ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໑ ເມສາ ໒໐໒໕

ຣັດເຊຍ ໂຈມຕີທາງອາກາດໃສ່ພູມິພາກ ກີຢິບ ກັບ ຊູມີ


ແສງ​ຈະຫຼວດ​ສາ​ມາດ​ແນມ​ເຫັນ​ໄດ້​ໃນ​ຍາມ​ກາງ​ຄືນ ໃນ​ຂະ​ນະ​ທີ່​ທະ​ຫານ ຢູ​ເຄ​ຣນ ຍິງ​ໂດ​ຣນ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 21 ກຸມ​ພາ, 2025.
ແສງ​ຈະຫຼວດ​ສາ​ມາດ​ແນມ​ເຫັນ​ໄດ້​ໃນ​ຍາມ​ກາງ​ຄືນ ໃນ​ຂະ​ນະ​ທີ່​ທະ​ຫານ ຢູ​ເຄ​ຣນ ຍິງ​ໂດ​ຣນ​ຂອງ ຣັດ​ເຊຍ, ນະ​ຄອນຫຼວງ ກີ​ຢິບ, ຢູ​ເຄ​ຣນ, 21 ກຸມ​ພາ, 2025.

ຫຼາຍ​ພາກ​ພື້ນ​ຂອງ ຢູ​ເຄ​ຣນ ໄດ້​ຕົກ​ຢູ່​ພາຍ​ໃຕ້​ການ​ໂຈມ​ຕີ​ທາງ​ອາ​ກາດ​ຈາກກອງ​ກຳ​ລັງ ຣັດ​ເຊຍ ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ, ດ້ວຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ພື້ນ ກີ​ຢິບ ແລະ ​ຊູ​ມີ ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ ​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ ແລະ ເກີດ​ຄວາມ​ເສຍ​ຫາຍ​ຕໍ່​ຕຶກ​ອາ​ຄານຫຼາຍຫຼັງ.

ທ່ານ ມີ​ໂຄ​ລາ ຄາ​ລາ​ສ​ນິກ, ຜູ້​ປົກ​ຄອ​ງ​ພາກ​ພື້ນ ກີ​ຢິບ, ໄດ້​ກ່າວ​ວ່າ​ ແມ່​ຍິງ​ອາ​ຍຸ 44 ປີ​ຖືກ​ນຳ​ຕົວ​ສົ່ງ​ໂຮງ​ໝໍ ​ຍ້ອນ​ການ​ໂຈມ​ຕີ​ດັ່ງ​ກ່າວ, ເຊິ່ງ​ຍັງ​ໄດ້​ເຮັດ​ໃຫ້​ເຮືອນຫຼາຍຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ.

ບັ​ນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ພື້ນ ຊູ​ມີ ກ່າວ​ວ່າ ​ລະ​ບົບ​ປ້ອງ​ກັນໄພທາງ​ອາ​ກາດ​ຂອງ ຢູ​ເຄ​ຣນ ໄດ້​ຍິງ​ໂດ​ຣນຕົກ 7 ລຳ, ແຕ່​ການ​ໂຈມ​ຕີ​ນັ້ນ​ ໄດ້​ເຮັດ​ໃຫ້ 2 ຄົນ​ບາດ​ເຈັບ ແລະ ໄດ້ເຮັດໃຫ້​ຕຶກ​ສອງຫຼັງ​ເປ່​ເພ.

ຜູ້​ປົກ​ຄອງ​ພາກ​ພື້ນ ເຊີ​ກາ​ຊີ ທ່ານ ອີ​ກໍ ທາ​ບູ​ເຣັດ​ສ໌ ໄດ້​ກ່າວ​ຢູ່ Telegram ໃນ​ວັນ​ອັງ​ຄານມື້​ນີ້​ວ່າ ກອງ​ທັບ​ໄດ້​ທຳ​ລາຍ​ໂດ​ຣນ 20 ລຳ​ ຢູ່​ພາກ​ພື້ນ​ຂອງ​ທ່ານ. ທ່ານ ທາ​ບູ​ເຣັດ​ສ໌ ກ່າວ​ວ່າ​ມັນ​ບໍ່​ມີ​ລາຍ​ງານ ກ່ຽວ​ກັບ ຜູ້​ບາດ​ເຈັບ ຫຼື ຄວາມເສຍ​ຫາຍ.

ໃນ​ພາກ​ພື້ນ ດິ​ນິ​ໂປ​ຣ​ເປ​ຕ​ຣອບ, ຜູ້​ປົກ​ຄອງ​ພາກ​ພື້ນ ​ທ່ານ ເຊີ​ຮີ ລີ​ແຊັກ ໄດ້​ກ່າວ​ວ່າ ລະ​ບົບ​ປ້ອງ​ກັນໄພທາງ​ອາ​ກາດ​ ໄດ້​ທຳ​ລາຍ​ໂດ​ຣນ​ຂອງ ຣັດ​ເຊຍ ສາມ​ລຳ, ໃນ​ຂະ​ນະ​ດຽວ​ກັນ ຜູ້​ປົກ​ຄອງ​ພາກ​ພື້ນ ມິ​ໂຄ​ລາ​ອິບ ທ່ານ ວິ​ຕາ​ລີ ຄິມ ໄດ້​ກ່າວ​ວ່າ​ ກອງ​ທັບ​ໄດ້ຍິງ​ໂດ​ຣນ​ຕົກ 7 ລຳ​ໃນ​ພາກ​ພື້ນ​ຂອງ​ທ່ານ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ອັງ​ຄານມື້ນີ້​ວ່າ​ ເຂົ​າ​ເຈົ້າ​ໄດ້​ຍິງ​ໂດ​ຣນ​ຂອງ ຢູ​ເຄ​ຣນ ຕົກ 20 ລຳ​ເມື່ອ​ຂ້າມ​ຄືນ​ທີ່​ຜ່ານ​ມາ, ເຊິ່ງ​ສ່ວນ ຫຼາຍ​ຢູ່​ພາກ​ພື້ນ ບ​ຣີ​ອານ​ສ໌ ທີ່​ຕັ້ງ​ຢູ່​ຕາມ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຣັດ​ເຊຍ ກັບ ຢູ​ເຄ​ຣນ.

ຜູ້​ປົກ​ຄອງ​ພາກ​ພື້ນ ບ​ຣີ​ອານ​ສ໌ ທ່ານ ອາ​ເລັກ​ແຊນ​ເດີ ໂບ​ໂກ​ມາ​ສ ກ່າວ​ໃນ Telegram ວ່າ ບໍ່​ມີ​ຜູ້​ບາດ​ເຈັບ​ຈາກ​ການ​ໂຈມ​ຕີ​ຂອງ ຢູ​ເຄ​ຣນ.

ການ​ສະ​ກັດ​ກັ້ນ​ອື່ນໆ​ ໄດ້​ເກີດ​ຂຶ້ນ​ໃນ​ພາກ​ພື້ນ ເຄີ​ສ​ຄ໌ ແລະ ຄາ​ລູ​ກາ, ກະ​ຂວງ​ປ້ອງ​ກັນ​ປະ​ເທດ​ໄດ້​ກ່າວ.

ອ່ານ​ຂ​່າວນີ້​ເປັນ​ພາ​ສາ​ອັງ​ກິດ

Multiple regions of Ukraine came under aerial attack from Russian forces overnight, with officials in Kyiv and Sumy saying Tuesday there were injuries and damage to buildings.

Mykola Kalashnyk, governor of the Kyiv region, said a 44-year-old woman was hospitalized as a result of the attacks, which also damaged several houses.

Officials in Sumy said Ukrainian air defenses shot down seven drones, but that the attacks injured two people and damaged two apartment buildings.

Cherkasy Governor Ihor Taburets said Tuesday on Telegram that the military destroyed 20 drones over his region. Taburets said there were no reports of injuries or damage.

In the Dnipropetrovsk region, Governor Serhiy Lysak said air defenses destroyed three Russian drones, while Mykolaiv Governor Vitaliy Kim said the military shot down seven drones in his region.

Russia’s Defense Ministry said Tuesday it shot down 20 Ukrainian drones overnight, mostly over the Bryansk region that is located along the Russia-Ukraine border.

Bryansk Governor Alexander Bogomaz said on Telegram there were no injuries from the Ukrainian attack.

Other intercepts took place over the Kursk and Kaluga regions, the Defense Ministry said.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG