ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຣັດເຊຍ ຕັດສິນຈຳຄຸກ ຄະນະວົງດົນຕີພັ້ງແມ່ຍິງ


ສະມາຊິກຂອງວົງດົນຕີພັ້ງແມ່ຍິງ 3 ຄົນ ແຕ່ຊ້າຍຫາຂວາ ຄືນາງ Yekaterina Samutsevich ນາງ Maria Alekhina ແລະນາງ Nadezhda Tolokonnikova ນັ່ງຢູ່ໃນຕູ້ແກ້ວທີ່ສານກຸງມົສກູ (17 ສິງຫາ 2012)
ສະມາຊິກຂອງວົງດົນຕີພັ້ງແມ່ຍິງ 3 ຄົນ ແຕ່ຊ້າຍຫາຂວາ ຄືນາງ Yekaterina Samutsevich ນາງ Maria Alekhina ແລະນາງ Nadezhda Tolokonnikova ນັ່ງຢູ່ໃນຕູ້ແກ້ວທີ່ສານກຸງມົສກູ (17 ສິງຫາ 2012)
ຜູ້ພິພາກສາຣັດເຊຍໄດ້ຕັດສິນໂທດຈຳຄຸກເປັນເວລາ 2 ປີ ສະ
ມາຊິກ ຂອງຄະນະວົງດົນຕີພັ້ງແມ່ຍິງ ທີ່ພາກັນຮ້ອງເພງເຍາະ
ເຍີ້ຍປະທານາທິບໍດີ Vladimir Putin ທີ່ພະວິຫານໃຫຍ່ ໃນ
ກຸງມົສກູ.

ສະມາຊິກ 3 ຄົນ ຂອງຄະນະວົງດົນຕີ Pussy Riot ໄດ້ພາ
ກັນຫົວຍິ້ມຫຼັງຈາກພວກເຂົາເຈົ້າໄດ້ຖືກຕັດສິນລົງໂທດຍ້ອນ
ໄດ້ຮັບການຜັກດັນໃຫ້ເປັນນັກເລງ ດ້ວຍຄວາມຄຽດຊັງທາງ
ສາສະໜາ. ພວກແມ່ຍິງທັງ 3 ກ່າວວ່າ ການສະແດງ ຂອງ
ພວກເຂົາເຈົ້າ ແມ່ນເພື່ອປະທ້ວງຕໍ່ການມີຄວາມສຳພັນອັນ
ແໜ້ນແຟ້ນ ລະຫວ່າງສາສະໜາອອກທໍດັອກ ແລະລັດຖະ
ບານຊຶ່ງເປັນການບໍ່ໃຫ້ຄວາມເຄົາລົບຕໍ່ສາສະໜາດັ່ງກ່າວ.

ຢູ່ນອກສານ ຕຳຫຼວດໄດ້ຈັບສ່ວນນຶ່ງຂອງພວກປະທ້ວງຈຳນວນຫຼາຍຮ້ອຍຄົນທີ່ໄປໂຮມ
ຊຸມນຸມກັນ ເພື່ອໃຫ້ການສະໜັບສະໜຸນ ຕໍ່ຄະນະວົງດົນຕີ. ຮວມຢູ່ໃນບັນດາພວກທີ່ຖືກ
ຈັບ ກໍມີ ຜູ້ນຳພັກຝ່າຍຄ້ານນິຍົມຊ້າຍ ທ່ານ Sergei Udaltsov ແລະອະດີດແຊມປ້ຽນ
ໂລກໝາກຮຸກທ່ານ Garry Kasparov ທີ່ໄດ້ຕິຕຽນປະທານາທິບໍດີ Putin ຢ່າງແຂງຂັນ
ນັ້ນ.

ຜູ້ຄົນອີກຈຸນຶ່ງທີ່ຢູ່ນອກສານໄດ້ພາກັນຮ້ອງໂຮສະໜັບສະໜຸນຄຳພິພາກສາດັ່ງກ່າວໂດຍ
ເວົ້າວ່າ ແມ່ຍິງຈຸນີ້ໝິ່ນປະໝາດຕໍ່ພວກທີ່ເຫຼື້ອມໃສໃນສາສະໜາ.
XS
SM
MD
LG