ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຂະບວນ ລົດຂົນສົ່ງ ຣັດເຊຍ ຂ້າມຊາຍແດນ ເຂົ້າສູ່ ຢູເຄຣນ (ສະໄລດ໌/ວີດີໂອ)


ຂະບວນລົດຂົນສົ່ງ ຂອງຣັດເຊຍ ນຳເອົາເຄື່ອງຊ່ວຍເຫລືອ ມະນຸດສະທຳ ໄປໃຫ້ຢູເຄຣນ.
ຂະບວນລົດຂົນສົ່ງ ຂອງຣັດເຊຍ ນຳເອົາເຄື່ອງຊ່ວຍເຫລືອ ມະນຸດສະທຳ ໄປໃຫ້ຢູເຄຣນ.

ລົດ​ຂົນ​ສົ່ງ​ຄັນ​ທຳ​ອິດ​ຈາກ ຂະ​ບວນລົດຣັດ​ເຊຍ ​ໄດ້​ຂ້າມ​ຊາຍ​
ແດນ​ເຂົ້າ​ໄປສູ່ ຢູ​ເຄຣນແລ້ວ ຫລັງ​ຈາກມົສກູ​ໄດ້​ກ່າວ​ວ່າ ຕົນ
ຮູ້ສຶກ​ອິ​ດ​ເມື່ອຍ​ໃນການ​ລໍຖ້າໃຫ້ໄດ້ ຮັບອະນຸຍາດ​ຈາກ Kyiv
​ເພື່ອ​ເຄື່ອນຍ້າຍຂະບວນລົດດັ່ງກ່າວ​.

ກະຊວງ​ຕ່າງປະ​ເທດຣັດ​ເຊຍ ກ່າວ​ຢູ່​ໃນ​ຖະ​ແຫລ​ງການທີ່ອອກ​
ໃນ​ວັນ​ສຸກ​ມື້​ນີ້​ວ່າ ຂໍ້ແກ້ຕົວ​ຕ່າງໆເພື່ອໃຫ້ມີການຊັກຊ້າແມ່ນ
ໝົດໄປແລ້ວ ​ແລະ​ຂະບວນລົດ​ຂົນ​ສົ່ງ​ຂອງຕົນພວມມຸ້ງ​ໜ້າ​ ສູ່
ເມືອງ Luhansk ອັນ​ເປັນທີ່​ໝັ້ນ​ຂອງ​ພວກ​ກະບົດ ໃນ ພາກ​ຕາ
​ເວັນ​ອອກ​ຂອງ​ຢູ​ເຄຣນບ່ອນ​ທີ່​ພວກ​ແບ່ງແຍກດິນອດນນິຍົມ
ຣັດ​ເຊຍກຳ ລັງ​ສູ້​ລົບ​ ກັບທະ​ຫານ​ລັດຖະບານນັ້ນ.

ສະພາກາແດງກາແດງສາກົນກ່າວໃນວັນສຸກມື້ນີ້ວ່າ ຕົນບໍ່ໄດ້ໃຫ້ການຄຸ້ມກັນຂະບວນລົດ ຣັດເຊຍຍ້ອນວ່າຕົນບໍ່ໄດ້ຮັບການຄ້ຳປະກັນທາງດ້ານຄວາມປອດໄພຢ່າງພຽງພໍຈາກຝ່າຍ
ຕ່າງໆທີ່ພວມສູ້ລົບກັນຢູ່ນັ້ນ. ສະພາກາແດງກ່າວວ່າຄະນະປະຕິບັດງານຂອງຕົນທີ່ເມືອງ Luhansk ລາຍງານວ່າ ໄດ້ມີການຍິງໂຈມຕີດ້ວຍປືນ ໃຫຍ່ຢ່າງໜັກໃນຄື້ນແລ້ວນີ້.

​ໃນ​ວັນ​ພະຫັດ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່ຢູ​ເຄຣນ ກ່າວ​ວ່າ ກຳລັງຮັກສາ​ຊາຍ​ແດນຂອງຕົນ
ໄດ້​ເລີ້ມ​ກວດຂະ​ບວນລົດ​ຂົນ​ສົ່ງການ​ຊ່ວ​ຍເຫລືອ​ຂອງຣັດ​ເຊຍ 200 ຄັນທີ່​ໄດ້ຄ້າງ​ຢູ່​ເຂດ
ຊາຍ​ແດນມາ​ເປັນ​ເວລາ​ຫລາຍ​ມື້ແລ້ວ ​ເພື່ອ​ລໍຖ້າ​ການອະນຸ​ຍາດ​ໃຫ້​ເຂົ້າປະ​ເທດ.

ຂະ​ບວນລົດ​ໄດ້​ລໍຖ້າ​ຢູ່​ຊາຍ​ແດນ​ ເພື່ອ​ໃຫ້​ການກວດກາຕ່າງໆ ຢ່າງເປັນທາງການ ໃຫ້​ສຳ​
ເລັດ ຮວມ​ທັງ​ການ​ກວດກາ​ຂອງສະພາກາ​ແດງນຳດວ້ຍ.

ລັດຖະບານ Kyiv ທີ່​ກ່າວ​ຫາຣັດເຊຍວ່າ ຕິດ​ອາວຸດ ​ແລະ​ການສະໜັບສະໜຸນຕໍ່​ພວກ​ກະ ບົດນັ້ນ ​ໄດ້​ສະແດງຄວາມ​ສົງ​ໄສວ່າ ມົສກູອາດຈະໃຊ້​ຂະ​ບວນລົດ​ຂົນ​ສົ່ງດັ່ງກ່າວ ​ເປັນ​ຂໍ້
ອາງ ​ເພື່ອລຸກ​ລານ​ຢ່າງ​ເຕັມທີ່ ເຂົ້າໄປໃນຢູເຄຣນ. ມົສກູຮ້ອງ​ການ​ກ່າວ​ຫານີ້​ວ່າ "​ໄຮ້ສາ
ລະ.”​

UKRAINE VO
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG