ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕໍາຫລວດຣັດເຊຍ ກວດລ້າງ ຄົນ​ເຮັດ​ວຽກ​ ຈາກ​ ເຂດເອ​ເຊຍກາງ​ ​ແລະ​ Caucasus (ວີດີໂອ)


ຕໍາຫລວດ​ໃນ​ກຸງ​ມົສກູ ​ໄດ້ຈັບ​ແລະ​ກັກ​ໂຕ ພວກຄົນ​ເຮັດ​ວຽກ​ທີ່
ມາ​ຈາກ​ ​ເຂດເອ​ເຊຍກາງ ​ແລະ​ເຂດ Caucasus ຈໍານວນ
1,200 ຄົນ ​
ຕໍາຫລວດ​ໃນ​ກຸງ​ມົສກູ ​ໄດ້ຈັບ​ແລະ​ກັກ​ໂຕ ພວກຄົນ​ເຮັດ​ວຽກ​ທີ່ ມາ​ຈາກ​ ​ເຂດເອ​ເຊຍກາງ ​ແລະ​ເຂດ Caucasus ຈໍານວນ 1,200 ຄົນ ​
ຕໍາຫລວດ​ໃນ​ກຸງ​ມົສກູ ​ໄດ້ຈັບ​ແລະ​ກັກ​ໂຕ ພວກຄົນ​ເຮັດ​ວຽກ​ທີ່
ມາ​ຈາກ​ ​ເຂດພາກກາງ​ເອ​ເຊຍ ​ແລະ​ເຂດ Caucasus ຈໍານວນ
1,200 ຄົນ ​ໃນ​ການບຸກ​ເຂົ້າ​ຄົ້ນ​ສາງເກັບ​ຜົນລະປູກ ແຫ່ງ​ນຶ່ງ ໃນ
ວັນ​ຈັນ​ວານ​ນີ້ ລຸ​ນຫລັງໄດ້​ເກີດ​ເຫດ​ກໍ່​ຈະລາຈົນ​ ຕໍ່ຕ້ານພວກກໍາ
ມະກອນ​ທີ່​ມາ​ຈາກ​ແຫ່ງ​ອຶ່ນ ທີ່ເກີດ​ຂຶ້ນ​ຍ້ອນ​ ການ​ຄາດ​ຕະກໍາຜູ້
​ຊາຍຣັດ​ເຊຍພື້ນ​ເມືອງຄົນ​ນຶ່ງ.

ການ​ບຸກ​ເຂົ້າ​ກວດ​ຄົ້ນໄດ້​ເກີ​ດຂື້ນ​ທີ່​ເຂດ Biryulovo ທາງ​ຊານ​
ເມືອງກໍ້າ​ໃຕ້ຂອງ​ມົສກູ ຢູ່​ບ່ອນ​ເກັບໝາກ​ໄມ້​ແລະ​ຜັກ ບ່ອນ​ທີ່​
ພວກ​ກໍ່​ຈາ​ລະ​ຈົນ​ເຊື່ອ​ວ່າ ​ຜູ້ທໍາ​ການ​ຄາດ​ຕະກໍາ ທີ່​ກ່າວ​ກັນ​ວ່າ
​ເປັນ​ຄົນ​ງານ​ ​ຈາກເຂດ Caucasus ເໜືອຂອງຣັດ​ເຊຍ ​ເຮັດ​
ວຽກ​ຢູ່​ນັ້ນ.

​ໃນ​ວັນ​ອາທິດ ຫລາຍຮ້ອຍ​ຄົນ​ໄດ້​ຖືກ​ຈັບຢູ່​ໃນ​ເຂດດັ່ງກ່າວ ຫລັງ​ຈາກ​ພວກ​ປະ​ທ້ວງຕໍ່ຕ້ານ
ການ​ສັງຫານ​ທ້າວ Yegor Shcherbakov ອາຍຸ 25 ປີ ໃນ​ວັນ​ພະຫັດນັ້ນ ​ໄດ້​ປ່ຽນ​ເປັນ ຄວາມ​ຮຸນ​ແຮງ ​ໂດຍທີ່​ພວກ​ປະ​ທ້ວງພາກັນ​ອາ​ລະວາ​ດ ທໍາ​ການໂຈມ​ຕີສູນ​ການ​ຄ້າ​ທ້ອງ​ຖິ່ນ ປີ້ນຂໍ້​ວາ​ລົດ ​ແລະ​ປະ​ທະ​ກັບ​ຕໍາຫລວດ. ຜູ້​ທີ່​ຖືກ​ຈັບ​ສ່ວນ​ໃຫຍ່ ໄດ້​ຖືກ​ປ່ອຍ​ໂຕ​ຫລັງ​ຈາກ​
ບໍ່​ເທົ່າ​ໃດ​ຊົ່ວ​ໂມງຕໍ່​ມາ.

ພວກ​ປະ​ທ້ວງ​ກ່າວ​ຫາເຈົ້າ​ໜ້າ​ທີ່ວ່າ ບໍ່ດໍາ​ເນີນ​ການ​ຢ່າງ​ພຽງພໍ ​ເພື່ອ​ສືບສວນການຄາດຕະ
ກໍາດັ່ງກ່າວ. ຕໍາຫລວດ ​ແລະ​ພວກ ສືບສວນ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ​ທີ່​ຈະ​ຊອກ​ຫາ​ຄາດຕະ
ກອນ ທີ່​ຍັງ​ຫລົບ​ລີ້​ຢູ່​ນັ້ນ ​ໃຫ້​ພົບ.

ຄວາມ​ເຄັ່ງ​ຕຶງ​ໄດ້ມີ​ມາ​ໃນ​ລະດັບ​ອ່ອນໆ ​ເປັນ​ເວລາ​ຫລາຍ​ປີ​ໃນຣັດ​ເຊຍ ລະຫວ່າງ​ຊາ​ວ​ຣັດ​ເຊຍພື້ນ​ເມືອງ ​ແລະ​ພວກ​ເຮັດ​ວຽກ​ທີ່​ມາຈາກ​ແຫ່ງ​ອຶ່ນ ຊຶ່ງສ່ວນຫລາຍ​ເປັນ​ຊາວ​ມຸສ
ລິ​ມ ຈາກເຂດ Caucasus ​ເໜືອຂອງຣັດ​ເຊຍ, ຈາກ Azerbaijan ​ແລະ ປະ​ເທດ​ອື່ນໆ ທີ່​ເຄຍ​ເປັນ​ສ່ວນ​ນຶ່ງ​ເຂດເອ​ເຊຍ​ກາງ​ ຂອງອະດີດ​ສະຫະພາບ​ໂຊ​ຫວຽດ.

Moscow
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG