ລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei
Lavrov ກ່າວວ່າ ຫລາຍໆເຂດພາກຕາເວັນອອກສຽງໃຕ້
ຂອງຢູເຄຣນນັ້ນ ຄວນຖືກເອົາຮວມ ເຂົ້າໃນການເຈລະຈາ
ກ່ຽວກັບອະນາຄົດຂອງປະເທດ.
ທ່ານ Lavrov ບອກພວກນັກຂ່າວ ຢູ່ນະຄອນຫລວງມົສກູ
ໃນວັນອັງຄານມື້ນີ້ ວ່າຣັດເຊຍຢາກເຫັນພວກຂົງເຂດເຫຼົ່າ
ນັ້ນ ຊຶ່ງໂດຍສ່ວນໃຫຍ່ແລ້ວ ແມ່ນປາກພາສາຣັດເຊຍນັ້ນ
ມີຜູ້ຕາງໜ້າຢູ່ໃນການເຈລະຈາຫລາຍຝ່າຍ.
ຂະນະດຽວກັນ ຢູ່ນະຄອນຫລວງປາຣີຂອງປະເທດຝຣັ່ງ
ຫົວໜ້າອົງການເນໂຕ ທ່ານ Anders Fogh Rasmussen ເຕືອນວ່າ ການ
ແຊກແຊງຕື່ມອີກຂອງ ຣັດເຊຍ ໃນຢູເຄຣນນັ້ນ ແມ່ນຈະເປັນ “ຄວາມຜິດ
ພາດຄັ້ງປະຫວັດສາດ” ທີ່ຈະ ໂດດດ່ຽວຣັດເຊຍ ຈາກໂລກຍິ່ງຂຶ້ນໄປອີກ.
ໃນວັນອັງຄານມື້ນີ້ເຊັ່ນກັນ ກະຊວງການຕ່າງປະເທດຣັດເຊຍ ໄດ້ຮຽກຮ້ອງ
ໃຫ້ ຢູເຄຣນຢຸດເຊົາໃນອັນທີ່ຕົນເອິ້ນວ່າ ການກະກຽມທາງທະຫານ ຢູ່ໃນ
ພາກຕາເວັນອອກສຽງໃຕ້ ທີ່ອາດສາມາດນຳໄປສູ່ສົງຄາມກາງເມືອງໄດ້ນັ້ນ.
ລັດຖະມົນຕີກະຊວງພາຍໃນຢູເຄຣນ ທ່ານ Arsen Avakov ໄດ້ຖະແຫຼງວ່າ
ກຳລັງຂອງຢູເຄຣນໄດ້ຈັບກຸມ ພວກປະທ້ວງ 70 ຄົນ ໃນການປະຕິບັດງານຕໍ່
ຕ້ານການກໍ່ການຮ້າຍ ເພື່ອຂັບໄລ່ພວກເດີນຂະບວນປະທ້ວງຫົວນິຍົມຣັດເຊຍ
ທີ່ໄດ້ຍຶດເອົາອາຄານລັດຖະບານຫຼັງນຶ່ງໃນເມືອງ Kharkiv ນັ້ນ.
ພວກປທ້ວງຫົວນິຍົມຣັດເຊຍຍຶດເອົາອາຄານຫຼາຍຫຼັງໃນວັນອາທິດຜ່ານມາໃນ
ເມືອງ Kharkiv, ເມືອງ Dionetsk ແລະເມືອງ Luhansk. ພວກປະທ້ວງ ຮຽກ
ຮ້ອງໃຫ້ມີການລົງປະຊາມະຕິ ກ່ຽວກັບການແຍກອອກຈາກຢູເຄຣນ ແບບດຽວ
ກັນກັບການລົງປະຊາມະຕິ ຢູ່ໃນເຂດໄຄຣເມຍ ເມື່ອເດືອນແລ້ວນີ້.
ທຳນຽບຂາວ ກ່າວວ່າ ຕົນມີຫຼັກຖານທີ່ວ່າ ພວກປະທ້ວງບາງຄົນບໍ່ແມ່ນປະຊາ
ຊົນທີ່ປາກພາສາຣັດເຊຍໃນເຂດທ້ອງຖິ່ນ ແຕ່ຖືກນຳມາຈາກບ່ອນອື່ນ ແລະໄ
ຮັບຄ່າຈ້າງໃຫ້ທຳການກໍ່ຄວາມວຸ້ນວາຍຂຶ້ນ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ໂທລະສັບໄປຫາ
ທ່ານ Sergei Lavrov ລັດຖະມົນຕີຕ່າງປະເທດຣັດເຊຍ ເພື່ອຂໍຮ້ອງຣັດເຊຍ
ບໍ່ໃຫ້ຮັບຮູ້ ພວກທີ່ທ່ານ Kerry ເອີ້ນວ່າ ພວກປະທ້ວງເຫຼົ່ານັ້ນ ທີ່ທ່ານເອີ້ນ
ວ່າ ເປັນພວກຫົວແບ່ງແຍກດິນແດນ ແລະພວກກໍ່ວິນາດສະກຳນັ້ນ.