ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດ​ເຊຍ ທຳ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່ຫຼາຍ​ພາກ​ພື້ນ​ຂອງ ຢູ​ເຄ​ຣນ


ໃນ​ພາບນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ສື່ມວນ​ຊົນ​ຂອງ​ເທດ​ສະ​ບານ​ເມືອງ ກີ​ຢິບ, ສະ​ແດງ​ໃຫ້​ເຫັນ​ໄຟ​ໄໝ້ຫຼັງ​ຈາ​ກ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ຂອງ ຣັດ​ເຊຍ ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 21 ກັນ​ຍາ 2023.
ໃນ​ພາບນີ້​ທີ່​ຖືກ​ສະ​ໜອງ​ໃຫ້​ໂດຍ​ຫ້ອງ​ການ​ສື່ມວນ​ຊົນ​ຂອງ​ເທດ​ສະ​ບານ​ເມືອງ ກີ​ຢິບ, ສະ​ແດງ​ໃຫ້​ເຫັນ​ໄຟ​ໄໝ້ຫຼັງ​ຈາ​ກ​ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ຂອງ ຣັດ​ເຊຍ ໃນ​ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 21 ກັນ​ຍາ 2023.

ບັນ​ດາ​ເຈົ້າ​ໜ້າ​ທີ່ ຢູ​ເຄ​ຣນ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ກອງ​ກຳ​ລັງ ຣັດ​ເຊຍ ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່ຫຼາຍ​ເມືອງ​ໃນ​ຂ້າມ​ຄືນ​ທີ່​ຜ່ານ​ມາ, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສອງ​ຄົນ​ເສຍ​ຊີ​ວິດ.

ກອງ​ທັບ​ຂອງ ຢູ​ເຄ​ຣນ ໄດ້​ອະ​ທິ​ບາຍ​ການ​ກະ​ທຳ​ຂອງ ຣັດ​ເຊຍ ນັ້ນ​ວ່າ ເປັນ “ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຂະ​ໜາດ​ໃຫຍ່​ໃສ່​ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ​ໃນຫຼາຍ​ພາກ​ພື້ນ.”

ທ່ານ ໂອ​ເລັກ​ແຊນ​ເດີ ໂປ​ຣ​ກູ​ດິນ, ຜູ້​ປົກ​ຄອງ​ພາກ​ພື້ນ​ເຄີ​ສັນ ໄດ້​ກ່າວ​ວ່າ​ການ​ໂຈມ​ຕີ​ຂອງ ຣັດ​ເຊຍ ໄດ້​ຕົກ​ຖືກ​ຕຶກ​ທີ່​ພັກ​ອາ​ໄສ​ແຫ່ງ​ນຶ່ງ, ມີ​ຜູ້​ເສຍ​ຊີ​ວິດ​ສອງ​ຄົນ ແລະ ຫ້າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ທ່ານ ເຊີ​ກີ ປັອບ​ໂກ, ຫົວ​ໜ້າ​ຫ້ອງ​ການ​ທະ​ຫານ​ຂອງ ກີ​ຢິບ, ໄດ້​ກ່າວ​ໃນ Telegram ວ່າ​ຊາກ​ຫັກ​ພັງ​ໄດ້​ຕົກ​ລົງ​ໃສ່​ນະ​ຄອນຫຼວງ​ຂອງ ຢູ​ເຄ​ຣນ ຫຼັງ​ຈາກ​ລະ​ບົບ​ປ້ອງ​ໄພ​ທາງ​ກັນ​ອາ​ກາດ​ໄດ້​ຍິງ​ລູກ​ສອນ​ໄຟ​ຂອງ ຣັດ​ເຊຍ ຕົກ.

ເຈົ້າ​ຄອງ​ນະ​ຄອນຫຼວງ ກີ​ຢິບ ທ່ານ ວິ​ຕາ​ລີ ກ​ລິ​ຈ​ໂກ ໄດ້​ກ່າວ​ວ່າ 7 ຄົນ​ໄດ້​ຮັບ​ບາດ​ເຈັບ ແລະ ຕຶກຫຼາຍຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ ຢູ​ເຄ​ຣນ ນັ້ນ, ຜູ້​ປົກ​ຄອງ​ພາກ​ພື້ນ ຄາ​ກີບ, ທ່ານ ໂອ​ເລ ຊີ​ນີ​ຮູ​ບອບ ໄດ້​ກ່າວ​ວ່າການ​ໂຈມ​ຕີ​ຂອງ ຣັດ​ເຊຍ ​ຢ່າງ​ໜ້ອຍ 6 ຄັ້ງ​ໄດ້​ຕົກ​ໃສ່​ເມືອງ ຄາ​ກີບ ແລະ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ.

ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ພວກ​ເຂົາ​ໄດ້​ທຳ​ລາຍ​ໂດ​ຣນ​ຂອງ ຢູ​ເຄ​ຣນ 19 ລຳ​ຢູ່​ເໜືອ​ທ້ອງ​ຟ້າ​ຂອງ​ແຫຼມ​ ໄຄ​ຣ​ເມຍ ທີ່​ຖືກ​ພະ​ໜວກ​ເອົາ ແລະ ທະ​ເລ​ດຳ​ທີ່​ຢູ່​ໃກ້​ຄຽງ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ໄດ້​ກ່າວ​ວ່າ​ພວກ​ເຂົາ​ຍັງ​ໄດ້​ຍິງ​ໂດ​ຣນ​ຂອງ ຢູ​ເຄ​ຣນ ຕົກ​ສາມ​ລຳ​ຢູ່​ເໜືອ​ທ້ອງ​ຟ້າ​ຂອງ​ພາກ​ພື້ນ ເຄີ​ສ, ແບ​ລ​ໂກ​ຣອດ ແລະ ອໍ​ລອ​ຟ ຂອງ ຣັດ​ເຊຍ.

XS
SM
MD
LG