ຣັດເຊຍ ໄດ້ກ່າວໃນວັນອັງຄານມືນີ້ ວ່າ ຕົນຍັງບໍ່ທັນໄດ້ຮັບການຕິດຕໍ່ມາເທື່ອ ແຕ່ວ່າກຽມພ້ອມ ທີ່ຈະໃຫ້ການຮ່ວມມື ໃນການສືບສວນຂອງພວກເຈົ້າໜ້າທີ່ອັງກິດ ກ່ຽວກັບຄະດີຂອງອະດີດນັກສືບຣັດເຊຍ ຜູ້ທີ່ໄດ້ຮັບການຮັກສາພະຍາບານ ທີ່ມີອາການສາຫັດ ຫຼັງຈາກທີ່ໄດ້ຖືກສານຊະນິດນຶ່ງ ທີ່ຍັງບໍ່ຊາບວ່າແມ່ນຫຍັງນັ້ນ.
ສື່ມວນຊົນຂອງຂ່າວອັງກິດ ໄດ້ລະບຸວ່າ ຊາຍຜູ້ນັ້ນແມ່ນທ່ານເຊີເກ ສກຣີປາລ (Sergei-
Skripal) ຜູ້ຊຶ່ງໄດ້ຮັບອະນຸຍາດ ໃຫ້ລີ້ໄພຢູ່ໃນອັງກິດ ຫຼັງຈາກທີ່ໄດ້ມີການແລກປ່ຽນສອດ
ແນມລະຫວ່າງສະຫະລັດ ແລະຣັດເຊຍ ໃນປີ 2010.
ໂຄສົກຂອງວັງເຄຣມລິນ ທ່ານ ດີມີທຣີ ແພັສຄອບ (Dmitry Peskov) ໄດ້ກ່າວໃນວັນ
ອັງຄານມື້ນີ້ວ່າ ສິ່ງທີ່ເກີດຂຶ້ນນັ້ນແມ່ນເປັນເລື່ອງເສົ້າແລະວ່າ ລັດຖະບານຣັດເຊຍ ບໍ່ມີ
ຂໍ້ມູນໃດໆກ່ຽວກັບເລື່ອງນີ້ເລີຍ.
ທ່ານ ສກຣີປາລ ໄວ 66 ປີ ແລະແມ່ຍິງໄວ 30 ປີ ແມ່ນໄດ້ພົບເຫັນວ່າ ບໍ່ຮູ້ເມື່ອຄີງ ຢູ່ທີ່ມ້ານັ່ງແຫ່ງນຶ່ງ ໃນຮ້ານສັບພະສິນຄ້າ ທີ່ເມືອງ ຊາລິສເບີຣີ ໃນຕອນບ່າຍຂອງວັນອາທິດ
ຜ່ານມານີ້.
ຕຳຫຼວດທ້ອງຖິ່ນ ໄດ້ລະບຸໂຕບຸກຄົນສອງ ໂດຍກະປະມານອາຍຸຂອງພວກເຂົາເຈົ້າ
ແລະໄດ້ກ່າວວ່າ “ທັງສອງຄົນນີ້ ທີ່ເຊື່ອວ່າຮູ້ຈັກກັນ ແລະບໍ່ປາກົດວ່າໄດ້ເຫັນບາດແຜ
ພາຍນອກແລະໄດ້ນຳສົ່ງໄປຍັງໂຮງພະຍາບານທ້ອງຖິ່ນໃນເຂດຊາລິສເບີຣີ.”
ທ່ານເຄຣກ ໂຮລເດັນ (Craig Holden) ຮອງຜູ້ຊ່ອຍຜູ້ບັນຊາການຕຳຫຼວດຊົ່ວຄາວ
ໃນ ເຂດວິລຕ໌ຊາຍ (Wiltshire) ກ່າວວ່າ “ບຸກຄົນທັງສອງກຳລັງໄດ້ຮັບການຮັກສາ
ພະຍາ ບານ ຍ້ອນຖືກສານທີ່ຍັງບໍ່ວ່າແມ່ນຫຍັງນັ້ນ. ບຸກຄົນທັງສອງແມ່ນມີອາການ
ສາຫັດ ແລະວ່າຍັງຢູ່ໃນການດູແລແບບສຸກເສີນຢູ່.”
ທ່ານ ໂຮລເດັນ ກ່າວວ່າ ຍ້ອນການສືບສວນຍັງຢູ່ໃນຂັ້ນເລີ້ມຕົ້ນ “ພວກເຮົາຈຶ່ງຍັງບໍ່
ສາມາດເວົ້າໄດ້ວ່າ ມັນເປັນການກໍ່ອາຊະຍາກຳຫຼືບໍ່.”
ທ່ານ ສກຣີປາລ ແມ່ນໄດ້ຖືກພົບເຫັນວ່າມີຄວາມຜິດໃນຣັດເຊຍ ຍ້ອນສອດແນມໃຫ້
ແກ່ໜ່ວຍສືບລັບ MI6 ຂອງອັງກິດ ແລະໄດ້ຖືກຕັດສິນລົງໂທດ ໃນປີ 2006 ຖານທໍລະຍົດຕໍ່ນັກສືບຣັດເຊຍ ໂດຍໃຫ້ຂໍ້ມູນກັບອັງກິດ. ທ່ານໄດ້ຮັບການໃຫ້ອະໄພຍະໂທດ ໃນປີ
2010 ໃນຖານະທີ່ເປັນສ່ວນນຶ່ງ ຂອງການແລກປ່ຽນສອດແນມ ລະຫວ່າງສະຫະລັດ
ກັບຣັດເຊຍ.
ສາຍພົວພັນລະຫວ່າງອັງກິດ ແລະຣັດເຊຍ ໄດ້ຊຸດໂຊມລົງ ນັບຕັ້ງແຕ່ ອະດີດນັກສືບຂອງ ອົງການ KGB ທ່ານອາເລັກຊານເດີ ລິຕວີເນັນໂກ (Alexander Litvinenko) ໄດ້ຖືກວາງຢາພິດ ຢູ່ອັງກິດ ໃນປີ 2006. ການສືບສວນຂອງອັງກິດໄດ້ສະຫຼຸບວ່າ ທ່ານ ລິຕວີເນັນໂກ ອາດໄດ້ຖືກສັ່ງໃຫ້ສັງຫານ ໂດຍປະທານາທິບໍດີຣັດເຊຍ ທ່ານ ວລາດິເມຍ ປູຕິນ.