ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກທຸລະກິດ ຣັດເຊຍ ແລະ ຊີເຣຍ ຖືກຟ້ອງ ຢູ່ສານ ໃນ ສະຫະລັດ


ເຮືອບິນຮົບ ຣັດເຊຍ ແລະ ເຮືອບິນຖິ້ມລະເບີດ ຈອດຢູ່ຖານທັບອາກາດ ເຮເມມີມ ໃນປະເທດ ຊີເຣຍ.
ເຮືອບິນຮົບ ຣັດເຊຍ ແລະ ເຮືອບິນຖິ້ມລະເບີດ ຈອດຢູ່ຖານທັບອາກາດ ເຮເມມີມ ໃນປະເທດ ຊີເຣຍ.

ນັກທຸລະກິດ ຣັດເຊຍ ຫ້າຄົນ ແລະ ຊີເຣຍ ສາມຄົນ ໄດ້ຖືກຟ້ອງຢູ່ສານລັດຖະບານ
ກາງທີ່ນະຄອນຫຼວງ ວໍຊິງຕັນ ໃນຂໍ້ກ່າວຫາຟອກເງິນ ແລະ ໃຊ້ບໍລິສັດຂົນສົ່ງທີ່ມີຫ້ອງ
ການຕັ້ງຢູ່ແຫຼມ ໄຄຣເມຍ ສົ່ງນໍ້າມັນເຮືອບິນໄປປະເທດ ຊີເຣຍ.

ພ້ອມກັບຂໍ້ກ່າວຫານັ້ນ, ທັງແປດຄົນກໍຖືກປັບໃໝຢ່າງຫຼວງຫຼາຍເຊັ່ນກັນ.

ຮອງລັດຖະມົນຕີກະຊວງຍຸຕິທຳ ທ່ານ ຈອນ ເດເມີສ (John Demers) ໄດ້ກ່າວວ່າ
“ມາຕະການລົງໂທດ ສະຫະລັດ ຕໍ່ ຊີເຣຍ ແລະ ແຫຼມໄຄຣເມຍ ໄດ້ຂັດຂວາງການ
ສະໜັບສະໜູນລັດທິກໍ່ການຮ້າຍຂອງ ຊີເຣຍ ແລະ ການສືບຕໍ່ຊອກສະແຫວງຫາ ແລະ
ການນຳໃຊ້ອາວຸດທີ່ມີອະນຸພາບຮ້າຍແຮງຂອງພວກເຂົາ, ພ້ອມກັບການກະທຳຕ່າງໆ
ຂອງພວກເຂົາທີ່ພະຍາຍາມຈະທຳລາຍຂັ້ນຕອນປະຊາທິປະໄຕ ແລະ ຜືນແຜ່ນດິນ
ອັນຄົບຖ້ວນຂອງ ຢູເຄຣນ.”

ນັກທຸລະກິດທັງ 8 ຄົນໄດ້ຖືກກ່າວຫາວ່າ ຈັດຕັ້ງບໍລິສັດບັງໜ້າ ແລະ ໃຊ້ເອກະສານ
ແລະ ສະຖິຕິການຂົນສົ່ງປອມ ເພື່ອຫຼີກລ່ຽງ ມາດຕະ ການລົງໂທດ ຕໍ່ການໂອນເງິນ
ໂດລາ ສະຫະລັດ ໄປ ຊີເຣຍ ແລະ ການໂອນເງິນໃດໆກັບ ຊີເຣຍ ທີ່ປະກອບມີເງິນ
ໂດລາ ສະຫະລັດ.

ຜູ້ຕ້ອງສົງໄສຖືກກ່າວຫາວ່າ ໃຊ້ເຮືອບັນທຸກນໍ້າມັນທີ່ບໍລິສັດໃນ ຣັດເຊຍ ເປັນເຈົ້າ
ຂອງເພື່ອຂົນສົ່ງນໍ້າມັນເຮືອບິນແບບຜິດກົດໝາຍ ແລະ ວັດຖຸອື່ນໆໄປ ຊີເຣຍ.

ພວກຈຳເລີຍຍັງບໍ່ໄດ້ຕັດສິນໃຈເທື່ອວ່າ ຈະຍອມຮັບແບບໃດກັບ, ແຕ່ເຂົາເຈົ້າຈະປະ
ເຊີນໜ້າກັບການຖືກຂັງຄຸກດົນເຖິງ 25 ປີ ຖ້າຖືກຕັດ ສິນວ່າ ກະທຳຜິດໃນທຸກຂໍ້ກ່າວ
ຫາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG