ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຣັດເຊຍ ໄດ້ເຕືອນ ເທີກີ ຫລັງຈາກ ມີການໂຈມຕີດ້ວຍໂດຣນ ຢູ່ໃນຢູເຄຣນ


 ໂດຣນ ເບຣັກຕາຣ໌ (Bayraktar) TB2 ທີ່ຜະລິດໃນ ເທີກີ ໄດ້ນໍາອອກວາວາງສະແດງໃນລະຫວ່າງການຊ້ອງຂະບວນສວນສະໜາມໃນວັນປະກາດເອກະລາດ ໃນນະຄອນຫລວງ ກີຢິບ, ປະເທດ ຢູເຄຣນ, ວັນທີ 20 ສິງຫາ, ປີ 2021.
ໂດຣນ ເບຣັກຕາຣ໌ (Bayraktar) TB2 ທີ່ຜະລິດໃນ ເທີກີ ໄດ້ນໍາອອກວາວາງສະແດງໃນລະຫວ່າງການຊ້ອງຂະບວນສວນສະໜາມໃນວັນປະກາດເອກະລາດ ໃນນະຄອນຫລວງ ກີຢິບ, ປະເທດ ຢູເຄຣນ, ວັນທີ 20 ສິງຫາ, ປີ 2021.

ໂຄສົກຂອງເຄຣມລິນໄດ້ເຕືອນວ່າ ການຂາຍອາວຸດຢ່າງຕໍ່ເນື່ອງຂອງ ເທີກີ ໃຫ້ ຢູເຄຣນ ແມ່ນເປັນໄພຄຸກຄາມຕໍ່ພາກພື້ນ.

ຄໍາເຕືອນດັ່ງກ່າວມີຂຶ້ນຫລັງຈາກການເຜີຍແຜ່ວີີດີໂອຂອງ ກີຢິບ (Kyiv) ໃນມື້ວັນອັງຄານທີ່ຜ່ານມາ ໂດຍສະແດງໃຫ້ເຫັນເຮືອບິນທີ່ບໍ່ມີຄົນຂັບ ຫລືໂດຣນ ເຊິ່ງຜະລິດໂດຍ ເທີກີ ໄດ້ຖືກນຳໃຊ້ເປັນຄັ້ງທໍາອິດໃນການຕໍ່ສູ້ກັບກຸ່ມແບ່ງແຍກດິນແດນຢູ່ໃນ ຢູເຄຣນຕາເວັນອອກ ທີ່ສະໜັບສະໜຸນໂດຍຣັດເຊຍ.

ນັກວິເຄາະດ້ານການປ້ອງກັນອິດສະຫລະ ທ່ານອາດາ ເມັບລູໂຕກລູ (Arda Mevlutoglu) ກ່າວວ່າ ໂດຣນຂອງ ເທີກີ ນັ້ນ ອາດຈະເປັນການປ່ຽນເກມໃນການຕໍ່ຕ້ານກັບກຸ່ມແບ່ງແຍກດິນແດນ, ເຊິ່ງມີການຕໍ່ສູ້ມາຕັ້ງແຕ່ປີ 2014.

ໂດຣນຕິດອາວຸດອັນດຽວປະກອບດ້ວຍລູກລະເບີດສອງໜ່ວຍ ສາມາດທີ່ຈະທໍາລາຍໜ່ວຍປ້ອງກັນໄດ້ທັງໝົດ, ຫລື ລະບົບສົງຄາມທາງເຄື່ອງອີເລັກໂທຣນິກ ທີ່ມີລາຄາແພງ, ຫລື ທໍາລາຍພາຫະນະຕິດອາວຸດບາງຊະນິດ. ດັ່ງນັ້ນ, ຄວາມບໍ່ສົມດຸນດັ່ງກ່າວ ໄດ້ສະໜອງຄວາມອາດສາມາດໃຫ້ກອງທັບທີ່ປະເຊີນກັບໄພຄຸກຄາມທີ່ສໍາຄັນເຊັ່ນ ຢູເຄຣນ ນັ້ນ.

ກີຢິບ (Kyiv) ໄດ້ຊື້ໂດຣນຂອງ ເທີກີ ຈໍານວນຫລາຍ ແລະໃນເດືອນນີ້ໄດ້ປະກາດຂໍ້ຕົກລົງທີ່ຈະຜະລິດຂຶ້ນຕື່ມຢູ່ໃນຢູເຄຣນເອງ ເຊິ່ງເປັນໂອກາດທີ່ນັກວິເຄາະ ອອສເກີ ອັນລູຮິຊາຣ໌ຊິກລີ (Ozgur Unluhisarcikli) ຈາກກອງທຶນ ຈອຣຈ໌ ມາຣ໌ຊອລ (George Marshall) ກ່າວວ່າ ມັນຈະເຮັດໃຫ້ ມົສກູ ມີຄວາມບໍ່ສະບາຍໃຈ. ໂດຣນທີ່ຜະລິດຢູ່ໃນ ເທີກີ ມີບົດບາດສໍາຄັນໃນໄຊຊະນະຂອງ ອາເຈີບາຍຈານ (Azerbaijan) ເມື່ອປີທີ່ຜ່ານມາ ໃນການຕໍ່ສູ້ກັບກອງທັບ ອາເມເນຍ ກ່ຽວກັບຂໍ້ພິພາດທາງເຂດແດນ ນາໂກໂນ-ຄາຣາບາກ (Nagorno-Karabakh).

ເຊິ່ງທ່ານອັນລູຮິຊາຣ໌ຊິກລີ ກ່າວວ່າ “ການທີ່ ເທີກີ ມອບໂດຣນໃຫ້ ອາເຈີບາຍຈານ ແມ່ນເປັນປັດໄຈສໍາຄັນໃນການສູ້ຮົບ, ແລະ ຣັດເຊຍ ກໍຮູ້ເລື້ອງດັ່ງກ່າວ.”

ອີງຕາມການລາຍງານຂອງນັກວິເຄາະ, ເທີກີຍັງປະສົບຜົນສໍາເລັດໃນການໃຊ້ໂດຣນຢູ່ໃນ ຊີເຣຍ ແລະລີເບຍ ນໍາອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG