ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່ສະໂມສອນ​ບານບ້ວງຂອງ ຣັດເຊຍ ແລະ​ເພື່ອນນັກ​ກິ​ລາ​ ໃນທີມ​ຂອງ ນາງກ​ຣາຍ​ເນີ ກ່າວ​ຍົກ​ຍ້ອງ​ນາງ ຢູ່​ໃນ​ສານ ຂອງ ​ຣັດ​ເຊຍ


ບຣິດນີ ກຣາຍເນີ (Brittney Griner) ນັກກິລາບານ​ບ້ວງຍິງ​ອາ​ເມ​ຣິ​ກັນໄປ​ຂຶ້ນ​ສານ​ໃນ​ການ​ໄຕ່​ສວນ​ຄະ​ດີຢູ່​ເມືອງ Khimki, ນອກ​ນະ​ຄອນ​ຫລວງ​ມົ​ສ​ກູຂອງ​ຣັດ​ເຊຍ​ໃນ​ວັນ​ທີ 14 ກໍ​ລະ​ກົດ, 2022.
ບຣິດນີ ກຣາຍເນີ (Brittney Griner) ນັກກິລາບານ​ບ້ວງຍິງ​ອາ​ເມ​ຣິ​ກັນໄປ​ຂຶ້ນ​ສານ​ໃນ​ການ​ໄຕ່​ສວນ​ຄະ​ດີຢູ່​ເມືອງ Khimki, ນອກ​ນະ​ຄອນ​ຫລວງ​ມົ​ສ​ກູຂອງ​ຣັດ​ເຊຍ​ໃນ​ວັນ​ທີ 14 ກໍ​ລະ​ກົດ, 2022.

​ບຣິດນີ ກຣາຍເນີ (Brittney Griner) ນັກກິລາບານ​ບ້ວງຍິງ​ອາ​ເມ​ຣິ​ກັນຂອງສະ​ມາ​ຄົມ​ບານ​ບ້ວງ​ແຫ່ງ​ຊາດຫຼື WNBA ຂອງ​ສະ​ຫະ​ລັດ ໄດ້ກັບຄືນໄປສານຣັດເຊຍ ໃນວັນພະຫັດວານນີ້, 1 ອາທິດຫຼັງຈາກນາງໄດ້ຮັບສາ ລະ​ພາບຜິດໃນຂໍ້ຫາກ່ຽວ​ກັບຢາເສບຕິດ.

ເຖິງແມ່ນວ່າການ​ໄຕ່​ສວນ​ຄະ​ດີຈະ​ຖືກ​ປິດປະ​ຕູ​ໄວ້ ​ບໍ່​ໃຫ້ນັກຂ່າວເຂົ້າ​ໄປ​ກໍ​ຕາມ, ແຕ່ທະນາຍຄວາມຂອງນາງກ​ຣາຍ​ເນີ ກ່າວວ່າ ຫົວຫນ້າສະໂມສອນບ້ວງຂອງ ຣັດເຊຍ ຢູ​ເອັມ​ເອັມ​ຊີ ເຢ​ຄາ​ເທີ​ຣິນ​ເບີກ (UMMC Yekaterinburg), ທີ່ນາງຫຼີ້ນໃຫ້​ນັ້ນ ໄດ້ຍົກ​ຍ້ອງ​ເຖິງ​ຄຸນລັກສະນະທ່າ​ທີທີ່ດີຂອງນາງ.

ມີລາຍງານວ່າຫົວ​ໜ້າສະໂມສອນ, ທ່ານ​ແມັກ​ຊິມ ຣ​ຢາ​ກັ​ອຟ (Maxim Ryabkov) ໄດ້ບອກສານກ່ຽວກັບ "ຄວາມສາມາດທີ່ໂດດເດັ່ນຂອງນາງກ​ຣາຍ​ເນີ ໃນຖານະເປັນນັກ​ກິ​ລາ ແລະການປະກອບສ່ວນໃນ​ທາງສ່ວນ​ຕົວ ເພື່ອເຮັດ​ໃຫ້ທີມມີ​ຈິດ​ໃຈເຂັ້ມ​ແຂງ​ຂຶ້ນ."

ຍັງມີລາຍງານອີກວ່ານາງ​ເຢບ​ເຈນຢາ ແບ​ລິຢາກອ​ຟ​ວາ (Yevgenya Belyakova) ຜູ້ຈັດການທີມ ໄດ້ຍ້ອງຍໍນາງກ​ຣາຍ​ເນີ ໃນໄລ​ຍະ​ຂອງການ ດໍາເນີນຄະດີຢູ່ນັ້ນ.

ນາງກ​ຣາຍ​ເນີ ເຄີຍຫຼີ້ນໃນຣັດເຊຍໃນຊ່ວງທີ່​ທີມ WNBA ບໍ່​ໄດ້​ຫລີ້ນ ນັບຕັ້ງ ແຕ່ປີ 2014 ເປັນ​ຕົ້ນ​ມາ. ນາງຍັງໄດ້ຮັບຫຼຽນຄໍາກິ​ລາໂອລິມປິກສອງຄັ້ງ.

ນາງກ​ຣາຍ​ເນີ ໄດ້ຖືກ​ຈັບ​ໄປ​ຂັງຢູ່ທີ່ສະຫນາມບິນເຊ​ເຣ​ເມ​ຕ​ເຢບ​ໂວ (Sheremetyevo) ຂອງມົ​ສ​ກູ ໃນເດືອນກຸມພາຜ່ານ​ມາ. ຕຳຫຼວດກ່າວວ່າ ພວກເຂົາເຈົ້າໄດ້ພົບເຫັນນ້ຳມັນກັນ​ຊາຢູ່ໃນຫີບຂອງນາງ. ນາງກ​ຣາຍ​ເນີ ເວົ້າວ່ານາງບໍ່ໄດ້ຕັ້ງ​ໃຈທີ່ຈະເອົານ້ໍາມັນນັ້ນໄປ​ນຳ.

ນາງກ​ຣາຍ​ເນີ ອາດ​ຈະ​ປະ​ເຊີນກັບ​ການ​ຕິດ​ຄຸກ 10 ປີ ແລະ​ມີ​ລາຍ​ງານ​ວ່າ​ຈະ​ກັບ​ຄືນ​ໄປສານອີກ​ໃນ​ວັນ​ສຸກ​ມື້​ນີ້.

ບາງ​ຄົນ​ຄາດ​ເດົາ​ວ່າ​ ໃນ​ທີ່​ສຸດ​ມົສກູກໍ​ຈະ​ພະຍາຍາມ​ແລກ​ປ່ຽນນາງກ​ຣາຍ​ເນີກັບ ​ພົນ​ລະ​ເມືອງ​ຣັດ​ເຊຍ​ຄົນ​ນຶ່ງ ​ທີ່​ຖືກ​ຕິດຄຸກ​ຢູ່​ໃນ​ສະຫະລັດ. ເຈົ້າ​ໜ້າ​ທີ່​ຣັດ​ເຊຍ​ໄດ້​ເອີ້ນ​ການ​ຄາດ​ເດົາ​ດັ່ງ​ກ່າວ​ວ່າ ເປັນ “ການ​ເວົ້າເກີນ​ຄວາມ​ເປັນ​ຈິງ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG