ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ທະຫານຮັບຈ້າງຣັດເຊຍ ທ່ານປຣີໂກຊິນ ເດິນທາງ​ໄປເຖິງເບລາຣຸດ


ທ່ານເຢຟເຈນີ ປຣິໂກຊິນ ເຈົ້າຂອງບໍລິສັດທະຫານຮັບຈ້າງ ກຸ່ມແວກເນີ ໄດ້ເດີນທາງມາເຖິງພິທີສົ່ງສະການ ຢູ່ສຸສານ Troyekurovskoye ໃນນະຄອນມົສກູ ປະເທດຣັດເຊຍ ວັນທີ 8 ເມສາ 2023.
ທ່ານເຢຟເຈນີ ປຣິໂກຊິນ ເຈົ້າຂອງບໍລິສັດທະຫານຮັບຈ້າງ ກຸ່ມແວກເນີ ໄດ້ເດີນທາງມາເຖິງພິທີສົ່ງສະການ ຢູ່ສຸສານ Troyekurovskoye ໃນນະຄອນມົສກູ ປະເທດຣັດເຊຍ ວັນທີ 8 ເມສາ 2023.

ເຢ​ຟເກນີ ປຣິໂກຊິນ ຜູ້ນຳກຸ່ມທະຫານຮັບຈ້າງ ແວກເນີ ຂອງຣັດເຊຍ ໄດ້ເດີນ​ທາງ​ຮອດ​ປະ​ເທດ ເບລາຣຸດ ຫລັງຈາກໄດ້​ຈັດ​ການກໍ່ກະ​ບົດໄລຍະສັ້ນ ແລະ ຖືກ​ຍົກ​ເລີກ​ຕໍ່​ການ​ນຳ​ພາ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິເມຍ ປູ​ຕິນ ເມື່ອ​ອາ​ທິດ​ທີ່​ຜ່ານ​ມາ ກ່ຽວ​ກັບ ການ​ຕໍ່​ສູ້​ກັບ ຢູເຄຣນ, ຜູ້ນໍາ ເບລາຣຸດ ທ່ານ ອາເລັກຊານເດີ ລູກາເຊັນໂກ ໄດ້ກ່າວໃນວັນອັງຄານວານນີ້.

ມັນ​ບໍ່​ທັນ​ມີ​ຄວາມ​ຈະ​ແຈ້ງ​ໃນທັນທີວ່າ ທ່ານປຣີໂກຊິນ ໄດ້​ເດີນ​ທາງ​ໄປ​ຮອດ ເບລາຣຸດ ແລ້ວບໍ່ ແລະ ມີ​ນັກ​ລົບ​ຈັກ​ຄົນທີ່​ໄດ້​ໄປ​ພ້ອມ​ກັບ​ລາວ ຫຼື ລາວ​ມີ​ແຜນ​ທີ່​ຈະ​ຢູ່​ທີ່​ນັ້ນ​ດົນ​ປານ​ໃດ. ທ່ານລູກາເຊັນໂກ ແລະພັນທະມິດຂອງທ່ານ ປູຕິນ ໃນອາທິດແລ້ວນີ້ໄດ້ທຳ​ການເຈລະຈາ ກ່ຽວ​ກັບ ການເດີນທາງໄປ ເບ​ລາ​ຣຸ​ສ ຂອງທ່ານປຣິີໂກຊິນ ຫລັງຈາກທ່ານປຣີໂກຊິນ ໄດ້ນຳພາພວກນັກລົບຂອງ​ລາວຫລາຍພັນຄົນອອກຈາກຢູເຄຣນ ຢູ່ໃນຂະບວນລົດທີ່ມຸ້ງໜ້າໄປສູ່ ມົສກູ ກ່ອນໄດ້​ຍົກ​ເລີກ​ການ​ເດີນ​ທາງ​ກ່ອນ​ໄດ້​ປະ​ເຊີນ​ໜ້າ​ກັບ​ພວກ​ທະ​ຫານ ຣັດ​ເຊຍ ຢູ່​ເຂດ​ຊານ​ເມືອງ​ຂອງ​ນະ​ຄອນຫຼວງ.

ທ່ານປູຕິນ ໄດ້ສັນ​ຍາຄວາມປອດໄພຂອງທ່ານປຣິໂກຊິນ ຢູ່ໃນ ເບລາຣຸດ ແລະອີງຕາມສື່ມວນຊົນລັດ​ຖະ​ບານເບລາຣຸດ: ຜູ້ນຳ​ຜະເດັດການທ່ານ ລູກາເຊັນໂກ ໄດ້ຮຽກຮ້ອງທ່ານປູຕິນ ບໍ່ໃຫ້ຂ້າທ່ານປຣິໂກຊິນ.

“ຂ້າພະເຈົ້າ​ໄດ້ເວົ້າກັບທ່ານປູຕິນວ່າ: ພວກເຮົາອາດ​ເສຍ​ທ່ານ (ປຣິໂກຊີນ) ໄປ, ບໍ່ມີບັນຫາ. ຖ້າບໍ່​ແມ່ນ​ໃນ​ການພະຍາຍາມເທືຶ່ອທຳອິດ, ແລ້ວກະ​ຕ້ອງ​ເປັນເທື່ອທີສອງ. ຂ້າພະເຈົ້າໄດ້ບອກທ່ານວ່າ: ຢ່າເຮັດແບບນີ້” ທ່ານ ລູກາເຊັນໂກ ໄດ້ກ່າວໃນລະຫວ່າງການປະຊຸມ ກັບພວກເຈົ້າໜ້າທີ່ຮັກສາຄວາມ ປອດໄພ, ອີງຕາມສື່ມວນ​ຊົນລັດຖະ​ບານ.

ບັນດາປະເທດຕາເວັນຕົກໄດ້ລົງໂທດ ທ່ານລູກາເຊັນໂກ ອາຍຸ 68 ປີ ສຳ​ລັບ ການປາບ​ປາມພວກນັກ​ການ​ເມືອງຝ່າຍຄ້ານ ແລະອະນຸຍາດໃຫ້ ຣັດເຊຍ ໂຈມຕີຢູເຄຣນ ຈາກເຂດແດນຂອງ ເບລາຣຸດ ເມື່ອ​ປີ​ກາຍນີ້, ໃນ​ຂະ​ນະ​ດຽວ​ກັນ​ເມື່ອບໍ່​ດົນມານີ້ໄດ້ອະນຸຍາດໃຫ້ ຣັດເຊຍ ເກັບອາວຸດນິວເຄຼຍຍຸດ​ທະ​ວິ​ທີ ຢູ່ໃນເບລາຣຸດ ສຳ​ລັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ການ​ນຳ​ໃຊ້​ໃນ​ຄວາມ​ຂັດແຍ້ງ ຢູ່ໃນຢູເຄຣນ.

ໃນຂະນະທີ່ໄດ້​ສັນ​ຍາວ່າທ່ານປຣີໂກ​ຊິນ ຈະມີຄວາມປອດໄພໃນເບລາຣຸດນັ້ນ, ທ່ານ ປູຕິນໄດ້ສະແດງທັດ​ສະ​ນະ​ຄະ​ຕິທີ່ປະສົມ ກ່ຽວກັບກຸ່ມແວກເນີ ນັບຕັ້ງແຕ່ການກໍ່​ກະ​ບົດ​ຕໍ່​ອຳ​ນາດ​ຂອງ​ທ່ານ ແລະການຳພາຂອງກະຊວງ ປ້ອງກັນປະເທດ ຣັດເຊຍ. ທ່ານປູຕິນໄດ້ອະ​ທິ​ບາຍຜູ້ນຳຂອງ​ກຸ່ມແວກເນີວ່າ ເປັນພວກທໍລະຍົດ ແຕ່ໄດ້ກ່າວວ່າພວກທະຫານຮັບຈ້າງ “ໄດ້ສະແດງໃຫ້ເຫັນ ຄວາມ​ກ້າ​ຫານ ແລະ ຄວາມເປັນວິລະຊົນຢ່າງ​ແທ້​ຈິງ” ໃນການສູ້ລົບຂອງເຂົາ ເຈົ້າຕ້ານກຳລັງກິຢິບ.

ການເດີນທາງໄປເຖິງ ເບ​ລາ​ຣຸ​ສ ຂອງທ່ານປຣິໂກຊິນ ໄດ້​ມີ​ຂຶ້ນໃນຂະນະ ທີ່ທ່ານປູຕິນ ໄດ້ກ່າວໃນວັນອັງຄານວານ​ນີ້ວ່າ ມົສກູ ໄດ້ຈ່າຍເງິນ 1 ພັນລ້ານ ໂດລາໃນລະຫວ່າງເດືອນພຶດສະພາ 2022 ແລະໃນເດືອນພຶດສະພາທີ່​ຜ່ານ​ມາ ເພື່ອໃຫ້ທຶນ​ຢ່າງ​ເຕັ​ມ​ທີ່​ຕໍ່​ພວກ​ນັ​ກ​ລົບ​ທະ​ຫານຮັບຈ້າງແວກເນີ ທີ່ກົງກັນຂ້າມກັບການກ່າວອ້າງໂດຍ ທ່ານປຣີໂກຊິນ ວ່າລາວໄດ້ຈ່າຍເງິນໃຫ້ ແກ່ທະຫານຮັບຈ້າງຂອງລາວ.

ອ່ານຂ່າວນີເປັນພາສາອັງກິດ

XS
SM
MD
LG