ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຣັດ​ເຊຍ ຖອນ​ໂຕ ອອກ​ຈາກ​ເກາະ​ງູ ຫຼື Snake Island ຂອງ​ຢູ​ເຄ​ຣນ​ແລ້ວ


ຮູບ​ພາບນີ້​ທີ່​ຖ່າຍ​ໂດຍ​ ດາວ​ທຽມ ແມັກຊາ (Maxar Technologies) ​ຊຶ່ງສະ​ແດງ​ໃຫ້​ເຫັນ​ພາບ​ເກາະ​ງູ ຫຼື Snake Island ທີ່​ຕັ້ງ​ຢູ່​ໃນ​ທະ​ເລ​ດຳ ເມື່ອ​ວັນ​ທີ 30 ມິ​ຖ​ຸ​ນາ 2022.
ຮູບ​ພາບນີ້​ທີ່​ຖ່າຍ​ໂດຍ​ ດາວ​ທຽມ ແມັກຊາ (Maxar Technologies) ​ຊຶ່ງສະ​ແດງ​ໃຫ້​ເຫັນ​ພາບ​ເກາະ​ງູ ຫຼື Snake Island ທີ່​ຕັ້ງ​ຢູ່​ໃນ​ທະ​ເລ​ດຳ ເມື່ອ​ວັນ​ທີ 30 ມິ​ຖ​ຸ​ນາ 2022.

ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງ​ຣັດ​ເຊຍ ກ່າວໃນ​ວັນ​ພະ​ຫັດ​ວານນີ້​ວ່າ ​ຕົນ​ໄດ້​ຖອນກຳ​ລັງອອກ​ຈາກ​ເກາະ​ງູ ຫຼື Snake Island ຊຶ່ງ​ເປັນ​ສັນ​ຍາ​ລັກ​ໃນ​ການຕໍ່ຕ້ານ​ຂອງ​ຢູ​ເຄຣນ ນັບ​ແຕ່​ມົ​ສ​ກູ​ ໄດ້ເລີ້ມ​ທຳ​ການຮຸກ​ຮານ​ເຂົ້າ​ໄປ​ໃນ​ປະ​ເທດ​ດັ່ງ​ກ່າ​ວ ​ເມື່ອ 4 ເດືອນ​ກ່ອນນັ້ນ.

ຣັດ​ເຊຍ​ໄດ້​ໃຊ້​ເກາະ​ໃນ​ທະ​ເລ​ດຳ ຊຶ່ງ​ຕັ້ງ​ຢູ່​ໃກ້ໆ​ກັບ​ເມືອງ​ທ່າ​ໂອ​ແດັ​ສ​ສາ ເພື່ອ​ເປັນ​ບ່ອນເປີດ​ສາກ​ໂຈມ​ຕີ ຫຼັງ​ຈາກ​ຢຶດ​ມາ​ໄດ້​ໃນ​ຕອນ​ຕົ້ນໆ​ຂອງ​ສົງ​ຄາມ ຊຶ່ງ​ໄດ້​ທຳ​ການ​ໂຈມ​ຕີ​ຕໍ່​ຢູ​ເຄ​ຣນ​ຈາກ​ເກາະ​ແຫ່ງນີ້ ແລະ​ຕິດ​ຕາມ​ເບິ່ງ​ການ​ສົ່ງ​ເຄື່ອງ​ຂອງ​ຈາກ​ທ່າ​ກຳ​ປັ່ນ​ຂອງ​ຢູ​ເຄ​ຣນ.

ແຕ່​ຢູ​ເຄ​ຣນ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ໄດ້​ຖອນ​ອອກ​ໄປ​ແລ້ວ ແລະ​ເວົ້າ​ວ່າ ມີ​ຂຶ້ນ​ຫຼັງ​ຈາກ​ກຳ​ລັງ​ຢູ​ເຄ​ຣນ​ຍິງ​ຖະ​ຫຼົ່ມ​ເກາະ​ດັ່ງ​ກ່າວ​ດ້ວຍ​ລູກ​ສອນ​ໄຟ​ແລະ​ປືນ​ໃຫ​ຍ່ ໃນ​ຕອນ​ກາງ​ຄືນ​ ໂດຍ​ປ່ອຍ​ໃຫ້​ທະ​ຫານ​ຣັດ​ເຊຍ​ທີ່​ເຫຼືອ ພາ​ກັນ​ຫຼົບ​ໜີ​ໄປ​ດ້ວຍ​ເຮືອ​ໄວ​ 2 ລຳ.

ຫົວ​ໜ້າ​ຫ້ອງ​ການທຳ​ນຽບ​ຂອງ​ປະ​ທາ​ນາ​ທິ​ບໍ​ດີໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ​ທ່ານ​ແອນດ​ຣີ ເຢີ​ແມັກ ​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ຖອນ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ອອກ​ໄປ​ຈາກ​ເກາະ​ດັ່ງ​ກ່າວ. ທ່ານ​ເຢີ​ແມັກ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ບໍ່​ມີ​ທະ​ຫານ​ຣັດ​ເຊຍ ຢູ່​ເທິງ​ເກາະ​ງູ​ອີກ​ຕໍ່​ໄປ​ແລ້ວ. ກອງ​ທັບ​ຂອງ​ພວກ​ເຮົາ​ເຮັດ​ວຽກ​ໄດ້​ດີ​ຫຼາຍ.”

​ນຶ່ງ​ໃນບົດ​ທຳ​ອິດ ໃນ​ການ​ຕໍ່​ຕ້ານ​ຂອງ​ຢູ​ເຄ​ຣນ​ຕໍ່​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ໄດ້​ສະ​ແດງ​ໃຫ້​ເຫັນ​ທີ່​ເກາະ​ງູ ເວ​ລາ​ກຳ​ປັ່ນ​ທຸງ ມອ​ສ​ໂກວາ ຂອງ​ຣັດ​ເຊຍໄດ້​ແລ່ນເຂົ້າ​ໄປ​ໃກ້ໆ ແລະ​ທວງ​ໃຫ້​ພວກ​ທະ​ຫານ​ຢູ​ເຄ​ຣນ​ໃນ​ເກາະ​ດັ່ງ​ກ່າວຍອມ​ຈຳ​ນົນ.

ຄຳ​ຕອບ​ຂອງ​ພວກ​ເຂົາ​ເຈົ້າ​ກໍ​ຄື “ກຳ​ປັ່ນ​ຣັດ​ເຊຍ ໄປ​ນະ​ລົກ​ຊະ!” ຊຶ່ງ​ພາ​ໃຫ້​ກຳ​ປັ່ນ​ລຳ​ນັ້ນ​ຂອງ​ຣັດ​ເຊຍ​ເປີດ​ສາກ​ຍິງ​ຖະ​ຫຼົ່ມ​ດ້ວຍ​ປືນ​ໃຫຍ່ ແລະ​ທະ​ຫານ​ຢູ​ເຄ​ຣນ​ຢູ່​ເທິງ​ເກາະ​ໄດ້​ຖືກ​ບັງ​ຄັບ​ໃຫ້​ຍອມ​ຈຳ​ນົນ.

ຕໍ່​ມາ​ຢູ​ເຄ​ຣນ​ໄດ້​ຈົມ​ກຳ​ປັ່ນ ມອ​ສ​ໂກວາ ດ້ວຍ​ລູກ​ສອນ​ໄຟ ແລະ​ຢູ​ເຄ​ຣນ​ໄດ້​ໃຊ້​ຮູບກຳ​ປັ່ນ​ລົບ​ແລະ​ເກາະ​ງູ​ຢູ່​ໃນ​ສະ​ແຕັມ ທີ່​ພິມ​ອອກ​ມາ​ໃຊ້​ໃນ​ລະ​ຫວ່າງ​ສົງ​ຄາມ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຢູ​ເຄ​ຣນ​ກ່າວ​ອ້າງວ່າ ຕົນ​ໄດ້​ຖອນ​ອອກ​ຈາກ​ເກາະ​ນ້ອຍ​ແຫ່ງ​ນຶ່ງ “ເພື່ອ​ເປັນ​ສັນ​ຍາ​ລັກ​ຂອງ​ມິດ​ຕະ​ພາບ” ຫຼັງ​ຈາກ​ຕົນ​ໄດ້​ເສັດ​ສິ້ນ​ພາ​ລະ​ກິດ​ຢູ່​ທີ່ນັ້ນ​ແລ້ວ. ທາງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຣັດ​ເຊຍ​ຍັງ​ເວົ້າ​ວ່າ ການ​ຖອນ​ໂຕ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ ຣັດ​ເຊຍ​ບໍ່​ໄດ້​ແຊກ​ແຊງ​ໃນ​ການ​ສົ່ງ​ ​ອອກ​ອາ​ຫານ​ປະ​ເພດ​ເມັດຂອງ​ຢູ​ເຄ​ຣນ ທັງໆ​ທີ່ອົງການ​ຕິດ​ຕາມ​ຂອງ​ໂລກ​ໃຫ້​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ໄປ​ຈາກນັ້ນ. ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ ໂດຍ​ສະ​ເພາະ​ແລ້ວ​ພາກ​ຕາ​ເວັນ​ອອກ​ກາງ ແມ່ນ​ເພິ່ງ​ພາ​ອາ​ໄສ ​ເຂົ້າ​ເບ​ລ່ ຈາກ​ຢູ​ເຄ​ຣນ ແລະ​ຣັດ​ເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG