ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ມະຫາອຳນາດ ຍັງມີ​ ຄວາມ​ເຫັນ​ ຂັດ​ແຍ້​ງກັນ ກ່ຽວກັບ ເລື່ອງຊີເຣຍ (ວີ​ດີ​ໂອ/ສະ​ໄລ​ດ໌)


SYRIA CNPK.mov
please wait
Embed

No media source currently available

0:00 0:02:05 0:00
ຣັດ​ເຊຍ​ແລະ​ປະ​ເທດອໍານາດ​ທາງ​ຕາ​ເວັນ​ຕົກ ຍັງ​ສືບ​ຕໍ່​ມີ​ຄວາມ​
ເຫັນ​ຂັດ​ແຍ້​ງກັນ​ຢູ່​ ທີ່​ວ່າ ​ແມ່ນໃຜ​ເປັນ​ຜູ້ຮັບຜິດຊອບ ​ກ່ຽວ​ກັບ
ການໂຈມ​ຕີໂດຍ​ໃຊ້​ອາວຸດ​ເຄມີ​ຢູ່ໃນ​ຊີ​ເຣຍ ​ແຕ່​ກໍ​ຍັງ​ສືບ​ຕໍ່​ປະສານ​
ງານ​ກັນ ເພື່ອ​ຮ່າງ​ຍັດຕິຂອງອົງກາ​ນສະຫະ​ປະຊາ​ຊາດ ທີ່​ຈະ
ກຳຈັດ​ຄັງ​ອາ ວຸດ​ເຄມີ ​ຂອງ​ຊີ​ເຣຍ.

ລັດຖະມົນຕີຕ່າງປະ​ເທດຣັດ​ເຊຍ ທ່ານ Sergei Lavrov ​ໄດ້​ກ່າວ​
ໃນ​ວັນ​ອັງຄານ​ມື້​ນີ້ວ່າ ການ​ໂຈມ​ຕີ​ໃນ​ເດືອນ​ແລ້ວ​ນີ້ ​ໃກ້ໆ​ກັບ​ກຸງ
Damascus ນັ້ນ ​ເປັນ​ການທ້າ​ທາຍ​ເກາະ​ຜິດ ຈາກ​ຕໍ່ຕ້ານ​ລັດຖະ
ບານ ​ທີ່​ຢາກ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫຼືອທາງ​ທະຫານ​ຈາກ​ພາຍ​ນອກ.

ສ່ວນຄູ່​ຕໍາ​ແໜ່​ງຝ່າຍຝຣັ່ງ ທ່ານ Laurent Fabius ​ໄດ້​ກ່າວ​ຕໍ່ກອງ​ປະຊຸມ​ຖະ​ແຫຼງຂ່າວ
ຮ່ວມ​ກັນ ລຸນ​ຫລັງ​ການ​ພົບ​ປະ​ທີ່​ກຸງ Moscow ວ່າ ມີ​ຫຼັກ​ຖານຕ່າງໆ​ທີ່ນໍາ​ສະ​ເໜີຢູ່​ໃນ ​
ລາຍ​ງານ​ຂອງ​ຄະນະ​ສືບສວນ​ສະຫະ​ປະຊາ​ຊາດ​ນັ້ນ ເບິ່ງ​ຄື​ວ່າ​ບໍ່​ມີ​ການ​ສົງ​ໄສ​ເລີຍ​ວ່າ
ກອງ​ ກໍາລັງ​ຊີ​ເຣຍ ເປັນ​ພວກ​ທີ່​ນໍາ​ໃຊ້ອາວຸດ​ເຄມີ.


ທ່ານ Lavrov ​ຍັງ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວວ່າ ພວກ​ທ່ານ​ທັງ​ສອງ​ມີ​ຈຸດໝາຍຮ່ວມ​ກັນ
​ໃນ​ການ​ນໍາເອົາສັນຕິພາບ​ມາສູ່​ຊີ​ເຣຍ ​ແຕ່​ວ່າມີຄວາມ​ຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ອອກ​ໄປ
​ໃນ​ການບັນລຸ​ເປົ້າໝາຍ​ດັ່ງກ່າວ.

ຣັດ​ເຊຍ ​ແມ່ນ​ຄັດຄ້ານຕໍ່​ກົດດັນ​ຂອງຝຣັ່ງ ອັງກິດ ​ແລະ​ສະຫະລັດ ​ທີ່​ຢາກ​ໃຫ້​ຮວມ​ເອົາ​
ການຂົ່ມຂູ່​ຈະ​ໃຊ້​ກຳລັງ​ຕໍ່​ຊີ​ເຣຍ ຖ້າ​ຫາກ​ຊີ​ເຣຍບໍ່​ປະຕິບັດ​ຕາມ ຢູ່​ໃນ​ຍັດຕິ​ຂອງອົງກາ​ນ
ສະຫະ​ປະຊາ​ຊາດ. ສະຫະລັດ​ແລະ​ອັງກິດ​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ວ່າ ຕົນ​ຢາກໃຫ້​ເປັນ
​ຍັດຕິ​ທີ່​ເຂັ້ມ​ແຂງ ທີ່​ກຳນົດ​ຢ່າງ​ຈະ​ແຈ້ງ ​ແລະ​ເສັ້ນຕາຍ​ເພື່ອ​ໃຫ້​ຊີ​ເຣຍປະຕິບັດ​ຕາມ ​
ໃນ​ການ ຍອມ​ມອບ​ຄັງ​ອາວຸດ​ເຄມີ​ຂອງ​ຕົນ​ນັ້ນ.

ລາຍ​ງານ​ຂອງອົງກາ​ນສະຫະ​ປະຊາ​ຊາດ ​ທີ່ນໍາ​ອອກ​ເຜີຍ​ແຜ່​ໃນ​ວັນ​ຈັນ​ວານ​ນີ້​ລະບຸວ່າ
“ມີຫຼັກ​ຖານ​ຢ່າງ​ຈະ​ແຈ້ງ​ແລະ​ໜ້າ​ເຊື່ອ​ຖື ທີ່​ວ່າ​ມີ​ການ​ໃຊ້ແກັສ​ພິດ sarin ​ໃນ​ຂອບ
​ເຂດ​ທີ່ ກ້ວາງ​ຂວາງ ​ໃນ​ການ​ໂຈມ​ຕີ​ໃນ​ເດືອນ​ແລ້ວ​ນີ້ ​ໃກ້ໆ​ກັບກຸງ Damascus.

ລາຍ​ງານບໍ່​ໄດ້ກ່າວ​ວ່າ ​ເປັນ​ຜູ້​ນໍາ​ໃຊ້​ແກັສພິດ​ດັ່ງກ່າວ ​ແຕ່​ທີ່​ປຶກສາດ້ານ​ຄວາມ​ໝັ້ນຄົງ
​ແຫ່ງ​ຊາດ​ສະຫະລັດ ທ່ານ​ນາງ Susan Rice ​ໄດ້​ກ່າວ​ວ່າ ມັນ​ໃຫ້ການ​ສະໜັບສະໜຸນ​
ຕໍ່​ກ່າວ​ຫາທີ່ວ່າ ກອງ​ກໍາລັງ​ທະຫານ​ຊີ​ເຣຍ ​ເປັນ​ຝ່າຍ​ດຽວ ​ທີ່​ມີ​ຄວາມ​ສາມາດ​ໃນ​ການ​
ກະທໍາ​ການ​ດັ່ງກ່າວ​ນີ້​ໄດ້.

​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ວ່າ ຫລັກຖານ
ທີ່​ເກັບ​ກຳ​ໂດຍ​ພວກ​ນັກ​ສືບສວນ​ອົງການ​ສະຫະປະຊາ​ຊາດ ​ແມ່ນ​ໂຕ້​ຖຽງ​ບໍ່​ໄດ້​ແລະ​ຖ້ວມລົ້ນ
​ໃຫ້ການ​ຢືນຢັນ​ວ່າ​ມີ​ການ​ນຳ​ໃຊ້​ອາວຸດ​ເຄມີ​ແທ້.
XS
SM
MD
LG