ພວກຜູ້ບັນຊາການກຳລັງຕໍ່ຕ້ານລັດຖະບານກ່າວວ່າ ບັນດາໜ່ວຍປືນໃຫຍ່ຣັດເຊຍ ໄດ້ ພົວພັນໃນການສູ້ລົບ ໃນວັນພຸດວານນີ້ ຢູ່ເມືອງ Aleppo ທີ່ມີການແບ່ງແຍກຊີເຣຍ ໃນ ພາກເໜືອຂອງປະເທດຊີເຣຍໃນການປະທະກັນທາງພາກພື້ນດິນທີ່ຮ້າຍແຮງໃນຮອບປີ ລະຫວ່າງພວກຕໍ່ຕ້ານລັດຖະບານ ແລະກຳລັງຂອງອຳນາດການປົກຄອງ Assad ຢູ່ໃນ ຂົງເຂດທີ່ໄດ້ຮັບຄວາມບອບຊໍ້າ ມາເປັນເວລາສອງອາທິດ ຈາກການໂຈມຕີທາງອາກາດ ຂອງລັດຖະບານຢ່າງບໍ່ຢຸດຢັ້ງ. ນີ້ເປັນເທື່ອທຳອິດ ທີ່ກຳລັງພາກພື້ນດິນຣັດເຊຍ ໄດ້ໃຫ້ ການຊ່ວຍເຫລືອແກ່ ກຳລັງລັດຖະບານຊີເຣຍ ຢູ່ນອກແຂວງ Latakia ທີ່ຕັ້ງຢູ່ແຄມຝັ່ງ ທະເລ ຫລືຢູ່ທີ່ແຂວງ Palmyra.
ການເຄື່ອນໄຫວດັ່ງກ່າວ ມີຂຶ້ນໃນຂະນະທີ່ກະຊວງຕ່າງປະເທດກ່າວວ່າ ສະຫະລັດ ແລະ ຣັດເຊຍໄດ້ບັນລຸຂໍ້ຕົກລົງ ເພື່ອຂະຫຍາຍ “ການຢຸດເຊົາຄວາມເປັນປໍລະປັກ” ໃນຊີເຣຍ ໄປຍັງເມືອງ Aleppo ໃນຂະນະທີ່ ມີການຮັບຮູ້ວ່າ “ຍັງມີ ລາຍງານກ່ຽວກັບການສູ້ລົບ ຈຳນວນນຶ່ງ ທີ່ຍັງດຳເນີນຢູ່ຕໍ່ມາ ໃນບາງເຂດ.”
ມີຫລາຍສິບຄົນໄດ້ເສຍຊີວິດ ໃນຂະນະທີ່ພວກຕໍ່ຕ້ານລັດຖະບານໄດ້ບຸກຄືບໜ້າເຂົ້າສູ່ ຫົວເມືອງຕ່າງໆທາງພາກຕາເວັນຕົກຂອງປະເທດ ທີ່ຄວບຄຸມໂດຍລັດຖະບານ ອີງຕາມ ບັນດານັກເຄື່ອນໄຫວການເມືອງ. ການບຸກໂຈມຕີນີ້ມີຂຶ້ນເພື່ອລົບ ກວນກຳລັງຂອງອຳ ນາດການປົກຄອງນັ້ນຄື ຄຳເວົ້າຂອງພວກຜູ້ບັນຊາການກຳລັງຕໍ່ຕ້ານ ທີ່ໄດ້ເຕືອນມາເປັນເວລາດົນນານແລ້ວກ່ຽວກັບການບຸກໂຈມຕີທີ່ສຳຄັນ ຊຶ່ງຈະມີໃນບໍ່ເທົ່າໃດອາທິດຂ້າງໜ້າ ເພື່ອເຂົ້າຍຶດເອົາຫົວເມືອງຕ່າງໆທີ່ກຳລັງຕໍ່ຕ້ານຍຶດຄອງຢູ່ນັ້ນ ທີ່ຍັງເປັນສະໜາມ ລົບທີ່ເປັນລາງວັນສຳຄັນຂອງລັດຖະບານ.
ການປະທະກັນເກີດຂຶ້ນທ່າມກາງຄວາມພະຍາຍາມທາງດ້ານການທູດທີ່ນະຄອນ Berlin ເພື່ອຍຸຕິການສູ້ລົບດັ່ງກ່າວ.
ແນວໂຮມແຫ່ງຊາດຊີເຣຍ ທີ່ປະເທດຕາເວັນຕົກໃຫ້ການສະໜັບສະໜຸນແມ່ນ ເປັນຄັນ ຮົ່ມໃຫຍ່ຂອງກຸ່ມຕໍ່ຕ້ານ Assad ໄດ້ກ່າວຫາຣັດເຊຍວ່າ ຫລອກລວງປະຊາຄົມສາກົນ ໂດຍໂຕ້ຖຽງວ່າ ການເຂົ້າຮ່ວມທາງພາກພື້ນດິນຂອງຣັດເຊຍ ແລະທາງອາກາດແມ່ນ ຂັດແຍ້ງກັບການກ່າວອ້າງຂອງມົສກູ ທີ່ວ່າຕົນມີຄວາມກະຕືລືລົ້ນ ເພື່ອຟື້ນຟູການຢຸດຍິງ ເປັນບາງສ່ວນໃນທ້າຍເດືອນກຸມພາ. ບັນດາເຮືອບິນລົບຣັດເຊຍໄດ້ນຳພາການຖີ້ມລະ ເບີດຂອງລັດຖະບານໃສ່ບັນດາເຂດທີ່ພວກຕໍ່ຕ້ານຍຶດຄອງທີ່ເມືອງ Aleppo ນັບແຕ່ວັນ ທີ 21 ເດືອນເມສາເປັນຕົ້ນມາ ອີງຕາມບັນດານັກການເມືອງຝ່າຍຄ້ານເພື່ອເນັ້ນຢ້ຳໃຫ້ ເຫັນເຖິງການພົວພັນຂອງມົສກູໃນການເຈລະຈາກ່ຽວກັບການຢຸດຍິງ ຫລືການແກ້ໄຂ ທາງການເມືອງ ຕໍ່ສົງຄາມກາງເມືອງເປັນເວລາຫ້າປີໃນຊີເຣຍ.