ນັກບິນອະວະກາດສະຫະລັດ ຄົນນຶ່ງ ແລະນັກເຫາະຈັກກະ
ວານ ຣັດເຊຍ ຄົນນຶ່ງ ໄດ້ໄປຮອດສະຖານີອະວະກາດນາໆ
ຊາດແລ້ວ ບ່ອນທີ່ພວກເຂົາເຈົ້າຈະຢູ່ທີ່ນັ້ນ ເປັນເວລານຶ່ງປີ
ຊຶ່ງເປັນການປະຕິບັດງານດົນນານທີ່ສຸດແບບບໍ່ມີມາກ່ອນຢູ່
ທີ່ສະຖານີອະວະກາດດັ່ງກ່າວ.
ຜູ້ຊາຍທັງສອງ ແລະນັກເຫາະຈັກກະວານ ຄົນທີສອງ ແມ່ນ
ເດີນທາງຂຶ້ນໄປກັບ ຍານອະວະກາດ Soyuz ຂອງຣັດເຊຍ
ທີ່ໄດ້ຖືກສົ່ງຂື້ນສູ່ວົງໂຄຈອນໃນວັນເສົາມື້ນີ້ ຈາກສູນກາງສົ່ງ
ຍານອະວະກາດ Baikonur ຂອງຣັດເຊຍໃນ Kazakhstan.
ຍານອະວະກາດດັ່ງກ່າວ ໄດ້ຖືກສົ່ງຂື້ນ ໃນຕອນເຊົ້າມືດມື້ນີ້
ຕາມເວລາທ້ອງຖິ່ນ ແລະໄດ້ເຂົ້າຈອດຢູ່ທີ່ສະຖານີອະວະກາດນາໆຊາດແລ້ວ ໃນເວລາ
6 ຊົ່ວໂມງຕໍ່ມາ.
ນັກບິນອະວະກາດຂອງອົງການ NASA ທ່ານ Scott Kelly ແລະ ນັກເຫາະຈັກກະວານ
ທ່ານ Mikhail Komienko ຊຶ່ງທັງສອງຄົນ ແມ່ນມີອາຍຸເລີ້ມເຂົ້າ ຫ້າສິບປີກວ່າໆຈະພາ
ກັນຢູ່ທີ່ສະຖານີອະວະກາດຈົນຮອດເດືອນມີນາປີໜ້າ. ບັນ ດານັກວິທະຍາສາດຫວັງວ່າ
ຈະໄດ້ສຶກສາກ່ຽວກັບຜົນກະທົບທາງດ້ານຮ່າງກາຍ ແລະດ້ານຈິດໃຈຂອງການຢູ່ໃນ
ອະວະກາດ ໃນຂະນະທີ່ພວກຜູ້ຊາຍທັງສອງຈະ ຢູ່ກາຍກຳນົດ 6 ເດືອນ ຕາມເວລາປົກ
ກະຕິຢູ່ທີ່ໃນສະຖານີອະວະກາດດັ່ງກ່າວ.
ອົງການ NASA ຈະໃຊ້ຂໍ້ມູນທີ່ສຶກສາຈາກການປະຕິບັດງານນີ້ ເພື່ອວາງແຜນ ໃນການ
ສຳຫລວດດາວພະອັງຄານໃນອະນາຄົດ ທີ່ອາດຈະໃຊ້ເວລາ ສອງຫາສາມປີ.
ສ່ວນຝາແຝດຂອງນັກບິນອະວະກາດ Kelly ກໍປະກອບສ່ວນເຂົ້າຮ່ວມການຄົ້ນຄວ້າຢູ່
ໂລກມະນຸດ. ທ່ານ Mark Kelly ນັກບິນອະວະກາດ ທີ່ອອກບຳນານໄປແລ້ວນັ້ນ ຈະດຳ
ເນີນການທົດລອງແບບດຽວກັນຢູ່ໂລກມະນຸດຄືດັ່ງກັບນ້ອງຊາຍ ຂອງລາວໄດ້ເຮັດຢູ່
ໃນອະວະກາດ ເພື່ອໃຫ້ນັກວິທະຍາສາດ ປຽບທຽບກັນ.
ນອກນັ້ນແລ້ວຢູ່ເທິງຍານອະວະກາດ Soyuz ກໍຍັງໄດ້ມີນັກເຫາະຈັກກະວານ ອະວຸໂສ
Gennady Padalka ທີ່ຈະກັບຄືນມາສູ່ໂລກມະນຸດ ໃນເດືອນກັນຍາ ຫລັງຈາກໄດ້ຢູ່
ທີ່ສະຖານີອະວະກາດ ມາເປັນເວລາ 878 ມື້ ໃນລະຫວ່າງການ ປະຕິບັດງານຂອງທ່ານ
ທີ່ຫລາຍກວ່າທຸກໆຄົນ.
ທັງສາມຄົນຈະໄປຢູ່ຮ່ວມກັບບັນດານັກບິນອະວະກາດ ທີ່ໄດ້ຢູ່ໃນສະຖານີອະວະກາດ
ນາໆຊາດ ມາກ່ອນແລ້ວນັ້ນ.