ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບຢູເຄຣນ ກ່າວວ່າ ຕົນໄດ້ຍິງທໍາລາຍ ກໍາປັ່ນຣັດເຊຍ ໃກ້ກັບແຫຼມໄຄຣເມຍ

ແຟ້ມຮູບ-​ກຳ​ປັ່ນຍົກ​ພົນ​ຂຶ້ນ​ບົກ​ຂະໜາດ​ໃຫຍ່ Caesar Kunikov, ກຽມອອກແລ່ນໃນເມືອງບອສຟໍຣັສ (Bosphorus), ເພື່ອເດີນທາງໄປສູ່ຂົງເຂດທະເລເມດີເຕີຣານຽນ, ເທີກີ, ວັນທີ 4 ມີນາ 2020. ກອງທັບຢູເຄຣນກ່າວວ່າ ພວກຕົນໄດ້ທໍາລາຍກໍາປັ່ນດັ່ງກ່າວໃນວັນທີ 14 ກຸມພາ 2024.

ກອງທັບ​ຢູ​ເຄຣນກ່າວ​ໃນ​ວັນ​ພຸດມື້​ນີ້​ວ່າ ຕົນ​ໄດ້​ທຳລາຍ​ກຳ​ປັ່ນຍົກ​ພົນ​ຂຶ້ນ​ບົກ​ຂະໜາດ​ໃຫຍ່ ​ຂອງ​ກອງທັບ​ເຮືອ​ຣັດ​ເຊຍ ທີ່ຈອດຢູ່​ໃນ​ຂົງເຂດທະ​ເລ​ດຳ ໃກ້​ກັບແຫຼມໄຄຣເມຍ ທີ່​ຣັດ​ເຊຍຢຶດຄອງ​.

ກອງທັບ​ຢູ​ເຄຣນ​ໄດ້​ລະບຸ ກຳ​ປັ່ນຂອງຣັດ​ເຊຍ​ຊື່​ວ່າ ຊີຊາ ຄູນິຄອບ (Caesar Kunikov), ​ແລະ​ກ່າວ​ວ່າ ​ໃນ​ເວລາທໍາການ​ໂຈມ​ຕີນັ້ນ ​ມັນຈອດ​ຢູ່​ໃນ​ເຂດ​ນ່ານນ້ຳ​ ໃກ້​ກັບ​ເມືອງອາລຸບກາ (Alupka).

ຍັງ​ບໍ່​ທັນມີການສະແດງ​ຄວາມຄິດ​ເຫັນ​ໃດໆ​ໃນທັນທີ ຈາກຣັດ​ເຊຍ.

ກອງກໍາລັງຂອງ​ຢູ​ເຄຣນ ​ໄດ້​ທຳລາຍກອງ​ກຳ​ປັ່ນທະເລດໍາ​ຫຼາຍລໍາຂອງຣັດ​ເຊຍ ນັບ​ຕັ້ງ​ແຕ່​ ຣັດ​ເຊຍ ​ດໍາເນີນການ​ໂຈມ​ຕີ ​ຢູ​ເຄຣນ ​ຢ່າງ​ເຕັມອັດຕາ ເປັນເວລາເກືອບ​ສອງ​ປີ​ທີ່ຜ່ານມາ.

ຕຶກອາຄານອາພາດທ໌ເມັນຫຼັງນຶ່ງ ໄດ້ຮັບຄວາມເສຍຫາຍລຸນຫຼັງການໂຈມຕີ, ທ່າມກາງການຮຸກຮານຢູເຄຣນຂອງຣັດເຊຍ, ຕັ້ງຢູ່ບໍລິເວນ ເຊລີໂດບ (Selydove), ພາກພື້ນໂດເນດສ໌, ຢູເຄຣນ, ໄດ້ຮັບການເຜີຍແຜ່ອອກມາໃນວັນທີ 14 ກຸມພາ 2024. (Vadym Filashkin via Telegram/Handout via REUTERS).

ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ​ຣັດ​ເຊຍ​ລາຍ​ງານ​ວ່າ, ກອງ​ກຳ​ລັງ​ປ້ອງ​ກັນ​ທາງ​ອາ​ກາດ​ຂອງ​ຕົນ ​ໄດ້​ທຳ​ລາຍ​ເຮືອບິນບໍ່ມີຄົນຂັບ​ຂອງ​ຢູເຄຣນ 9 ລຳ ​ໃນຕອນກາງ​ຄືນ, ໃນ​ນັ້ນລວມ​ມີ 6 ລຳ​ຢູ່ບໍລິເວນ​ທະ​ເລ​ດຳ.

ກະ​ຊວງປ້ອງກັນປະເທດຂອງ​ຣັດ​ເຊຍ ​ກ່າວ​ວ່າ ເຮືອບິນບໍ່ມີຄົນຂັບອີກ​ສອງ​ລຳ​ໄດ້​ຖືກ​ສະກັດ​ກັ້ນ​ຢູ່​ບໍລິເວນພາກພື້ນເບລໂກຣອດ (Belgorod), ​ໃນ​ຂະນະ​ທີ່​ຈໍານວນນຶ່ງ ​ຖືກ​ທຳລາຍ​ຢູ່​ບໍລິເວນ​ເມືອງໂວໂຣເນສ (Voronezh).

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG