ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ການ​ປ່ອນ​ບັດ ທີ່​ຈັດ​​ໂດຍ​ຣັດ​ເຊຍ ເລີ້ມ​ຂຶ້ນ​ຢູ່​ໃນ​ເຂດ​ຢຶດ​ຄອງ​ຂອງ​ຢູ​ເຄ​ຣນ


ລົດ​ທະ​ຫານ​ຂັບ​ຜ່ານ​ທາງ​ສາຍ​ນຶ່ງ ທີ່​ສາ​ມາດ​ແນມ​ເຫັນ​ປ້າຍ ອ່ານ​ວ່າ 'ຢູ່​ກັບ​ຣັດ​ເຊຍ​ຕະ​ຫຼອດ​ການ ວັນ​ທີ 27 ກັນ​ຍາ' ກ່ອນ​ການ​ລົງ​ປະ​ຊາ​ມະ​ຕິ​ທີ່​ເຂດ​ລູ​ຮານ ທີ່ຄວບ​ຄຸມ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ ​ນິ​ຍົມ​ຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 22 ກັນ​ຍາ 2022.
ລົດ​ທະ​ຫານ​ຂັບ​ຜ່ານ​ທາງ​ສາຍ​ນຶ່ງ ທີ່​ສາ​ມາດ​ແນມ​ເຫັນ​ປ້າຍ ອ່ານ​ວ່າ 'ຢູ່​ກັບ​ຣັດ​ເຊຍ​ຕະ​ຫຼອດ​ການ ວັນ​ທີ 27 ກັນ​ຍາ' ກ່ອນ​ການ​ລົງ​ປະ​ຊາ​ມະ​ຕິ​ທີ່​ເຂດ​ລູ​ຮານ ທີ່ຄວບ​ຄຸມ​ໂດຍ​ພວກ​ແບ່ງ​ແຍກ​ດິນ​ແດນ ​ນິ​ຍົມ​ຣັດ​ເຊຍ ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 22 ກັນ​ຍາ 2022.

ການປ່ອນ​ບັດທີ່​ຈັດ​ໂດຍ​ຣັດ​ເຊຍ ໄດ້​ເລີ້ມ​ຂຶ້ນ​ໃນ​ເຂດ​ຢຶດ​ຄອງ​ຂອງ​ຢູ​ເຄ​ຣນ ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ທີ່​ຖາມ​ຜູ້​ປ່ອນ​ບັດ​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ຢາກ​ໃຫ້​ເຂດທີ່​ເຂົາ​ເຈົ້າ​ອາ​ໄສ​ຢູ່​ເປັນ​ດິນ​ແດນ​ຂອງ​ຣັດ​ເຊຍ​ຫຼື​ບໍ່.

ການ​ປ່ອນ​ບັດ​ເລີ້ມ​ຂຶ້ນ​ໃນ​ວັນ​ສຸກມື້ນີ້ ຢູ່​ທີ່​ເຂດ​ລູ​ຮານ ເຄີ​ຊອນ ແລະ​ບາງ​ສ່ວນ​ຂອງ​ເຂດ​ໂດ​ແນັດ ແລະ​ຊາ​ໂປ​ຣິ​ສ​ເຊຍ ທີ່ຣັດ​ເຊຍ​ຢຶດ​ຄອງຢູ່.

ການ​ປ່ອນ​ບັດ​ໃນ​ມື້ນີ້ ແມ່ນ​ຖືກ​ເບິ່ງ​ກັນ​ຢ່າງກວ້າງ​ຂວາງວ່າ ເປັນ​ຊ່ອງ​ທາງ​ນຶ່ງ​ທີ່​ຣັດ​ເຊຍ​ຈະ​ໃຫ້​ເຫດ​ຜົນເພື່ອ​ປະ​ກາດ​ຮວມ​ເອົາ​ຂົງ​ເຂດ​ເຫຼົ່າ​ນີ້​ເຂົ້າ​ເປັນ​ດິນ​ແດນ​ຂອງ​ຕົນ​ນັ້ນ ແມ່ນ​ໄດ້​ຖືກ​ປະ​ນາມ​ຢ່າງກວ້າງ​ຂວາງ​ໂດຍ​ບັນ​ດາ​ປະ​ເທດ​ຕາ​ເວັນ​ຕົກ.

ອົງ​ການ​ວ່າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ແລະ​ການ​ຮ່ວມ​ມື​ໃນ​ຢູ​ໂຣບ ຫຼື OSCE ກ່າວ​ວ່າ ການ​ລົງ​ປະ​ຊາ​ມະ​ຕິ​ດັ່ງ​ກ່າວນີ້ ແມ່ນ​ຜິດ​ກົດ​ໝາຍ.

ອົງ​ການ OSCE ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ວ່າ “ການ​ເລືອກ​ຕັ້ງ ຫຼື​ການ​ລົງ​ປະ​ຊາ​ມະ​ຕິ​ໃນ​ດິນ​ແດນ​ຂອງ​ຢູ​ເຄ​ຣນ ສາ​ມາດ​ທີ່​ຈະ​ປະ​ກາດ ຫຼື​ດຳ​ເນີນ​ການ​ໄດ້ ໂດຍ​ເຈົ້າ​ໜ້າ​ທີ່ ທີ່​ຖືກ​ຕ້ອງ​ຊອບ​ທຳ​ຕາມ​ກົດ​ໝາຍ​ເທົ່າ​ນັ້ນເພື່ອ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ແຫ່ງ​ຊາດ​ ແລະ​ມາດ​ຕະ​ຖານ​ຂອງ​ສາ​ກົນ ດັ່ງ​ນັ້ນ ແຜນ​ການ​ ‘ລົງ​ປະ​ຊາ​ມະ​ຕິ’ ນີ້ ຈະ​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.”

ການ​ປ່ອນ​ບັດ​ໃນ​ວັນ​ສຸກມື້ນີ້ ມີ​ຂຶ້ນ​ຫຼັງ​ຈາ​ກ​ການ​ປະ​ກາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດເຊຍ ທ່ານວ​ລາ​ດີເມຍ​ ປູ​ຕິນ ທີ່​ແນ​ໃສ່​ເພື່ອ​ລະ​ດົມ​ກຳ​ລັງ​ທະ​ຫານ ​ຫຼາຍ​ເຖິງ 300,000 ຄົນເຂົ້າ​ປະ​ຈຳ​ການ ສຳ​ລັບ “ການ​ປະ​ຕິ​ບັດ​ງານ​ພິ​ເສດ” ຂອງ​ທ່ານ​ໃນ​ຢູ​ເຄ​ຣນ.

ປູ​ຕິນ​ກ່າວ​ໃນ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ໃນ​ອາ​ທິດນີ້ກ່ຽວ​ກັບ​ການ​ລະ​ດົມ​ພົນ ໂດຍ​ເອີ້ນ​ທະ​ຫານກອງ​ໜຸນ​ເຂົ້າ​ປະ​ຈຳ​ການ ຊຶ່ງ​ມີ​ຂຶ້ນ​ຫຼັງ​ຈາກ​ຢູ​ເຄ​ຣນ ​ສາ​ມາດ​ບຸກ​ຢຶດ​ດິນ​ແດນ​ຄືນ ໃນ​ການ​ໂຈມ​ຕີ​ຕອບ​ໂຕ້ ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ປະ​ເທດ ໂດຍ​ກ່າວ​ວ່າ ມັນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​ປົກ​ປ້ອງ​ບ້ານ​ເກີດ​ແລະ​ອະ​ທິ​ປະ​ໄຕ​ຂອງ​ຣັດ​ເຊຍ.

ປູ​ຕິນ​ກ່າວ​ວ່າ ປະ​ເທດ​ຕາ​ເວັນ​ຕົກພວມ​ພະ​ຍາ​ຍາມ​ເຮັດໃຫ້​ຣັດ​ເຊຍ​ມີ​ຄວາມ​ອ່ອນ​ແອ​ແລະ​ທຳ​ລາຍ​ຣັດ​ເຊຍ ແລະ​ດ້ວຍ​ເຫດ​ນີ້ ປະ​ເທດ​ຂອງ​ທ່ານ​ຈະ “ໃຊ້​ທຸກວິ​ຖີ​ທາງ​ທີ່​ຕົນ​ມີ​ຢູ່ ເພື່ອ​ປົກ​ປ້ອງ​ຣັດ​ເຊຍ ແລະ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ.”

ການ​ປະ​ທ້ວງ​ໄດ້​ລະ​ເບີດ​ຂຶ້ນ​ຢູ່​ຕາມ​ຖະ​ໜົນ​ຫົນ​ທາງ​ເພື່ອ​ຕໍ່​ຕ້ານ​ການ​ລະ​ດົມ​ພົນ​ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ແລະ​ຫົວ​ເມືອງ​ອື່ນໆ ຊຶ່ງ​ຕຳ​ຫຼວດ​ໄດ້​ຈັບ​ພວກ​ເດີນ​ຂະ​ບວນ​ຫຼາຍກວ່າ 1,300 ຄົນ​ແລ້ວ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ ກ່າວ​ໃນ​ລາຍ​ງານ​ສືບ​ລັບ​ຂອງ​ຕົນ​ໃນ​ວັນ​ສຸກມື້ ນີ້​ວ່າ “ໃນ​ໄລ​ຍະ 3 ມື້​ຜ່ານ​ມານີ້ ກຳ​ລັງ​ຂອງ​ຢູ​ເຄ​ຣນ​ສາ​ມາດ​ເຂົ້າ​ຢຶດ​ເອົາ​ຫົວ​ຫາດ ທາງ​ແຄມ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ ອອ​ສ​ຄິ​ລ ໃນ​ເຂດ​ຄາ​ກີບ​ໂອ​ບ​ລ​າ​ສ ສ່ວນ​ຢູ່​ທາງ​ທິດ​ໃຕ້ ໃນ​ເຂດ​ໂດ​ແນັດ​ໂອບ​ລາ​ສນັ້ນ ການ​ສູ້​ລົບ​ກັນ​ຍັງ​ດຳ​ເນີນ​ຕໍ່​ໄປ ໃນ​ຂະ​ນະ​ທີ່​ກຳ​ລັງ​ຂອງ​ຢູ​ເຄ​ຣນ ບຸກ​ໂຈມ​ຕີ​ເມືອງ​ລ​າຍ​ມານ ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຊີ​ເວີ​ສ​ະ​ກີ ໂດ​ແນັດ ຊຶ່ງ​ຣັດ​ເຊຍ​ໄດ້​ຢຶດ​ເອົາ​ໄປ​ເມື່ອ​ເດືອນ​ພຶດ​ສະ​ພາ. ສະ​ຖາ​ນະ​ການ​ກ່ຽວ​ກັບ​ສະ​ໜາມ​ລົບ​ຍັງ​ມີ​ຄວາມ​ສະ​ຫຼັບ​ຊັບ​ຊ້ອນ ແຕ່​ເວ​ລານີ້ ກຳ​ລັງ​ຂອງ​ຢູ​ເຄ​ຣນ​ພວມ​ກົດ​ດັນ​ຕໍ່​ດິນ​ແດນ​ຣັດ​ເຊຍ ທີ່​ມີ​ການ​ພິ​ຈາ​ລະ​ນາ​ວ່າ ມີ​ຄວາມ​ສຳ​ຄັນ​ຕໍ່​ການ​ເຮັດ​ສົງ​ຄາມ​ຂ​ອງ​ຕົນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG