ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ຖືກ​ຫ້າມ ບໍ່​ໃຫ້​ເຂົ້າ​ຮ່ວມ​ ການ​ແຂ່ງ​ຂັນ​ໂອ​ລິມ​ປິກ ສີ່​ປີ ຍ້ອນ​ການ​ກ່າວ​ຫາ​ ​ໃຊ້​ຢາ​ຊູ​ກຳ​ລັງ


ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ໃໝ່, ເຊິ່ງ​ແມ່ນ​ສະ​ໜາມ​ກິ​ລາຫຼັກ​ໃນ​ການ​ແຂ່ງ​ຂັນ ກິ​ລາ​ໂອ​ລິມ​ປີ ແລະ ໂອ​ລິມ​ປິກ​ຄົນ​ພິ​ການ ໂຕ​ກຽວ 2020, ຍີ່​ປຸ່ນ. 3 ກໍ​ລະ​ກົດ, 2019. REUTERS/Issei Kato/File Photo
ກຳ​ມະ​ກອນ​ເຮັດ​ວຽກ​ຢູ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ໃໝ່, ເຊິ່ງ​ແມ່ນ​ສະ​ໜາມ​ກິ​ລາຫຼັກ​ໃນ​ການ​ແຂ່ງ​ຂັນ ກິ​ລາ​ໂອ​ລິມ​ປີ ແລະ ໂອ​ລິມ​ປິກ​ຄົນ​ພິ​ການ ໂຕ​ກຽວ 2020, ຍີ່​ປຸ່ນ. 3 ກໍ​ລະ​ກົດ, 2019. REUTERS/Issei Kato/File Photo

ອົງ​ການ​ຕໍ່​ຕ້ານ​ການ​ໃຊ້​ຢາ​ຊູ​ກຳ​ລັງ​ໂລກ ຫຼື WADA ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ເປັນ​ເອ​ກະ​ສັນໃນ​ວັນ​ຈັນ​ວານນີ້ ເພື່ອ​ຫ້າມບໍ່​ໃຫ້ ຣັດ​ເຊຍ ​ເຂົ້າ​ຮ່ວມ​ກິ​ລາໂອ​ລິມ​ປິກ, ເຕະ​ບານ​ໂລກ ແລະ ການ​ແຂ່ງ​ຂັນ​ກິ​ລາ​ອື່ນໆ​ ໃນ​ໄລ​ຍະ​ສີ່​ປີ​ຂ້າງ​ໜ້າ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຂອງ​ອົງ​ການ WADA ໄດ້​ກ່າວ​ວ່າ ​ການ​ລົງ​ໂທດ​ດັ່ງ​ກ່າວ​ເປັນ​ຜົນ​ສະ​ທ້ອນ​ຈາກ​ຄວາມ​ບໍ່​ພໍໃຈ​ທີ່​ເພີ່ມ​ຂຶ້ນ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ​ ຂ່າວນອງ​ນັນ​ທີ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ວົງ​ການ​ກິ​ລາ​ໂລກ ນັບ​ຕັ້ງ​ແຕ່​ປີ 2014 ເປັນ​ຕົ້ນ​ມາ.

ປະ​ທານ​ອົງ​ການ WADA ທ່ານ ເຄ​ຣກ ຣີ​ດີ (Craig Reedie) ໄດ້​ກ່າວ​ວ່າ “ເປັນ​ເວ​ລາ​ມາ​ດົນ​ນານຫຼາຍ​ແລ້ວ, ການ​ໃຊ້​ຢາ​ຊູ​ກຳ​ລັງ​ໂດຍ ຣັດ​ເຊຍ ໄດ້​ທຳ​ລາຍ​ກິ​ລາ​ທີ່​ຂາວ​ສະ​ອາດ.” ທ່ານ​ໄດ້​ກ່າວ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ເຊິ່ງ​ອົງ​ການ WADA ໄດ້​ຢືນ​ຢັນ​ວ່າ​ເຂົາ​ເຈົ້າ​ບໍ່​ມີ​ທາງ​ເລືອກ​ແຕ່​ໃຫ້​ “ການ​ຕອບ ໂຕ້ທີ່​ຮຸນ​ແຮງ” ຕໍ່​ການ​ກ່າວ​ຫາ​ ກ່ຽວ​ກັບ ການ​ຂີ້​ຫຼັກ​ຂອງ ຣັດ​ເຊຍ. ທ່ານ​ໄດ້​ເວົ້າ​ວ່າ “ຣັດ​ເຊຍ​ ໄດ້​ຮັບ​ໂອ​ກາດ​ຢ່າງຫຼວງຫຼາຍ​ເພື່ອ​ປັບ​ປຸງ​ສະ​ຖາ​ບັນ​ຂອງ​ເຂົາ​ເຈົ້າ​ໃຫ້​ເປັນ​ລະ​ບຽບ ແລະ ເຂົ້າ​ຮ່ວມ​ກັບ​ປະ​ຊາ​ຄົມ​ ​ຕໍ່​ຕ້ານ​ການ​ໃຊ້​ຢາ​ຊູ​ກຳ​ລັງ​ຂອງ​ໂລກ​ຄືນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ນັກ​ກິ​ລາ​ຂອງ​ເຂົາ​ເຈົ້າ ແລະ ຄວາມ​ຊື່​ສັດ​ຂອງ​ກິ​ລາ. ແຕ່​ໃນ​ທາງ​ກົງ​ກັນ​ຂ້າມ​ເຂົາ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ສືບ​ຕໍ່ໃນ​ການ​ຢືນ​ຢັດ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ ການສໍ້​ໂກງ ແລະ ການ​ປະ​ຕິ​ເສດ​ຂອງ​ເຂົາ​ເຈົ້າ.

ນັກ​ກິ​ລາ ຣັດ​ເຊຍ ທີ່ “ຍຸ​ຕິ​ທຳ” ຜູ້​ທີ່​ໄດ້​ທຳ​ການກວດ​ສອບ​ເພີ່ມ​ເຕີມ ແມ່ນ​ຍັງ​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ແຂ່ງ​ຂັນ​ເປັນນັກ​ກິ​ລາ​ທີ່ບໍ່​ຂຶ້ນ​ກັບ​ປະ​ເທດ​ໃດ, ໃນ​ຂະ​ນະ​ດຽວ​ກັນ​ຍອມ​ສະຫຼະ​ທຸງ​ຊາດ ແລະ ເພງ​ຊາດ​ຂອງ​ເຂົາ​ເຈົ້າ, ອີງ​ຕາມ​ກົດ​ລະ​ບຽບ. ການ​ຄົ້ນ​ພົບ​ຂອງ​ອົງ​ການ WADA ຍັງ​ໄດ້​ກີດ​ກັ້ນ​ບໍ່​ໃຫ້ ຣັດ​ເຊຍ ເປັນ​ເຈົ້າ​ພາບ ຫຼື ທຳ​ການ​ສະ​ເໜີ​ຊື່​ໃນ​ງານ​ແຂ່ງ​ຂັນ​ກິ​ລາ​ທີ່​ສຳ​ຄັນ​ໃນ​ສີ່​ປີ​ຂ້າງ​ໜ້າ.

ການ​ຕັດ​ສິນ​ໃຈ​ທີ່​ຈະ​ຂັບ​ໄລ່ ຣັດ​ເຊຍ ອອກ​ຈາກ​ການ​ແຂ່ງ​ຂັນ​ແມ່ນ​ອີງ​ຕາມ​ການ​ຄົ້ນ​ພົບ​ກ່ອນ​ໜ້າ​ນີ້​ ໂດຍ​ຄະ​ນະ​ກຳ​ມະ​ການ​ກວດ​ສອບ ​ການ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບຂອງອົງ​ການ WADA, ເຊິ່ງ​ໄດ້​ກ່າວ​ຫາ ຣັດ​ເຊຍ ກ່ຽວ​ກັບ​ ການ​ແຊກ​ແຊງ​ໃນ​ການກວດ​ສອບ​ນັກ​ກິ​ລາຫຼາຍ​ຮ້ອຍ​ຄົນ ຢູ່​ສະ​ຖານ​ທີ່ກວດ​ກາ​ການ​ຕໍ່​ຕ້ານ​ຢາ​ຊູ​ກຳ​ລັງ RUSADA ໂດຍ​ລັດ​ຖະ​ບານ ມົ​ສ​ກູ.

ບົດ​ສະຫຼຸບ​ຂອງ​ອົງ​ການ WADA ໄດ້​ລາຍ​ງານ​ວ່າ “ຂໍ້​ມູນ​ຂອງ ມົ​ສ​ກູ ແມ່ນບໍ່​ສົມ​ບູນ ຫຼື ບໍ່​ແມ່ນ​ຂອງ​ແທ້.”

ການ​ເຂົ້າ​ຫາ​ຫ້ອງ​ທົດ​ລອງ​ຂອງ​ສະ​ຖາ​ບັນ RUSADA ຢ່າງ​ເປັນ​ອິດ​ສະຫຼະ ກໍ​ແມ່ນ​ນຶ່ງ​ໃນ​ຂໍ້​ຮຽກ​ຮ້ອງ​ທີ່​ສຳ​ຄັນ​ຂອງ​ອົງ​ການ WADA ຕໍ່​ການ​ກັບ​ຄືນ​ເຂົ້າ​ສູ່​ການ​ແຂ່ງ​ຂັນ​ຂອງ ຣັດ​ເຊຍ ລຸນຫຼັງ​ການ​ສືບ​ສວນ​ກ່ອນ​ໜ້າ​ນີ້​ຂອງ​ອົງ​ການ WADA ໃນ​ປີ 2015 ທີ່​ໄດ້​ເປີດ​ເຜີຍ​ໂຄງ​ການ​ຢາ​ຊູ​ກຳ​ລັງ​ ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ໂດຍ​ລັດ​ຖະ​ບານ ຣັດ​ເຊຍ ໃນ​ລະ​ຫວ່າງ​ການ​ເປັນ​ເຈົ້າ​ພາບ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ໂຊ​ຈີ.

ຜົນ​ກະ​ທົບ​ຈາກ​ການ​ສືບ​ສວນ​ສອບ​ສວນ​ນັ້ນ ໄດ້​ນຳ​ໄປ​ສູ່​ການ​ເຮັດ​ໃຫ້ ຣັດ​ເຊຍ ສູນ​ເສຍ​ການ​ມີ​ໜ້າ​ເຂົ້າ​ຮ່ວມ​ໃນ​ກິ​ລາ​ໂອ​ລິມ​ປິກ​ປີ 2016 ໃນ​ນະ​ຄອນ ຣີ​ໂອ​ ເດ ຈາ​ເນ​ໂຣ, ຂອງ​ປະ​ເທດ ບ​ຣາ​ຊິ​ລ, ພ້ອມ​ກັບ​ຂໍ້ຈຳ​ກັດໃນ​ການ​ເຂົ້າ​ຮ່ວມແຂ່ງ​ຂັນ​ຂອງ ນັກ​ກິ​ລາ ຣັດ​ເຊຍ ທີ່ໃຊ້​ສັນ​ຊາດ​ເປັນ​ກາງ ໂດຍບໍ່​ໃຫ້​ມີ​ເຄື່ອງ​ໝາຍຂອງ​ປະ​ເທດ ຢູ່​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ໃນ​ເມືອງ ພຽງ​ຈາງ, ປະ​ເທດ ເກົາຫຼີ​ໃຕ້, ໃນ​ປີ 2018.​

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG