ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີຂອງຣັດເຊຍ ສ້າງຄວາມເສຍຫາຍໃຫ້ໂຮງງານໄຟຟ້າ ຂອງເມືອງດນິໂປຣ

ແຟ້ມພາບ - ທະຫານຢູເຄຣນ ຢືນເຝົ້າກວດກາເບິ່ງເຮືອບິນບໍ່ມີຄົນຂັບຂອງຣັດເຊຍ ເທິງທ້ອງຟ້າ ໃນຂະນະທີ່ທະຫານໃນລົດໄຖ ຂຸດລະບົບລີ້ຊ້ອນໂຕ ໃນສະໜາມລົບ ໃນພາກພື້ນຊາໂປຣີຊເຊຍ, ໃນວັນທີ 30 ມັງກອນ 2024,​ ທ່າມກາງການຮຸກຮານຢູເຄຣນ ຂອງຣັດເຊຍ.

ບັນດາ​ເຈົ້າ​ໜ້າ​ທີ່​ຢູ​ເຄຣນ ກ່າວ​ໃນ​ວັນ​ຈັນວານ​ນີ້​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ​ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ໂຮງ​ໄຟຟ້າ​ແຫ່ງ​ນຶ່ງ​ ໃນ​ເມືອງ ດນິໂປຣ (Dnipro) ທາງ​ພາກ​ຕາ​ເວັນ​ອອກຂອງ​ປະ​ເທດ.

ກອງທັບ​ອາກາດ​ຢູ​ເຄຣນ​ໄດ້​ເຕືອນ ກ່ຽວກັບຄື້ນຂອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບຂອງຣັດ​ເຊຍ 4 ຄັ້ງ​ ​ທີ່​ແນເປົ້າ​ໃສ່​ເມືອງ ດນິໂປຣ (Dnipro).

ເຈົ້າຄອງນະຄອນ ທ່ານ ບໍຣີສ ຟີລາໂຕຟ (Borys Filatov) ກ່າວໃນTelegram ວ່າ ພື້ນຖານໂຄງລ່າງໄດ້ຖືກໂຈມຕີ, ແຕ່ບໍ່ໄດ້ລະບຸກ່ຽວກັບສິ່ງທີ່ ຖືກໂຈມຕີ ຫຼືຂອບເຂດຂອງຄວາມເສຍຫາຍ.

ຜູ້ສະໜອງພະລັງງານເອກະຊົນ, DTEK, ກ່າວໃນ Telegram ວ່າ ນື່ງໃນໂຮງງານໄຟຟ້າພະລັງງານຄວາມຮ້ອນຂອງຕົນ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຈາກການໂຈມຕີຂອງຣັດເຊຍ, ເຊິ່ງເຮັດໃຫ້ຕ້ອງຢຸດການຜະລິດໄຟຟ້າ.

ບໍລິສັດກ່າວວ່າ ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼືເສຍຊີວິດ.

ຂໍ້ມູນບາງຢ່າງສໍາລັບເລື່ອງນີ້ແມ່ນມາຈາກ ອົງການຂ່າວຣອຍເຕີສ໌.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG