ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ໄດ້ມີກຳນົດ ລົງຄະແນນສຽງ ທີ່ຈະດັດແປງລັດຖະທຳມະນູນ ທີ່ສຳຄັນສຸດ ນັບແຕ່ໄດ້ຮັບຮອງເອົາເມື່ອ 27 ປີ ກ່ອນ


ກະດານໄຟຟ້າຢູ່ຕາມຖະໜົນຫຼວງມົສກູ ສະແດງໃຫ້ເຫັນນາຍໝໍ ໃສ່ໜ້າກາກ ບອກໃຫ້ຄົນພາກັນຢູ່ໃນບ້ານເຮືອນ ປະເທດຣັດເຊຍ ໃນທີ 25 ມີນາ 2020.
ກະດານໄຟຟ້າຢູ່ຕາມຖະໜົນຫຼວງມົສກູ ສະແດງໃຫ້ເຫັນນາຍໝໍ ໃສ່ໜ້າກາກ ບອກໃຫ້ຄົນພາກັນຢູ່ໃນບ້ານເຮືອນ ປະເທດຣັດເຊຍ ໃນທີ 25 ມີນາ 2020.

ປະທານາທິບໍດີຣັດເຊຍ ທ່ານວລາເດີເມຍ ປູຕິນ ໄດ້ເລື່ອນເວລາ ການລົງ ຄະແນນສຽງ
ໃນວັນທີ 22 ເມສາ ເພື່ອປ່ຽນລັດຖະທຳມະນູນທີ່ອາດຈະອະ ນຸຍາດໃຫ້ທ່ານກຳອຳນາດ
ຕໍ່ໄປຈົນເຖິງປີ 2036 ເນືຶ່ອງຈາກຄວາມເປັນຫ່ວງ ກ່ຽວກັບການແຜ່ລະບາດຂອງໄວຣັສ
ໂຄໂຣນາ.

ໃນການກ່າວຄຳປາໄສຜ່ານການຖ່າຍທອດສົດທາງໂທລະພາບໃນວັນພຸດວານນີ້ ທ່ານ
ປູຕິນກ່າວວ່າ ວັນຂອງການປ່ອນບັດ ຈະອີງຕາມຄຳແນະນຳຂອງບັນດາຜູ້ ຊ່ຽວຊານ
ດ້ານການແພດ.

ຣັດເຊຍໄດ້ມີກຳນົດໃຫ້ມີການປ່ອນບັດ ກ່ຽວກັບບົດເພີ້ມເຕີມລັດຖະທຳມະນູນ ຊຶ່ງເປັນ
ການປ່ຽນແປງທີ່ສຳຄັນທີ່ສຸດຕໍ່ກົດໝາຍດັ່ງກ່າວ ນັບຕັ້ງແຕ່ໄດ້ມີການ ຮັບຮອງເອົາເມື່ອ
27 ປີກ່ອນ.

ບໍ່ເທົ່າໃດອາທິດ ຫຼັງຈາກໄດ້ມີການປະກາດ ກ່ຽວກັບການດັດແປງລັດຖະທໍາ ມະນູນໃນ
ເດືອນມັງກອນທີ່ຜ່ານມາ ທ່ານປູຕິນໄດ້ໃຫ້ສັນຍານເພື່ອສະໜັບສະ ໜຸນການປ່ຽນແປງ
ອີກຢ່າງນຶ່ງ ຄືການປ່ຽນແປງ ທີ່ຈະໃຫ້ທ່ານ ລົງເລືອກຕັ້ງ ເພື່ອເຂົ້າຮັບຕຳແໜ່ງໄດ້ອີກ

ໃນປີ 2024 ແລະອາດເຮັດໃຫ້ທ່ານມີໂອກາດທີ່ ຈະເປັນປະທານາທິບໍດີໄປຈົນຮອດປີ
2036.

ທ່ານປູຕິນກ່າວວ່າ ລັດຖະບານບໍ່ຕ້ອງການໃຫ້ຊາວຣັດເຊຍ ຍົກເວັ້ນແຕ່ພວກທີ່ເຮັດວຽກ
ໃນພາກສ່ວນທີ່ເປັນ ມາເຮັດວຽກໃນອາທິດໜ້າ ເຖິງຢ່າງໃດກໍດີ ເຖິງຢ່າງໃດກໍດີ ບັນດາ
ຮ້ານຄ້າ ຮ້ານຂາຍຢາ ແລະທະນາຄານຈະເປີດຢູ່ເໝືືອນເດີມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG