ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ສະຫະລັດ ຕັດສິນລົງໂທດ ສາຍລັບ ຂອງຣັດເຊຍ ນ. ມາເຣຍ ບູຕີນາ ໃຫ້ຈຳຄຸກ 18 ເດືອນ

ພາບແຕ້ມຢູ່ໃນສານສະຫະລັດນີ້, ໂດຍມີ ນາງມາເຣຍ ບູຕີນາ (ຊ້າຍ) ຢືນຢູ່ຄຽງຂ້າງທະນາຄວາມຂອງນາງ ທ່ານໂຣເບີດ ດຣີສໂຄລ, ຢູ່ຕໍ່ໜ້າ ຜູ້ພິພາກສາສານເມືອງ ຂອງສະຫະລັດ ທ່ານນາງ ທານຍາ ຈຸຕຄານ, ໃນລະຫວ່າງ ການພິຈາລະນາ ຄະດີ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ່ 13 ເມສາ 2018.

ນາງ ມາເຣຍ ບູຕີນາ ຊາວຣັດເຊຍ ຜູ້ທີ່ກະຕືລືລົ້ນໃນສິດຄອບຄອງປືນ ໄດ້ຖືກກ່າວຫາ
ວ່າ ພະຍາຍາມຫາທາງທີ່ຈະແຊກຊຶມເຂົ້າໄປໃນວົງການການເມືອງຂອງກຸ່ມຫົວອະນຸ
ລັກນິຍົມ ໃນສະຫະລັດນັ້ນ ແມ່ນໄດ້ຖືກຕັດສິນລົງໂທດ ໃນວັນສຸກວານນີ້ ໃຫ້ຈຳຄຸກ
18 ເດືອນ.

ນາງບູຕີນາ ເປັນສະມາຊິກ ຕະຫຼອດຊີວິດ ຂອງສະມາຄົມປືນຍາວແຫ່ງຊາດ ຫຼື NRA
ແລະເປັນທັງອະດີດນັກສຶກສາມະຫາວິທະຍາໄລ ຢູ່ທີ່ມະຫະວິທະຍາໄລ ອາເມຣິກັນ
ໃນນະຄອນຫຼວງ ວໍຊິງຕັນ ຊຶ່ງໄດ້ຖືກຈັບກຸມ ເມື່ອເດືອນກໍລະກົດປີກາຍນີ້ ໃນນະຄອນ
ຫຼວງ ຖານປະຕິບັດໜ້າທີ່ເປັນຜູ້ຕາງໜ້າ ໃນຖານະເຈົ້າໜ້າທີີ່ຕ່າງປະເທດ ໂດຍບໍ່ໄດ້
ແຈ້ງໃຫ້ໄອຍະການຊາບ.

ພາບຖ່າຍ ຂອງນາງມາເຣຍ ບູຕີນາ ທີ່ໄປມອບໂຕ ຕໍ່ກົມຕຳຫຼວດ ເພື່ອການລົງບັນທຶກ ໃນຖານະເປັນ ນັກໂທດ ຊຶ່ງໄດ້ຖືກເປີດເຜີຍໂດຍ ເຈົ້າໜ້າທີ່ ຕຳຫຼວດ ເມືອງອາແລັກແຊນເດຣຍ ລັດເວີຈີເນຍ, ວັນທີ 18 ສິງຫາ 2018.
ພາບຖ່າຍ ຂອງນາງມາເຣຍ ບູຕີນາ ທີ່ໄປມອບໂຕ ຕໍ່ກົມຕຳຫຼວດ ເພື່ອການລົງບັນທຶກ ໃນຖານະເປັນ ນັກໂທດ ຊຶ່ງໄດ້ຖືກເປີດເຜີຍໂດຍ ເຈົ້າໜ້າທີ່ ຕຳຫຼວດ ເມືອງອາແລັກແຊນເດຣຍ ລັດເວີຈີເນຍ, ວັນທີ 18 ສິງຫາ 2018.

ອະດີດເຈົ້າໜ້າທີ່ຂອງວັງເຄຣມລິນ
ທ່ານອາແລັກແສນເດີ ທໍຣຊີນ
ປາກົດວ່າ ໄດ້ຊີ້ນຳນາງບູຕີນາ
ໃຫ້ໃຊ້ສິດໃນການຄອບຄອງປືນ
ຂອງນາງ ເຄື່ອນໄຫວ ເພື່ອສ້າງ
ສາຍສຳພັນກັບຊາວອາເມຣິກັນ
ທີ່ມີອິດທິພົນໃນດ້ານການເມືອງ
ແລະໃຫ້ເປີດເສັ້ນທາງສື່ສານທີ່
ບໍ່ເປັນທາງການ ລະຫວ່າງ ພວກ
ຊາວອາເມຣິກັນນັ້ນ ກັບ ມົສກູ
ກ່ອນໜ້າການເລືອກຕັ້ງ ປະທາ
ນາທິບໍດີ ສະຫະລັດ ປີ 2016
ອີງຕາມການກ່າວຂອງບັນດາ
ໄອຍະການ.

ນາງບູຕີນາ ໄດ້ຮັບສາລະພາບຜິດ ໃນເດືອນທັນວາ ຕໍ່ຂໍ້ຫາສົມຮູ້ຮ່ວມຄິດ ແລະໄດ້ຍອມ
ຮັບວ່າ ນາງໄດ້ເກັບກຳຂໍ້ມູນກ່ຽວກັບ ອົງການ NRA ຊຶ່ງເປັນອົງການວິ້ງເຕັ້ນໃນເລື້ອງ
ຂອງປືນ ທີ່ໃຫຍ່ທີ່ສຸດຂອງປະເທດ ແລະອົງການຈັດຕັ້ງອື່ນໆ ຕາມການຊີ້ນຳຂອງທ່ານ
ທໍຣຊີນ ຕະຫຼອດໄລຍະ ຈາກປີ 2015 ຮອດ 2017.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG