ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສານຕັດສິນຈຳຄຸກ ນັກສືບຣັດເຊຍ ທີ່ສົ່ງເຄື່ອງ ຮາຍເທັກ ໄປໃຫ້ກອງທັບຣັດເຊຍ


ທ້າວ Alexander Fishenko, ຊ້າຍ, ເຈົ້າຂອງບໍລິສັດ ARC ອີເລັກໂຕຣນິກ ລີ້ຢູ່ຫລັງເພື່ອນນັກໂທດ.
ທ້າວ Alexander Fishenko, ຊ້າຍ, ເຈົ້າຂອງບໍລິສັດ ARC ອີເລັກໂຕຣນິກ ລີ້ຢູ່ຫລັງເພື່ອນນັກໂທດ.

ສານ​ລັດຖະບານ​ກາງແຫ່ງ​ນຶ່ງໃນ​ນະຄອນ​ນິວຢອກ ໃນ​ວັນ​ພະຫັດ​ວານ​ນີ້ ​ໄດ້​ຕັດສິນ​ລົງ​ ໂທ​ດນັກ​ສືບທີ່ຮັບ​ສາລະ​ພາບ​ວ່າ ​ເປັນ​ສາຍ​ລັບລັດຖະບານຣັດ​ເຊຍ ໃຫ້ຕິ​ດຄຸກເປັນ​ເວລາ
10 ປີ ​ແລະ​ໄດ້​ສັ່ງ​ປັບ​ໃໝ 500,000 ​ໂດ​ລາ ທີ່​ລາວ​ໄດ້ຮັບ​ກຳ​ໄລ​ຈາກ​ກິດຈະການ​ຜິດ​ກົດໝາຍ ທີ່​ໄດ້​ເນັ້ນ​ໜັກ​ໃສ່​ການ​ລັກ​ລອບ​ສົ່ງ​ເຄື່ອງ high-tech ​ອີ​ເລັກໂຕຣນິກ ຢ່າງ​ລັບໆ ​ໄປ​ໃຫ້​ກອງທັບຣັດ​ເຊຍ.

ທ້າວ Alexander Fishenko ​ໄດ້ຮັບ​ສາລະ​ພາບ​ຕໍ່ທັງ​ໝົດ​ 19 ຂໍ້ຫາ ທີ່ຍື່ນ ຟ້ອງ​ໂດຍ​ກະຊວງ​ຍຸຕິ​ທຳ​ສະຫະລັດ. ບັນດາ​ເຈົ້າ​ໜ້າ​ທີ່​ສະຫະ​ລັດ​ກ່າວ​ວ່າ ບໍລິ ສັດ​ທີ່ ທ້າວ Fishenko ກໍ່ຕັ້ງຂຶ້ນ ​ໄດ້​ສົ່ງ​ເຄຶ່ອງຜະ​ລິດ​ຕະພັນ ອີ​ເລັກ​ໂຕຣນິກໃນມູນ​ຄ່າ 50 ລ້ານ​ໂດ​ລາ
ໄປຣັດ​ເຊຍ​ລະ​ຫວ່າງ​ປີ 2002 ​ຫາ​ປີ 2012 ຊຶ່ງທັງ ໝົດ​ເປັນ​ການ​ຝ່າຝືນຕໍ່​ລະ​ບົບອຸ​ນະ​ຍາດ ທີ່​ໝາຍ​ເຖິງການ​ຄວບຄຸມການ​ສົ່ງ​ອອກ​ດັ່ງກ່າວ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ “ພວກ​ສິນຄ້າ​ເຫລົ່າ​ນີ້​ສາມາດ​ນຳ​ໃຊ້ ​ແລະ​ມັກໃຊ້​ຢ່າງ​ກວ້າ​ງຂວາງ​ນຳລະບົບ​ທະຫານ ຮວມ​ທັງ​ເຣດ້າ ​ແລະ​ລະບົບ​ສັງ​ເກດ​ການ ລະບົບ​ນຳວິຖີ​ລູກ​ສອນ​ໄຟ ​ແລະ​ເຄື່ອງ​ບີບຄະ​ນວນ​ລະ​ເບີດ.”

ການ​ກ່າວ​ຫາ​ຕໍ່​ທ້າວ Fishenko ຜູ້​ທີ່​ຖືສອງ​ສັນຊາດ ຄືອາ​ເມຣິກັນ ​ແລະ ຣັດ​ເຊຍແມ່ນ
ຮວມ​ທັງ​ການວາງ​ແຜນ ສົ່ງ​ຜະລິດ​ຕະພັນ​ທີ່ຄວບ​ຄຸມ​ອອກ​ນອກ​ປະ​ເທດ ວາງ​ແຜນ​ຟອກເງິນ ​ແລະ​ຂັດ​ຂວາງ​ຂະ​ບວນການຍຸຕິ​ທຳ. ລາວ​ໄດ້​ຖືກ​ກ່າວ​ຫາ​ໃນ​ເດືອນ​ຕຸລາ​ ປີ 2012 ພ້ອມ​ກັບ​ອີກ 10 ຄົນ ​ແລະ​ສອງ​ບໍລິສັດ ທີ່ຄວບ​ຄຸມ​ໂດຍ​ທ້າວ Fishenko. 3 ຄົນ​ເຈົ້າໜ້າ​ທີ່​ຍັງ​ຈັບ​ບໍ່​ໄດ້ ​ແຕ່​ບຸກຄົນ​ອື່ນໆ ​ແມ່ນ​ຍອມຮັບ​ຜິດ​ ​ຫລື​ບໍ່​ກໍ​ຖືກ​ຕັດສິນ​ໂທດ​ໄປ​ແລ້ວ.

​ເພື່ອ​ຫລົບ​ຫລີກ​ການ​ຄວບ​ຄຸມຜະລິດ​ຕະພັນ​ຮາ​ຍ​ເທັກ​ທີ່​ຜະລິດຢູ່​ໃນ​ສະຫະລັດ ​ເຈົ້າໜ້າ​ທີ່​ກ່າວ​ວ່າ ທ້າວ Fishenko ​ແລະ​ພວກ​ສົມຮູ້​ຮ່ວມ​ຄິດ​ໄດ້​ໃຫ້​ຂໍ້​ມູນ​ທີ່​ບໍ່ ຖືກຕ້ອງ​ກ່ຽວ​ກັບ​ວ່າ​ໃຜ​ເປັນ​ຜູ້​ຊື້ອຸບປະກອນ​ອີ​ເລັກ​ໂທຣນິກ​ເຫລົ່ານີ້ ​ໂດຍປິ​ດບັງ​ຄວາມ​ຈິງ​ທີ່​ເຂົາ​ເຈົ້າໄດ້ເປັນ​ຜູ້​ສົ່ງ​ອອກ ​ແລະ​ກ່າວ​ເຖິງ​ເຄື່ອງ​ຢູ່​ໃນ​ບັນຊີ​ແບບ​ບໍ່​ຖືກ ຕ້ອງ ຕາມທີ່​ໄດ້​ສະ​ເໜີ​ໃຫ້​ແກ່​ກະຊວງ​ການ​ຄ້າ​ສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG