ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສູນ​ນັກ​ວິ​ໄຈ​ເວົ້າ​ວ່າ ຄວາມ​ກ້າວ​ໜ້າ​ຂອງ ຣັດ​ເຊຍ ຢຸດ​ຊະ​ງັກ​ໃນ​ເມືອງ ບາກ​ມຸດ, ຢູ​ເຄ​ຣນ


ທະ​ຫານ ຢູ​ເຄ​ຣນ ກະ​ກຽມ​ລູກ​ປືນ​ເພື່ອ​ຍິງ​ໃສ່​ຕຳ​ແໜ່ງ​ແຖວ​ໜ້າ​ຂອງ​ ຣັດ​ເຊຍ ໃກ້​ກັບ​ເມືອງ ບາກ​ມຸດ, ພາກ​ພື້ນ ໂດ​ເນ​ັດ​ສ໌, 11 ມີ​ນາ 2023.
ທະ​ຫານ ຢູ​ເຄ​ຣນ ກະ​ກຽມ​ລູກ​ປືນ​ເພື່ອ​ຍິງ​ໃສ່​ຕຳ​ແໜ່ງ​ແຖວ​ໜ້າ​ຂອງ​ ຣັດ​ເຊຍ ໃກ້​ກັບ​ເມືອງ ບາກ​ມຸດ, ພາກ​ພື້ນ ໂດ​ເນ​ັດ​ສ໌, 11 ມີ​ນາ 2023.

ສະ​ຖາ​ບັນ​ນັກ​ວິ​ໄຈ​ທີ່​ນຳ​ໜ້າ​ແຫ່ງ​ນຶ່ງ​ເວົ້າ​ວ່າ ຄວາມ​ກ້າວ​ໜ້າ​ຂອງ ຣັດ​ເຊຍ ເບິ່ງ​ຄື​ວ່າ​ ຈະ​ຢຸດ​ຊະ​ງັກ​ ໃນ​ການ​ຕໍ່​ສູ້​ຂອງ ມົ​ສ​ກູ ເພື່ອ​ຍຶດ​ເອົາ​ເມືອງ​ບາກ​ມຸດ ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຢູ​ເຄ​ຣນ. ສະ​ຖາ​ບັນ​ເພື່ອ​ການ​ສຶກ​ສາ ກ່ຽວ​ກັບ ສົງ​ຄາມ​ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ ໄດ້​ກ່າວ​ໃນ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ມັນ​ບໍ່​ໄດ້​ມີ​ການ​ຢືນ​ຢັນ ກ່ຽວ​ກັບ ຄວາມ​ກ້າວ​ໜ້າ​ໂດຍກອງ​ກຳ​ລັງ ຣັດ​ເຊຍ ໃນ​ເມືອງ ບາກ​ມຸດ. ການ​ປະ​ເມີນ​ຄັ້ງຫຼ້າ​ສຸດ​ ຂອງ​ສະ​ຖາ​ບັນ​ນັກ​ວິ​ໄຈ​ດັ່ງ​ກ່າວ ກ່ຽວ​ກັບການ​ຕໍ່​ສູ້​ທີ່​ດົນ​ນານ​ທີ່​ສຸດ​ຢູ່​ພາກ​ພື້ນ​ດິນ​ຂອງ​ສົງ​ຄາມ​ນັ້ນ​ໄດ້​ກ່າວ​ວ່າ ກອງ​ກຳ​ລັງ ຣັດ​ເຊຍ ແລະ ໜ່ວຍ​ຕ່າງໆ​ຈາກ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວກ​ເນີທີ່​ຖືກ​ຄວບ​ຄຸ​ມ​ໂດຍ​ວັງ ເຄ​ຣັມ​ລິນ ນັ້ນ ໄດ້​ສືບ​ຕໍ່​ທີ່​ຈະ​ເປີດ​ການ​ໂຈມ​ຕີ​ຢູ່​ພາກ​ພື້ນ​ດິນ ​ໃນ​ເມືອງ​ດັ່ງ​ກ່າວ ແຕ່​ມັນ​ບໍ່​ມີຫຼັກ​ຖານ​ວ່າ​ພວກ​ເຂົາ​ໄດ້​ທຳ​ຄວາມ​ກ້າວ​ໜ້າ. ໃນ​ຂະ​ນະ​ດຽວ​ກັນ, ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ທ່ານ​ຂໍ​ມອບ​ຕຳ​ແໜ່ງ​ທີ່​ເປັນ​ກຽດ​ທີ່​ສຸດ​ຂອງ​ປະ​ເທດ, ເຊິ່ງ​ແມ່ນ​ຕຳ​ແໜ່ງວິ​ລະ​ບູ​ລຸດ​ແຫ່ງຢູ​ເຄ​ຣນ, ໃຫ້​ທະ​ຫານ​ຜູ້​ທີ່​ຖືກ​ພິ​ຈາ​ລະ​ນາ​ວ່າ​ຖືກ​ຂ້າ​ຕາຍ ​ໂດຍ​ພວກ​ທີ່​ເວົ້າ​ພາ​ສາ ຣັດ​ເຊຍ.

A leading think tank says Russia's advance seems to have stalled in Moscow's campaign to capture the eastern Ukrainian city of Bakhmut. The Washington-based Institute for the Study of War said late Saturday that there were no confirmed advances by Russian forces in Bakhmut. The think tank's latest assessment of the longest ground battle of the war said Russian forces and units from the Kremlin-controlled paramilitary Wagner Group continued to launch ground attacks in the city but there was no evidence they had advanced. Meanwhile, Ukrainian President Volodymyr Zelenskyy said Sunday that he posthumously conferred the highest national title, Hero of Ukraine, on a soldier who is thought to have been killed by Russian-speakers.

XS
SM
MD
LG