ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ນັກການທູດທີ່ຍາວນານຣັດເຊຍ ປະຈຳສະຫະປະຊາຊາດ ໄດ້ເສຍຊີວິດ ຢ່າງກະທັນຫັນ


ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະປະຊາດ ທ່ານ Vitaly Churkin ຖະແຫລງຕໍ່ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນວັນທີ 2 ກຸມພາ, 2017.
ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະປະຊາດ ທ່ານ Vitaly Churkin ຖະແຫລງຕໍ່ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໃນວັນທີ 2 ກຸມພາ, 2017.

ເອກ​ອັກຄະ​ລັດຖະ​ທູດຣັດ​ເຊຍທີ່​ປະຈຳ​ການຢູ່ສະຫະ​ປະຊາ​ຊາດ ເປັນເວລາຍາວ​ນານ ​ທ່ານ Vitaly Churkin ​ໄດ້ເສຍ​ຊີວິດ​ຢ່າງ​ກະທັນຫັນ​ ໃນ​ວັນ​ຈັນ​ວານ​ນີ້​ ທີ່​ນະຄອນ​ນິວຢອກ ນຶ່ງ​ມື້ ກ່ອນ​ວັນ​ເກີດຄົບຮອບ​ 65 ປີຂອງ​ທ່ານ.

ກະຊວງ​ຕ່າງປະ​ເທດຣັດ​ເຊຍ ​ໄດ້​ປະກາດ​ການ​ເສຍ​ຊີວິດ​ຂອງ​ທ່ານ ຢູ່​ໃນ​ຖະ ​ແຫລ​ງການ ທີ່ບໍ່ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ. ​ປະທານ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Peter Thomson ກ່າວ​ຕໍ່ ວີ​ໂອ​ເອວ່າ ທ່ານ​ໄດ້​ຮັບຊາບວ່າ ທ່ານ Churkin ມີ “ບັນຫາ​ກ່ຽວ​ກັບ​ຫົວ​ໃຈ” ຢູ່​ທີ່​ສຳນັກງານປະຕິ

ບັດພາລະກິດຂອງຣັດ​ເຊຍ ​ແລ້ວກໍ​ໄດ້​ຖືກ​ນຳ​ສົ່ງ​ໄປ​ໂຮງ​ພະຍາບານບ່ອນ​ທີ່​ທ່ານ​ໄດ້​ເສຍ​ຊີວິດ.

ອະດີດເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ຜູ້​ປະຈຳການ​ຢູ່ ເກືອບ​ຕະຫລອດ​ເວລາ​ຂອງ​ທ່ານ Churkin ໃນ​ສະຫະ​ປະຊາ​ຊາດ​ນັ້ນ ເອີ້ນ​ທ່ານ​ວ່າ “​ເປັນ​ນັກ​ການ​ທູດ​ທີ່​ດີ​ເລີດ ​ທັງເປັນ​ດາລາ​ປັນຍາຊົນ.”

UN's Thomson: Churkin's Name Will Live on in UN History
please wait

No media source currently available

0:00 0:03:39 0:00

ທ່ານ Ban ກ່າວ​ວ່າ “ທ່ານ​ມີຄວາ​ມຊ່ຽວຊານ​ດ້ານ​ການ​ທູດ ວ່ອງ​ໄວ ​ແລະຄົບ​ຂັນ ຊຶ່ງ​ຈະ​ພາໃຫ້ ເປັນ​ທີ່​ຈົດຈຳ​ໄປ​ຍາວ​ນານ​ສຳລັບ​ຜູ້​ທີ່​ຮູ້ຈັກ​ກັບ​ທ່ານ ​ແລະ​ສຳລັບຜູ້ຈະ​ສື​ກສາ​ປະຫວັດສາດ​ຂອງ​ສະຫະ​ປະຊາ​ຊາດ​ເປັນ​ເວລາ​ຫລາຍໆ​ປີ​ທີ່​ຈະ​ມາ​ເຖິງ.”

ທ່ານ Antonio Guterres ເລຂາທິການໃຫຽ່ອົງການ ສຫຊ ຄົນປັດຈຸບັນ ກ່າວວ່າ ທ່ານ Churkin “ເປັນນັກການທູດຜູ້ມີພະລັງ ແລະມີຄວາມຊຳນານພິເສດ” ຊຶ່ງວິໄສທັດຂອງ ເພິ່ນ ຈະຢູ່ໃນຄວາມຊົງຈຳຍາວນານ.

​ບັນດາ​ນັກ​ການ​ທູດ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ພາກັນສົ່ງ​ຂ່າວ​ທາງ​ສັງຄົມ ສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ ​ແລະ​ເສົ້າ​ສະ​ລົດ​ໃຈ​ຕໍ່​ການ​ເສຍ​ຊີວິດ​ຢ່າງກະທັນຫັນ​ຂອງ​ເພິ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG