ານ ແລະ
​ຄວາມ​ສາ​ມາດ​ທີ່​ຈະເປັນ​ປາກ​ເປັນ​ສຽງໃຫ້​ແກ່​ຕົນ​ເອງໂດຍ​ໃຊ້​ພາສາ​ອັງ​ກິດ ໃນ​ຂະ​ນະ
​ທີ່​ຖືກ​ກັກ​ຂັງ​ຢູ່​ນັ້ນ.

ນາງ​ທາ​ເຣຍ ບ​ູຕີ​ນາ ກ່າງ​ໃນ​ປີ 2015 ທີ່ກອງ​ປະ​ຊຸມ ໃນ​ເມືອງລາ​ສ ເວ​ກັ​ສ ລັດ​ເນ​ວາ​ດາ ວັນ​ທີ 11 ກໍ​ລະ​ກົດ 2015.
ນາງ​ທາ​ເຣຍ ບ​ູຕີ​ນາ ກ່າງ​ໃນ​ປີ 2015 ທີ່ກອງ​ປະ​ຊຸມ ໃນ​ເມືອງລາ​ສ ເວ​ກັ​ສ ລັດ​ເນ​ວາ​ດາ ວັນ​ທີ 11 ກໍ​ລະ​ກົດ 2015.

ໂຄ​ສົກ​ຄົນ​ນຶ່ງ​ທີ່​ກະ​ຊວງ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ ໃນ​ວັນ​ອັງ​ຄານ​ວານ
​ນີ້​ວ່າ ພວກ​ເຈົ້າ​ໜ້າ​ທີ່​ການ​ທູດ “ກຳ​ລັງ​ພາ​ກັນ​ຕິດ​ຕາມ​ຢ່າງ​ໃກ້​ຊິດ” ເບິ່ງ​ຄະ​ດີ​ຂອງ​ທ່ານ​
ພອ​ລ ແລະ​ບັນ​ດາ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດ​ສະ​ຫະ​ລັດ ໄດ້​ໄປ​ຮ່ວມ ໃນ​ການ​ໄປ​ປາ​ກົດ​ໂຕ
ຢູ່​ສານຂອງ​ທ່ານ​ວີ​ແລນ ໃນວັນ​ອັງ​ຄານ​ວານ​ນີ້.

ໂຄ​ສົກ​ກ່າວ​ວ່າ ສະ​ຫະ​ລັດ​ຈະ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ຣັດ​ເຊຍ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ
ແລະ​ສະ​ໜອງ​ຢ່າງ​ວ່ອງ​ໄວ ​ເປັນທຳ ແລະ​ໂປ່ງ​ໃສ່​ກ່ຽວ​ກັບ​ຂັ້ນ​ຕອນ​ໃນດ້ານ​ຕຸ​ລາ​ການ
ແກ່​ຜູ້​ຖືກ​ກັກ​ຂັງ​ທີ່​ເປັນຄົນ​ສັນ​ຊາດ​ສະ​ຫະ​ລັດທັງ​ໝົດຢູ່​ໃນ​ຣັດ​ເຊຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG