ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທົ່ວໂລກ ຢາກຮູ້ວ່າ ພວກເຂົາເຈົ້າ ຈະຮັບມື ກັບປະທານາທິບໍດີ ທຣ້ຳ ແນວໃດ


Russia Welcomes Trump Victory, Hopes for Better Relations
please wait

No media source currently available

0:00 0:02:35 0:00

ຣັດເຊຍ ໄດ້ສະແດງຄວາມຍິນດີຢ່າງອົບອຸ່ນ ກັບໄຊຊະນະຂອງ ທ່ານ Donald Trump ໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ພ້ອມກັບບັນດາເຈົ້າໜ້າທີ່, ນັກວິເຄາະ ແລະ ປະຊາຊົນທຳມະດາສາມັນ ຕ່າງ​ກໍ​ມີຄວາມຫວັງວ່າ ມັນອາດຈະປ່ຽນໜ້າໃໝ່ໃນສາຍພົວ ພັນ ລະຫວ່າງ ຣັດເຊຍ ແລະ ສະຫະລັດ. ໃນຂະນະທີ່ນັກຂ່າວຂອງວີໂອເອ Daniel Scheaf ລາຍງານຈາກ ມົສກູ, ພວກນັກວິເຄາະ ຣັດເຊຍ ກ່າວວ່າ ມັນຍັງມີຫຼາຍສິ່ງ​ຫຼາຍ ຢ່າງ ທີ່ຍັງບໍ່ທັນຮູ້ຈັກ ກ່ຽວກັບ ທ່ານ Trump ແລະວ່ານ້ຳສຽງໃນການໂຄສະນາຫາສຽງ ຂອງທ່ານນັ້ນ ຈະຖືກຫັນປ່ຽນ ​ໃຫ້​ເປັນນະໂຍບາຍຫລື​ບໍ່ ເຊິ່ງລາຍລະອຽດຈະເປັນແນວ ໃດ ນັ້ນ, ຕໍ່ໄປ ພຸດທະສອນ ເປັນຄົນນຳມາສະເໜີທ່ານ.

ການເລືອກຕັ້ງຈຳລອງທີ່ໄດ້ຖືກຈັດຂຶ້ນໂດຍສະຖານທູດ ສະຫະລັດ ໃນນະຄອນຫຼວງ ມົສກູ ໄດ້ຖືກຄອບງຳໂດຍຜົນທີ່ອອກມາຢ່າງໜ້າຕົກໃຈ ໃນການແຂ່ງຂັນປະທານາທິບໍດີ ແທ້.

ທ່ານ Dmitri Trenin ຜູ້ອຳນວຍການສູນວິໄຈ ແລະ ການຄົ້ນຄວ້າ Carnegie ໃນ ມົສກູ ກ່າວວ່າ “ຂ້າພະເຈົ້າຄິດວ່າສຳລັບບາງຄົນມັນແມ່ນ​ເລື່ອງ​ທີ່​ບໍ່​ໜ້າເຊື່ອ. ບາງຄົນກໍໄດ້ ຄິດມາຕະຫຼອດເວລາວ່າ, ຖ້າທ່ານ Trump ມີທ່າທາງວ່າລາວຈະຊະນະ, ໄຊຊະນະ ຂອງລາວກໍຈະຖືກຍາດຊິງໄປໂດຍພວກມີອຳນາດຂັ້ນສູງ ຂອງອາເມຣິກັນ. ​ແຕ່​ເລື່ອງ ດັ່ງກ່າວ​ນີ້ບໍ່​ໄດ້​ເກີດ​ຂຶ້ນ ​ແລະ​ນັ້ນ​ ແມ່ນ​ໄດ້​ສົ່ງ​ຂ່າວ​ໃຫ້​ຮູ້​ ຮວມທັງ​ຜູ້​ຄົນທີ່​ວັງ ​ເຄຣັມລິນ ຊາບ​ວ່າ ປະຊາທິປະ​ໄຕ​ແມ່ນຍັງ​ເຮັດ​ວຽກ ຢູ່​ໃນ​ອາ​ເມຣິກາ.”

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ໄດ້ສະແດງຄວາມຍິນດີຕໍ່ທ່ານ Trump, ໂດຍກ່າວວ່າ ທ່ານຫວັງທີ່ຈະເຮັດວຽກຮ່ວມກັນກັບປະທານາທິບໍດີ ອາເມຣິກັນ ຄົນຕໍ່ໄປ ເພື່ອ​ເຮັດ​ໃຫ້ສາຍພົວພັນລະ ຫວ່າງ​ປະ​ເທດ​ທັງ​ສອງ ​ຫລຸດ​ພົ້ນຈາກວິກິດການ ໃນປະຈຸ ບັນ. ຢູ່ຕາມທ້ອງຖະໜົນຂອງນະຄອນຫຼວງ ມົສກູ, ປະຊາຊົນ ຣັດເຊຍ ສ່ວນ​ໃຫຍ່​ແມ່ນ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ກັບໄຊຊະນະຂອງທ່ານ Trump.

ນາງ Anastasia ນັກສຶກສາ ກ່າວວ່າ “ສຳລັບຂ້າພະເຈົ້າແລ້ວມັນເບິ່ງຄືວ່າທ່ານ Trump ແມ່ນຜູ້ແທນທີ່ໜ້າຍົກຍ້ອງ, ທ່ານຈະເປັນປະທານາທິບໍດີທີ່ດີ, ແລະ ສາຍພົວພັນກັບ ຣັດເຊຍ ກໍຈະດີຂຶ້ນກວ່າເກົ່າ.”

ແຕ່ສື່ມວນຊົນ ຣັດເຊຍ ໄດ້ລາຍງານຂ່າວ ແລະ ໄດ້ຍົກຍ້ອງທ່ານ Trump ໃນລະຫວ່າງ ການໂຄສະນາຫາສຽງຂອງທ່ານ ​ໂດຍ​ໄດ້​ຕັ້ງຄວາມຫວັງສຳລັບຜູ້ຊາຍຄົນໜຶ່ງ ຊຶ່ງບໍ່ເປັນທີ່ ຮູ້ຈັກທາງການເມືອງ ຜູ້ ທີ່ບໍ່ຄວນຈະໄດ້ຮັບຊະນະ ແລະ ຍັງບໍ່ມີນະໂຍບາຍອັນຊັດເຈນ ເທື່ອ.

ທ່ານ Victor Kremenyuk ຈາກສະຖາບັນ RAS ແຫ່ງການສຶກສາກ່ຽວກັບ ສະຫະລັດ ອາເມຣິກາ ແລະ ການາດາ ໄດ້ກ່າວວ່າ “ຍ້ອນວ່າພວກເຂົາເຈົ້າໄດ້ສ້າງທ່ານ Trump ອີກ ຄົນໜຶ່ງໄວ້ແລ້ວ, ລາວເປັນຄົນເກັ່ງ, ເຈົ້າຮູ້ບໍ່, ລາວມັກທ່ານ Putin. ທ່ານ Putin ກໍມັກລາວ. ບໍ່ມີຫຍັງເປັນທີ່ແນ່ນອນແທ້. ມັນໄວໂພດທີ່ຈະກຳນົດສິ່ງດັ່ງກ່າວທີ່ເຈົ້າຮູ້ ກ່ຽວກັບ ພວກຜູ້ນຳຄົນນັ້ນ. ແນວໃດກໍຕາມ, ທ່ານຮູ້ບໍ, ແມ່ນກະທັ້ງຢູ່ໃນໂທລະພາບ ພວກເຂົາ ເຈົ້າເວົ້າວ່າ ໂອ ທ່ານ Trump, ລາວແມ່ນຄົນຂອງເຮົາ. ທ່ານຮູ້ບໍ່. ມັນບໍ່ຖືກ ຕ້ອງແນ່ນອນ.”

​ໂດຍ​ບໍ່​ຕ້ອງ​ຄຳນຶງ​ເຖິງຄວາມຫວັງ ແລະ ການຄາດໝາຍ​ໃດໆ, ການນຳພາປະເທດ ສະຫະລັດ ໂດຍທ່ານ Donald Trump ນັ້ນຈະເປັນການເລີ່ມຕົ້ນໜ້າໃໝ່ ໃນສາຍ ພົວພັນກັບ ຣັດເຊຍ.

[[Russia warmly welcomed the U.S. presidential election victory of Donald Trump with officials, analysts, and ordinary citizens cautiously hoping it could turn a new page in relations between Russia and the United States.As VOA's Daniel Schearf reports from Moscow, Russian analysts say there are still many unkowns about Trump and whether his campaign rhetoric will translate into policy.]]

((NARRATOR))
A mock election organized by the U.S. Embassy in Moscow was quickly overtaken by startling results in the real presidential race.

((DMITRI TRENIN, DIRECTOR, CARNEGIE MOSCOW CENTER))
"I think for some people it was disbelief. Some people have always maintained that, if Trump looked like he was going to win, his victory would be stolen by the American elite. Now this has not happened. And that sends a message to, including to the people in the Kremlin, that democracy works in America."

((NARRATOR))
Russian President Vladimir Putin congratulated Trump, saying he hoped to work together with the next American president to lift relations out of the current crisis.On the streets of Moscow, Trump's victory was welcomed by most Russians.

((ANASTASIA, STUDENT))((IN RUSSIAN))
"It seems to me he is a worthy representative, will make a good president, and the relations with Russia will get better."

((NARRATOR))
But Russian media coverage and praise for Trump during his campaign raised expectations for a man uknown to politics who was not supposed to win and whose policies are not yet clear.

((VICTOR KREMENYUK, RAS INSTITUTE OF USA AND CANADA STUDIES))
"Because they have already created another Trump, 'He is good, you know, he likes Putin. Putin likes him.' Nothing is absolutely sure. Itis too early to try to impose such things you know on the leaders. Nevertheless, you know, even on the TV they say Oh Trump, he's our guy,' you know. Absolutely wrong."

((NARRATOR))
Regardless of hopes and expectations, a U.S. led by Donald Trump begins a new chapter in relations with Russia.

XS
SM
MD
LG