ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ເລື່ອນເສັ້ນຕາຍ ອອກໄປແກ່ ມະ​ຫາ​ເສດ​ຖີ​ ຣັດ​ເຊຍ ເພື່ອ​ໃຫ້ປະຫລະ ການຄວບຄຸມ ຮຸ້ນບໍລິສັດ ອາ​ລູ​ມີ​ນຽມ


ມະ​ຫາ​ເສດ​ຖີ​ຣັດ​ເຊຍທ່ານ​ໂອ​ເລັກ ເດີ​ຣີ​ປາ​ສ​ກາ ມັນ​ທີ 12 ທັນ​ວາ 2017.
ມະ​ຫາ​ເສດ​ຖີ​ຣັດ​ເຊຍທ່ານ​ໂອ​ເລັກ ເດີ​ຣີ​ປາ​ສ​ກາ ມັນ​ທີ 12 ທັນ​ວາ 2017.

ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ອີກ​ເທື່ອ​ນຶ່ງ​ໄດ້​ຕໍ່​ອາ​ຍຸ​ເສັ້ນ​ຕາ​ຍ​ແກ່ ມະ​ຫາ​ເສດ​ຖີ​ຣັດ​ເຊຍ
ທ່ານ​ໂອ​ເລັກ ເດີ​ຣີ​ປາ​ສ​ກາ ເພື່ອ​ຫລຸດ​ຜ່ອນ​ການ​ຄອບ​ຄອງ​ຮຸ້ນ ບໍ​ລິ​ສັດ​ອາ​ລູ​ມີ​ນຽມ​ ຣູ​ຊາ​ລ
ຂອງ​ທ່ານ ກ່ອນ​ການ​ລົງ​ໂທດຈະ​ເລີ້ມມີ​ຜົນບັງຄັບໃຊ້​.

ກະ​ຊວງ​ການ​ເງິນ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ໃນ​ວັນ​ສຸກວານ​ນີ້​ວ່າ ໃບ​ອະ​ນຸ​ຍາດ​ໃຫ້​ບໍລິ​ສັດ
​ຣູ​ຊາ​ລ ດຳ​ເນີນ​ເຮັດ​ທຸ​ລະ​ກິດ​ຈະ​ຕໍ່​ຈາກ ວັນ​ທີ 12 ​ເດືອນ​ທັນ​ວາ ໄປ​ເຖິງ ວັນ​ຈ​ທີ 12
ເດືອນ​ມັງ​ກອນ.

ກະ​ຊວງ​ການ​ເງິນ​ເທື່ອ​ທຳ​ອິດ​ໄດ້​ກ່າວ​ໃນ​ເດືອນ​ເມ​ສາ​ທີ່​ຜ່ານ​ມາ​ວ່າ ຕົນ​ຈະ​ລົງ​ໂທດ​ຕໍ່
ທ່ານ​ເດ​ຣີ​ປາ​ສ​ກາ ແລະ​ຫຼາຍ​ບໍ​ລິ​ສັດ ອັນ​ທີ່​ທ່ານ​ມີ​ພາກ​ສ່ວນ​ຫູ້ນ​ໃຫຍ່ໆ ​ໂດຍໃຫ້​ຂໍ້​ສັງ​
ເກດ​ວ່າ “ກິດ​ຈະ​ການ​ອັນ​ຕະ​ລາຍ” ໂດຍ​ຣັດ​ເຊຍ.

ເຖິງ​ຢ່າງ​ໃດ​ກໍ​ດີ ອົງ​ການ​ໄດ້​ຊຸກ​ຍູ້​ການ​ລົງ​ໂທດ​ຄືນຫຼາຍ​ເທື່ອ ນັບ​ແຕ່​ນັ້ນ​ມາໄດ້​ປະ​ຕິ
​ບັດ​ງານ​ກັບ​ບັນ​ດາ​ບໍ​ລິ​ສັດ ຜູ້​ທີ່​ກຳ​ລັງ​ຊອກ​ຫາ​ບັນ​ດາ​ຫູ້ນ​ສ່ວນ​ໃໝ່.

ບໍ​ລິ​ສັດ​ຣູ​ຊາ​ລ ແລະ​ຜູ້​ກໍ່​ຕັ້ງ ກຸ່ມ​ບໍ​ລິ​ສັດ+ເອນ (En+Group) ໄດ້​ເອົ​າ​ບາດ​ກ້າວ​ເພື່ອ
​ປ່ຽນ​ແປງ​ການ​ບໍ​ລິ​ຫານ​ເຂົາ​ເຈົ້າ ແກ່​ຄົນ​ທີ່​ບໍ່​ເຊື່ອມ​ໂຍມ​ກັບ​ ທ່ານເດີ​ຣີ​ປາ​ສ​ກາ ໃນ​
ຄວາມ​ພະ​ຍາ​ຍາມຫລຸດ​ຜ່ອນ​ການ​ລົງ​ໂທດ. ທັງ​ສອງ​ບໍ​ລິ​ສັດ​ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ແຕ່
​ຕັ້ງ​ຫົວ​ໜ້າ​ຜູ້​ບໍ​ລິ​ຫານ​ຄົ​ນໃໝ່.

ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບຜົນ​ກະ​ທົບ​ຂອງ​ການ​ລົງ​ໂທດຕໍ່​ຣັດ​ເຊຍ ໄດ້​ລົບ​ກວນ​ຕໍ່​ຕະ
​ຫຼາດ​ອາ​ລູ​ມີ​ນຽມ.

ຣູ​ຊາລ ແມ່ນ​ຜູ້​ຜະ​ລິດອ​າ​ລູ​ມີ​ນຽມ​ທີ່​ໃຫຍ່​ສຸດ​ຂອງ​ໂລກ ຢູ່ນອກ​ຮົງ​ກຽວ ຂອງປະ​ເທດ
​ຈີນ ​ແລະ​ເປັນ​ຜູ້​ສົ່ງ​ທີ່​ໃຫຍ່ໃຫ້ແກ່ ​ອາ​ເອ​ໂຣ​ສ​ເປ​ສ ແລະ​ບັນ​ດາ​ອຸດ​ສາ​ຫະ​ກຳ​ລົດ​ຍົນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG