ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດ​ເຊຍ ເຕືອນ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ສົ່ງລະບົບລູກສອນໄຟແພັດທຣີອັອດ ໄປ​ໃຫ້​ຢູ​ເຄ​ຣນ


ແຟ້ມ - ການ​ຍິງ ລະບົບລູກສອນໄຟແພັດທຣີອັອດໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ ຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນ​ຫຼວງ​ໄທ​ເປ ຂອງ​ໄຕ້​ຫວັນ ເມື່ອ​ວັນ​ທີ 20 ກໍ​ລະ​ກົດ 2006. ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ ໄດ້​ເຕືອນ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ສົ່ງ​ລູກ​ສອນ​ໄຟ​ແພັດ​ທ​ຣີ​ອັອກ​ໄປ​ໃຫ້​ຢູ​ເຄ​ຣນ.
ແຟ້ມ - ການ​ຍິງ ລະບົບລູກສອນໄຟແພັດທຣີອັອດໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ ຢູ່​ທາງ​ກ້ຳ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນ​ຫຼວງ​ໄທ​ເປ ຂອງ​ໄຕ້​ຫວັນ ເມື່ອ​ວັນ​ທີ 20 ກໍ​ລະ​ກົດ 2006. ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ ໄດ້​ເຕືອນ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ສົ່ງ​ລູກ​ສອນ​ໄຟ​ແພັດ​ທ​ຣີ​ອັອກ​ໄປ​ໃຫ້​ຢູ​ເຄ​ຣນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊ​ຍ ​ໄດ້​ເຕືອນ​ສະ​ຫະ​ລັດ ​ໃນ​ວັນ​ພະ​ຫັດ​ວານນີ້ ກ່ຽວ​ກັບ​ການ​ສົ່ງ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ ​ແພັດທ​ຣີ​ອັອດ ​ທີ່​ກ້າວ​ໜ້າ​ທັນສະ​ໄໝ ໄປ​ໃຫ້​ຢູ​ເຄ​ຣນ ຊຶ່ງ​ມົ​ສ​ກູ​ຈະ​ພິ​ຈາ​ລະ​ນາ​ວ່າ ເປັນ “ການ​ເຄື່ອນ​ໄຫວ​ທີ່​ທ້າທາຍ” ທີ່​ອາດ​ຈະ​ພາ​ໃຫ້​ມີ​ການ​ຕອບ​ໂຕ້​ຈາກວັງ​ເຄ​ຣັມ​ລິນ.

ໂຄ​ສົກ​ກະ​ຊວງຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ນາງ​ມາ​ຣີ​ອາ ຊາ​ກາ​ໂຣ​ວ່າ ກ່າວ​ວ່າ ການ​ສົ່ງ​ລະ​ບົບ​ລູກ​ສອນ​ໄຟ​ແພັດ​ທ​ຣີ​ອັອດໄປ​ຕ້ານ​ຢັນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ຣັດ​ເຊຍ ອາດ​ເປັນ​ການ​ເພີ້ມ​ທະ​ວີ​ບົດ​ບາດ ​ຂອງ​ສະ​ຫະ​ລັດ ໃນ​ການ​ຊ່ວຍ​ເຫຼືອ​ລັດ​ຖະ​ບານ​ກີ​ຢິບ ຮັບ​ມື​ກັບ​ການ​ເຮັດ​ສົງ​ຄາມ​ເປັນ​ເວ​ລາ 10 ເດືອນ ແລະ “ອາດ​ຈະມີ​ສ່ວນ​ພົວ​ພັນ​ກັບ​ຜົນ​ທີ່​ຈະ​ຕິດ​ຕາມ​ມາ.”

ແຟ້ມ - ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ນາງ​ມາ​ຣີ​ອາ ຊາ​ກາ​ໂຣ​ວາ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 18 ມັງ​ກອນ 2022.
ແຟ້ມ - ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ນາງ​ມາ​ຣີ​ອາ ຊາ​ກາ​ໂຣ​ວາ ທີ່​ນະ​ຄອນ​ຫຼວງ​ມົ​ສ​ກູ ເມື່ອ​ວັນ​ທີ 18 ມັງ​ກອນ 2022.

ທ່ານ​ນາງ​ບໍ່​ໄດ້ລະ​ບຸ​ວ່າ​ ມົ​ສ​ກູອາດຈະ​ຕອບ​ໂຕ້​ແບບ​ໃດ ແຕ່​ກໍ​ກ່າວ​ວ່າ ສະ​ຫະລັດ​ຄວນ​ຈະ “ເຮັດ​ການ​ສະ​ຫຼຸ​ບ​ທີ່​ຖືກ​ຕ້ອງ” ຈາກ​ການ​ເຕືອນ​ຂອງ​ຣັດ​ເຊຍ​ທີ່​ວ່າ ອຸບ​ປະ​ກອນ​ທີ່​ສະ​ໜອງ​ໂດຍ​ສະ​ຫະ​ລັດ ແມ່ນ​ເປົ້າ​ໝາຍ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດໝາຍ ​ຕໍ່​ການ​ໂຈມ​ຕີ​ຂອງ​ຮັດ​ເຊຍ. ດ້ວຍ​ການ​ຈັດ​ສົ່ງ​ອາ​ວຸດ​ໄປ​ໃຫ້​ຢູ​ເຄ​ຣນນັ້ນ ທ່ານ​ນາງ​ກ່າວ​ວ່າ ສະ​ຫະ​ລັດ​ແມ່ນ​ໄດ້ “ກາຍ​ເປັນ​ຜູ້​ມີ​ສ່ວນ​ຮ່ວມ ​ຢ່າງ​ແທ້​ຈິງ” ຢູ່​ໃນ​ສົງ​ຄາມ.

ໃນ​ອາ​ທິດນີ້ ສະ​ຫະ​ລັດ​ໄດ້​ໃຫ້​ການ​ຢືນ​ຢັນ​ຕໍ່​ພວກ​ນັກ​ຂ່າວ ກ່ຽວ​ກັບ​ຂໍ້​ຕົກ​ລົງທີ່​ຈະ​ສົ່ງ ​ລະ​ບົບ​ລູກ​ສອນ​ໄຟ​ແພັດ​ທ​ຣີ​ອັອດ ໄປ​ໃຫ້​ຢູ​ເຄ​ຣນ ຊຶ່ງ​ປະ​ທາ​ນາ​ທິ​ບໍດີ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ວ່າ ຢູ​ເຄ​ຣນ​ຕ້ອງ​ການ​ເພື່ອ​ປ້ອງ​ກັນ​ໂຕ​ຈາກການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ຣັດ​ເຊຍ ທີ່​ແນ​ເປົ້າ​ໝາຍ​ໃສ່​ພື້ນ​ຖານ​ໂຄງ​ລ່າງທີ່​ສຳ​ຄັນໆ ຮວມ​ທັງ​ໂຮງ​ໄຟ​ຟ້າ​ແລະ​ໂຮງ​ງານ​ນ້ຳ​ປະ​ປາ.

US Finalizing Plans to Send Patriot Missile Systems to Ukraine
please wait

No media source currently available

0:00 0:03:22 0:00

ພວກ​ຜູ້​ນຳ​ຂອງ​ທຳ​ນຽບ​ຂາວ ແລະ​ທຳ​ນຽບ​ຫ້າ​ແຈ​ໄດ້​ກ່າວ​ຢູ່​ສະ​ເໝີ​ມາ​ວ່າ ການສະ​ໜອງ​ຢູ​ເຄ​ຣນ​ດ້ວຍ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດແມ່ນ​ບູ​ລິ​ມະ​ສິດ​ທີ່​ສຳ​ຄັນແຕ່​ມາ​ຈົນ​ຮອດ​ອາ​ທິດນີ້ ພວກ​ເຂົາ​ເຈົ້າ​ກໍ​ຍັງ​ບໍ່​ທັນ​ສົ່ງ ​ລະ​ບົບ​ລູກ​ສອນ​ໄຟ​ແພັດທ​ຣີ​ອັອດໄປ​ໃຫ້​ເທື່ອ. ​ແນວ​ໃດ​ກໍ​ຕາມຍ້ອນ​ຍັງ​ສືບ​ຕໍ່​ມີ​ການ​ໂຈມ​ຕີ​ຢ່າງ​ບໍ່​ຢຸດ​ເຊົາຕໍ່​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຢູ​ເຄ​ຣນ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ​ຈຶ່ງ​ໄດ້​ຕັດ​ສິນ​ໃຈ ທີ່​ຈະ​ສົ່ງ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດທີ່​ມີ​ຄວາມ​ຈຳ​ເປັນ​ໄປ​ໃຫ້.

ນອກນັ້ນ ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ຍັງ​ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຕົນ​ຈະ​ຂະ​ຫຍາຍ​ການ​ຝຶກ​ແອບ​ທາງ​ທະ​ຫານ​ໃຫ້​ແກ່ກອງ​ທັບ​ຂອງ​ຢູ​ເຄ​ຣນ ໃນ​ລະ​ຫວ່າງຊຸມ​ເດືອນ​ລະ​ດູ​ໜາວ ຊຶ່ງ​ການ​ຝຶກ​ແອບນີ້ຈະ​ມີ​ຂຶ້ນ ​ທີ່​ຄ້າຍ​ຝຶກກ​ຣາ​ເຟັນ​ໂວ​ເອີໃນ​ປະ​ເທດ​ເຢຍ​ຣະ​ມັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG