ບັນດາເຈົ້າໜ້າທີ່ໃນພາກໃຕ້ຂອງ ຢູເຄຣນ ກ່າວໃນວັນພຸດມື້ນີ້ວ່າ ການໂຈມຕີທາງອາກາດຂອງ ຣັດເຊຍ ໃນຕອນຂ້າມຄືນ ເຮັດໃຫ້ມີຜູ້ບາດເຈັບຢ່າງໜ້ອຍ 4 ຄົນ, ແລະສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງສາທາລະນຸປະໂພກອີກຈໍານວນນຶ່ງ.
ຜູ້ປົກຄອງຂົງເຂດ ໂອເດຊາ, ທ່ານ ໂອເລ ຄິບເປີ ກ່າວຜ່ານທາງ Telegram ວ່າ ກອງທັບຣັດເຊຍໄດ້ປະຕິບັດໃນສິ່ງທີ່ທ່ານຮ້ອງວ່າ ເປັນການໂຈມຕີດ້ວຍໂດຣນ “ຂະໜາດໃຫຍ່” ທີ່ສົ່ງຜົນຕໍ່ການບໍລິການພະລັງງານ ແລະຄວາມຮ້ອນ. ທ່ານກ່າວຕື່ມວ່າ ຄວາມເສຍຫາຍດັ່ງກ່າວ ລວມມີຄລີນິກສໍາລັບເດັກນ້ອຍ ແລະໂຮງຮຽນອະນຸບານ.
ການໂຈມຕີຂອງຣັດເຊຍ ໃນມື້ຄືນນີ້ ຍັງໄດ້ສ້າງຄວາມເສຍຫາຍຕໍ່ສາຍໄຟຟ້າໃນພູມິພາກ ເຊີກາຊີ, ເຊິ່ງເປັນບ່ອນທີ່ຜູ້ປົກຄອງລັດ ທ່ານ ອີຮໍ ຕາບູເຣັທສ໌ ກ່າວວ່າ ເສດຊາກຫັກພັງຈາກໂດຣນທີ່ຖືກທຳລາຍ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານ 8 ຫຼັງ.
ກອງທັບຢູເຄຣນກ່າວວ່າ ຕົນໄດ້ຍິງໂດຣນ 106 ລຳໃນຈຳນວນທັງໝົດ 167 ລຳຕົກ, ເຊິ່ງເປັນໂດຣນທີ່ກອງກຳລັງຂອງ ຣັດເຊຍ ສົ່ງອອກມາໃນຕອນຂ້າມຄືນ.
ກອງທັບກ່າວວ່າ ການສະກັດກັ້ນດັ່ງກ່າວ ມີຂຶ້ນໃນພູມິພາກ ເຊີກາຊີ, ເຊີນີຮີບ, ດນີໂປຣເປໂຕຣບກ໌, ຄາກີບ, ເຄີສັນ, ຄເມລນີສກີ, ກິໂຣໂວຣາດ, ນະຄອນຫຼວງກີຢິບ, ພູມິພາກ ມິໂຄໄລ, ໂອເດຊີ, ໂປລຕາວາ, ຊູມີ, ຊາໂປຣິສເຊຍ ແລະ ໄຊໂຕເມຍ.
ກອງທັບຣັດເຊຍກ່າວໃນວັນພຸດມື້ນີ້ວ່າ, ໃນຕອນຂ້າມຄືນນີ້ ຕົນໄດ້ຍິງໂດຣນຂອງຢູເຄຣນຕົກປະມານ 30 ລຳ, ສ່ວນຫຼາຍແມ່ນໃນຂົງເຂດ ບຣີອານສຄ໌ (Bryansk) ບ່ອນທີ່ເຈົ້າໜ້າທີ່ກ່າວວ່າ ບໍ່ມີລາຍງານກ່ຽວກັບຄວາມເສຍຫາຍ ຫຼື ຜູ້ທີ່ໄດ້ຮັບບາດເຈັບ.
ກອງກຳລັງຢູເຄຣນ ໄດ້ທໍາການໂຈມຕີໂຮງກັ່ນນ້ຳມັນແຫ່ງນຶ່ງ ໃນຕອນຂ້າມຄືນນີ້ ຢູ່ເມືອງ ໄຊສ໌ຣານ (Syzran) ໃນພູມິພາກ ຊາມາຣາ (Samara) ຂອງ ຣັດເຊຍ.
ຜູ້ປົກຄອງ ທ່ານ ວີເຊັສລາບ ເຟໂດຣິສເຊັບ (Vyacheslav Fedorishchev) ກ່າວຜ່ານທາງ Telegram ວ່າ ສະຖານະການຢູ່ໂຮງກັ່ນນໍ້າມັນ ຖືກຄວບຄຸມໄດ້ແລ້ວ, ແລະການໂຈມຕີດັ່ງກ່າວນັ້ນ ບໍ່ໄດ້ສ້າງຄວາມເສຍຫາຍຂະໜາດໃຫຍ່ຕໍ່ໂຮງກັ່ນແຫ່ງນີ້.
ເມືອງ ໄຊສ໌ຣານ ຕັ້ງຢູ່ຫ່າງຈາກບໍລິເວນຊາຍແດນ ຣັດເຊຍ ແລະ ຢູເຄຣນ ປະມານ 800 ກິໂລແມັດ, ເຮັດໃຫ້ການໂຈມຕີບໍ່ທຳມະດາ ໃນການຕັດສິນໃຈກ່ຽວກັບວ່າ ໄລຍະການໂຈມຕີເຂົ້າໄປໃນ ຣັດເຊຍ ໄດ້ໄກຊ່ຳໃດ ຂອງກອງກໍາລັງຢູເຄຣນນັ້ນ. ການໂຈມຕີຂອງຢູເຄຣນ ສ່ວນໃຫຍ່ແມ່ນເກີດຂຶ້ນຢູ່ຕາມຂົງເຂດຊາຍແດນລະຫວ່າງສອງປະເທດ.
ໂຮງນໍ້າມັນ ແລະສະຫນາມບິນຂອງທະຫານທັງຫຼາຍ ແມ່ນຕົກເປັນເປົ້າໝາຍຂອງການໂຈມຕີ ຫຼາຍທີ່ສຸດ ແລະໃນລະດັບທີ່ເລິກເຂົ້າໄປກວ່າເກົ່າ.
ຟໍຣັມສະແດງຄວາມຄິດເຫັນ